spot_img
Homeຂ່າວທ້ອງຖິ່ນລັດກຳນົດຜ້າອັດປາກ-ດັງເປັນສິນຄ້າຄວບຄຸມ! ບໍລິສັດທີ່ຈະນຳເຂົ້າມາຂາຍຕ້ອງລົງທະບຽນກັບກະຊວງການຄ້າກ່ອນ

ລັດກຳນົດຜ້າອັດປາກ-ດັງເປັນສິນຄ້າຄວບຄຸມ! ບໍລິສັດທີ່ຈະນຳເຂົ້າມາຂາຍຕ້ອງລົງທະບຽນກັບກະຊວງການຄ້າກ່ອນ

Published on

ໃນສະພາບປັດຈຸບັນຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນຫຼາຍປະເທດທົ່ວໂລກຍັງເພີ່ມສູງຂຶ້ນ ເຮັດໃຫ້ຄວາມຕ້ອງການຜ້າປິດປາກ-ດັງ ໂດຍລວມຍັງມີຄວາມຕ້ອງການຫຼາຍ, ເວົ້າສະພາະ ສປປ ລາວ ຄວາມຕ້ອງການຊົມໃຊ້ຜ້າອັດປາກ-ດັງ ຍັງເພີ່ມຫຼາຍຂຶ້ນ ເມື່ອທຽບໃສ່ໄລຍະກ່ອນມີການລະບາດ, ເຮັດໃຫ້ສິນຄ້າຂາດຕະຫຼາດ ເຊິ່ງເປັນຜົນມາຈາກຄວາມຕ້ອງການທົ່ວໂລກ ແລະ ປະເທດເຮົາກໍ່ບໍ່ສາມາດຜະລິດໄດ້.

ດ້ວຍເຫດນີ້, ລັດຖະບານຈຶ່ງໄດ້ປະກາດເອົາສິນຄ້າປະເພດຜ້າອັດປາກ-ອັດດັງເຂົ້າເປັນສິນຄ້າຄວບຄຸມ ເຊິ່ງທາງກະຊວງອຸດສາຫະກຳ ແລະ ການຄ້າໃນນາມຄະນະຊີ້ນຳວຽກງານຄຸ້ມອງລາຄາ ແລະ ຄ່າບໍລິການຂັ້ນສູນກາງ ໄດ້ອອກແຈ້ງການແນະນຳເຖິງບັນດາຄະນະຊີ້ນຳວຽກງານຄຸ້ມຄອງລາຄາ ແລະ ຄ່າບໍລິການຂັ້ນແຂວງຄື: ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ກ່ຽວກັບການກຳນົດລາຄາຜ້າອັດ ປາກ-ດັງ ແຕ່ລະຊະນິດ ໄປແລ້ວ 3 ຄັ້ງ, ບົນພື້ນຖານການປັບປຸງເພີ່ມເຕີມເນື້ອໃນຂອງແຈ້ງການໃນແຕ່ລະຄັ້ງ ແມ່ນເພື່ອຄວາມເປັນເອກະພາບໃນການກຳນົດລາຄາຂາຍແຕ່ລະໄລຍະຕາມຕົ້ນທຶນນຳເຂົ້າຕົວຈິງ.

ໃນວັນທີ 8 ເມສາ 2020 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການກ່ຽວກັບການກຳນົດລາຄາສິນຄ້າຜ້າອັດປາກ-ດັງ ເຊິ່ງມີລາຍລະອຽດຕາມແຈ້ງການລຸ່ມນີ້:

