Homeຂ່າວຕ່າງປະເທດສັດຕະວະແພດແນະນຳ ຢ່າປ່ອຍແມວອອກນອກບ້ານ ປ້ອງກັນການລະບາດໂຄວິດ-19 ໃນສັດລ້ຽງ

ສັດຕະວະແພດແນະນຳ ຢ່າປ່ອຍແມວອອກນອກບ້ານ ປ້ອງກັນການລະບາດໂຄວິດ-19 ໃນສັດລ້ຽງ

Published on

ສຳນັກຂ່າວ BBC ລາຍງານວ່າ ນັກວິທະຍາສາດດ້ານສັດຕະວະແພດກຸ່ມໜຶ່ງ ໄດ້ອອກມາເຕືອນໃຫ້ບັນດາຄົນທີ່ລ້ຽງແມວໃຫ້ກັກບໍລິເວນສັດລ້ຽງຂອງຕົນເອງ ໃຫ້ຢູ່ບ້ານ ຫຼື ອາຄານທີ່ປິດມິດຊິດ ຢ່າຟ້າວປ່ອຍໃຫ້ອອກມາຫຼິ້ນທາງນອກໃນຊ່ວງເວລານີ້ ຫຼັງຈາກມີງານວິໄຈຫຼາຍອັນພົບຫຼັກຖານເພີ່ມຫຼາຍຂຶ້ນເລື້ອຍໆວ່າ ແມວສາມາດຕິດເຊື້ອພະຍາດໄວຣັສໂຄວິດ-19 ແລະ ແຜ່ເຊື້ອຕໍ່ໃຫ້ແມວນຳກັນເອງໄດ້.

ກ່ອນໜ້ານີ້ມີລາຍງານວ່າ ແມວໂຕໜຶ່ງໃນເກາະຮົງກົງຕິດເຊື້ອໄວຣັສນຳເຈົ້າຂອງ ໂດຍມີຜົນກວດອອກມາເປັນບວກ ແລະ ມີເສືອພັນມະລາຍູໂຕໜຶ່ງໃນສວນສັດ Bronx Zoo ທີ່ລັດນິວຍອກ ຕິດເຊື້ອໄວຣັສຈາກຜູ້ດູແລ ເຊັ່ນດຽວກັນ.

ເຫດການເຫຼົ່ານີ້ ສອດຄ້ອງກັບຜົນການສຶກສາຫຼ້າສຸດທີ່ຈັດໂດຍຄະນະວິທະຍາສາດຈີນ ຈາກສະຖາບັນວິໄຈ ສັດຕະວະແພດເມືອງ ຮາບິນ (HVRI)  ເຊິ່ງງານວິໄຈນີ້ໄດ້ເຜີຍແຜ່ທາງອອນລາຍໃນເວັບໄຊ bioRxiv.org ເມື່ອຊ່ວງປາຍເດືອນມີນາທີ່ຜ່ານມາ. ຜົນວິໄຈປຽບທຽບຄວາມສ່ຽງໃນການຕິດເຊື້ອໄວຣັສ SARS-CoV-2 ເຊິ່ງກໍ່ໃຫ້ເກີດພະຍາດອັກເສບປອດ ໂຄວິດ-19 ໃນໝູ່ສັດລ້ຽງຊະນິດຕ່າງໆ ຊີ້ວ່າໝູ, ໝາ, ເປັດ ແລະ ໄກ່ ບໍ່ຕອບສະໜອງຕໍ່ເຊື້ອໄວຣັສຊະນິດນີ້ ແລະ ເກີດການຕິດເຊື້ອໄດ້ຍາກ; ໃນຂະນະທີ່ແມວ ແລະ ເຟີເຣັດ (ferret) ກັບຕິດເຊື້ອໄດ້ງ່າຍ. ໃນກໍລະນີຂອງແມວນັ້ນສາມາດຕິດເຊື້ອຈາກຄົນ ແລະ ແມວນຳກັນໄດ້ ຜ່ານລະອອງຝອຍທີ່ອອກມາຈາກທາງເດີນຫາຍໃຈ ໂດຍອະນຸພາບຂອງໄວຣັດຈະຢູ່ໃນອາກາດໄດ້ຊ່ວງໜຶ່ງເມື່ອມີການໄອ, ຈາມ, ອອກສຽງເວົ້າ ຫຼື ຫາຍໃຈອອກມາ.

ທ່ານ ດຣ ແອນເຈິລ ອາລເມນດຼອສ (Dr Angel Almendros) ຜູ້ຊ່ຽວຊານດ້ານສັດຕະວະແພດສາດ ຈາກມະຫາວິທະຍາໄລ City University of Hong Kong ໜຶ່ງໃນຜູ້ຂຽນບົດຄວາມລົງວາລະສານ Vet Record ເຊິ່ງແນະນຳໃຫ້ກັກບໍລິເວນໄວ້ໃນບ້ານ ບອກວ່າ ມາດຕະການນີ້ສົມເຫດສົມຜົນຫາກເຈົ້າຂອງແມວສາມາດເຮັດໄດ້ ແຕ່ຢ່າງໃດກໍ່ຕາມ ຄົນຮັກແມວ ແລະ ສັດລ້ຽງຊະນິດອື່ນໆ ບໍ່ຕ້ອງກັງວົນວ່າເຊື້ອໄວຣັສຈາກສັດທີ່ຢູ່ໃກ້ຊິດຈະແຜ່ເຊື້ອກັບມາຄືນ. ດ້ານສະມາຄົມສັດຕະວະແພດແຫ່ງອັງກິດ (BVA) ທີ່ສະໜັບສະໜຸນຄຳແນະນຳໃຫ້ກັກບໍລິເວນແມວດັ່ງກ່າວ ອອກມາຖະແຫຼງທ້ວງຕື່ມວ່າເຈົ້າຂອງແມວບໍ່ຄວນຈະກັງວົນເລື່ອງການຕິດເຊື້ອຈາກສັດສູ່ຄົນ ແລະແນະນຳໃຫ້ກັກບໍລິເວນແມວທີ່ລ້ຽງໄວ້ ໂດຍສະເພາະໃນກໍລະນີທີ່ມີຜູ້ສົງໄສຕິດເຊື້ອໃນບ້ານເທົ່ານັ້ນ.

ຮຽບຮຽງໂດຍ: ວະນິດາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...