spot_img
Homeຂ່າວຕ່າງປະເທດກູເກິລຫ້າມພະນັກງານໃຊ້ App Zoom ປະຊຸມທາງໄກຜ່ານຄອມພິວເຕີ

ກູເກິລຫ້າມພະນັກງານໃຊ້ App Zoom ປະຊຸມທາງໄກຜ່ານຄອມພິວເຕີ

Published on

ບໍລິສັດ ແອລຟາເບດ ອິງ ບໍລິສັດແມ່ຂອງ Google (ກູເກິລ) ເວັບໄຊ້ຄົ້ນຫາ (Search Engine) ຊື່ດັງຂອງອາເມລິກາ ຫ້າມບໍ່ໃຫ້ພະນັກງານຂອງບໍລິສັດຕິດຕັ້ງແອັບພລິເຄຊັນ Zoom ແອັບພລິເຄຊັນ ສຳລັບປະຊຸມທາງໄກຊື່ດັ່ງ ໂດຍໃຫ້ເຫດຜົນດ້ານຄວາມປອດໄພ.

ໂດຍທາງ ກູເກິລ ລະບຸວ່າ ໃນໄລຍະທີ່ຜ່ານມາທີມດູແລຄວາມປອດໄພຂອງບໍລິສັດ ໄດ້ແຈ້ງໃຫ້ພະນັກງານຂອງບໍລິສັດທີ່ໃຊ້ແອັບພລິເຄຊັນ Zoom ຈະບໍ່ສາມາດໃຊ້ແອັບດັ່ງກ່າວໃນຄອມພິວເຕີຂອງບໍລິສັດໄດ້ອີກຕໍ່ໄປ ເນື່ອງຈາກແອັບດັ່ງກ່າວບໍ່ຜ່ານມາດຕະຖານດ້ານຄວາມປອດໄພ ແຕ່ພະນັກງານຍັງໄດ້ຮັບອະນຸຍາດນຳໃຊ້ແອັບພລິເຄຊັນ Zoom ຜ່ານທາງໂທລະສັບມືຖື ຫຼື ຜ່ານບຣາວເຊີ Browser ໄດ້.

ແອັບພລິເຄຊັນ Zoom ເປັນຂອງບໍລິສັດ ຊູມ ວິດີໂອ ຄອມມູນິເຄຊັ່ນ ອິງ ເຊິ່ງເປັນແອັບພລິເຄຊັນທີ່ກຳລັງໄດ້ຮັບຄວາມນິຍົມຫຼາຍໃນຊ່ວງທີ່ບໍລິສັດທົ່ວໂລກໃຫ້ພະນັກງານເຮັດວຽກຢູ່ເຮືອນ ເພື່ອຕ້ານການລະບາດຂອງເຊື້ອໄວຣັດໂຄວິດ-19 ໃນເວລານີ້. ແຕ່ແອັບ Zoom ກໍ່ຖືກວິຈານເຖິງການບໍ່ມີລະບົບຮັກສາຄວາມປອດໄພທີ່ເໝາະສົມ ເປີດທາງໃຫ້ເກີດ Zoombombing ຫຼື ມີບຸກຄົນທີ່ບໍ່ໄດ້ຮັບເຊີນເຂົ້າມາປັ່ນປ່ວນໃນການປະຊຸມໃດກໍ່ໄດ້.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...