  1. ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ປະສານກັບ ບໍລິສັດນໍາເຂົ້າອຸປະກອນການແພດ, ບໍລິສັດ ການຢາຂອງແຂວງ ຫຼື ຫົວໜ່ວຍທຸລະກິດຕ່າງໆ ທີ່ມີເງື່ອນໄຂ, ມີທຶນ ແລະ ສາມາດນໍາເຂົ້າຜ້າອັດປາກ-ດັງມາໄດ້ ແລະ ບໍລິສັດ ທີ່ມີຈຸດປະສົງໃນການຈໍາໜ່າຍຜ້າອັດປາກ-ດັງ ຊຶ່ງບໍລິສັດຕ່າງໆເຫຼົ່ານັ້ນຕ້ອງໄດ້ມາລົງທະບຽນກັບພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ, ໝາຍຄວາມວ່າ ຕ້ອງແຈ້ງເຈດຈໍານົງວ່າສາມາດນໍາເຂົ້າຜ້າອັດປາກ-ດັງ ມາຈໍາໜ່າຍໄດ້ ແລະ ບໍລິສັດຕ້ອງແຈ້ງຂໍ້ມູນຕົ້ນທຶນເຂົ້າມາ ພ້ອມທັງສົ່ງຕົວຢ່າງຜ້າອັດປາກ-ດັງ ທີ່ຈະນໍາເຂົ້າມາຈໍາໜ່າຍເພື່ອໃຫ້ເຈົ້າໜ້າທີ່ກວດກາຄຸນນະພາບ ບົນພື້ນຖານສົມທົບກັບພະແນກສາທາລະນະສຸກ ຂັ້ນແຂວງ, ນະຄອນຫຼວງວຽງຈັນ ຊ່ວຍຢັ້ງຢືນມາດຕະຖານໃຫ້.
  2. ສໍາລັບການກໍານົດລາຄາຂາຍຜ້າອັດປາກ-ດັງ ແຕ່ລະຊະນິດນັ້ນ ແມ່ນປະຕິບັດຕາມແຈ້ງການສະບັບກ່ອນ ເລກທີ 0347/ອຄ.ກດພນ, ລົງວັນທີ 31 ມີນາ 2020 ອະນຸຍາດໃຫ້ບວກກໍາໄລຂາຍຍົກ 10% ຂອງຕົ້ນທຶນການນໍາເຂົ້າ ແລະ ສົ່ງໃຫ້ຮ້ານຂາຍຍ່ອຍ ແມ່ນໃຫ້ບວກກໍາໄລ 10% ຂອງລາຄາຂາຍຍົກ.
  3. ມອບໃຫ້ ພະແນກອຸດສະຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ລາຍງານຂໍທິດຊີ້ນໍາຈາກຄະນະນີ້ນໍາວຽກງານຄຸ້ມຄອງລາຄາຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ເພື່ອກໍານົດລາຄາ, ວິທິການຈໍາໜ່າຍ, ຈຸດຈໍາໜ່າຍ ແລະ ການຄຸ້ມຄອງການຈໍາໜ່າຍຕົວຈິງ ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ຖືກຕ້ອງຕາມຂັ້ນຕອນ ແລະ ວິທີຂະແໜງການຕ່າງໆໄດ້ແຈ້ງອອກ ຫຼີກເວັ້ນບໍ່ໃຫ້ເປັນການຊຸມນຸມຂອງຄົນຈໍານວນຫຼາຍ ແລະ ສຳຄັນແມ່ນຫຼີກເວັ້ນບໍ່ໃຫ້ບຸກຄົນໃດຊື້ໄປກັກຕຸນ ແລະ ຂາຍຕໍ່ໃນລາຄາທີ່ແພງເກີນກວ່າທີ່ໄດ້ກໍານົດໄວ້, ພາຍຫຼັງຄົ້ນຄວ້າແລ້ວໃຫ້ນໍາສະເໜີຕໍ່ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ກໍຄືຫົວຫນ້າຄະນະຊີ້ນໍາວຽກງານ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງ, ນະຄອນຫຼວງວຽງຈັນ ເພື່ອຮັບຮອງ ແລະ ຈັດຕັ້ງປະຕິບັດຢູ່ແຂວງຂອງຕົນ.
  4. ມອບໃຫ້ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ເອົາໃຈໃສ່ສົມທົບກັບພາກສ່ວນກ່ຽວຂ້ອງ ລົງຕິດຕາມກວດກາໃຫ້ເປັນປົກກະຕິ ຕິດຕາມອໍານວຍຄວາມສະດວກໃນການຂາຍ, ຖ້າຫາກພົບ ບໍລິສັດທີ່ຈໍາຫນ້າຜ້າອັດປາກ-ດັງ ຫາກປະຕິບັດບໍ່ຖືກຕ້ອງຕາມການແນະນໍາແລ້ວ, ໃຫ້ຮີບຮ້ອນລາຍງານຫົວຫນ້າຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງ ເພື່ອຂໍທິດຊີ້ນໍາ ແລະ ຄວາມເປັນເອກະພາບໃນການປະຕິບັດມາດຕະການຕາມກົດໝາຍ ແລະ ລະບຽບການຂອງແຕ່ລະຂະແໜງການທີ່ກ່ຽວຂ້ອງ.

 

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...