ໃນປະຈຸບັນສິ່ງທີ່ທຸກຄົນກໍາລັງສົນທະນາ ແລະ ມີຄວາມກັງວົນຫລາຍທີ່ສຸດ ກໍຄົງຈະແມ່ນກ່ຽວກັບ ພະຍາດປອດອັກເສບຈາກ ເຊື້ອຈຸລາໂລກສາຍພັນໃໝ່ ໂຄໂຣນາໄວຣັດ ຫຼື ໂຄວິດ-19. ນັບແຕ່ພະຍາດລະບາດດັ່ງກ່າວ ໄດ້ເກີດຂຶ້ນໃນ ເດືອນ ທັນວາ 2019 ທີ່ຜ່ານມາ, ມາຮອດວັນທີ 7 ເມສາ 2020, ອີງຕາມອົງການອະນາໄມໂລກ ໄດ້ມີຜູ້ຕິດເຊື້ອທັງໝົດ 1.214.466 ກໍລະນີ ແລະ ໃນນີ້ມີຈໍານວນຜູ້ເສຍຊີວິດທັງໝົດ 67.767 ຄົນ ເຊິ່ງປະເທດທີ່ມີຜູ້ເສຍຊີວິດຫຼາຍທີ່ສຸດ ແມ່ນ ອິຕາລີ ແລະ ປະເທດທີ່ມີຜູ້ຕິດເຊື້ອຫຼາຍກ່ວາໝູ່ແມ່ນ ສະຫະລັດອາເມລິກາ. ຕາມການຄາດຄະເນ ຂອງສະຫະປະຊາຊາດ ພະຍາດລະບາດໂຄວິດ-19 ຈະສົ່ງຜົນກະທົບຕໍ່ກັບເສດຖະກິດໂລກ ເປັນມູນຄ່າເສຍຫາຍປະມານ 1.000 ຕື້ໂດລາສະຫະລັດ ໃນປີ 2020 ເຊິ່ງເປັນຜົນກະທົບທີ່ໜັກທີ່ສຸດ ຖ້າທຽບໃສ່ເຫດການອື່ນໆທີ່ຜ່ານມາ.
ສຳລັບອາຊຽນ ກໍບໍ່ສາມາດຫຼີກລ້ຽງໄດ້ ຈາກຜົນກະທົບຂອງພະຍາດລະບາດ ໂຄວິດ-19 ແລະ ມັນໄດ້ສົ່ງຜົນກະທົບຕໍ່ ທັງສາມເສົາຄໍ້າຂອງປະຊາຄົມອາຊຽນ ແລະ ເສົາຄໍ້າທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດກໍ່ຄົງຈະແມ່ນ ເສົາຄໍ້າເສດຖະກິດ.
ສຳນັກຂ່າວສານປະເທດລາວ ລາຍງານວ່າ ເພື່ອຮັບມືກັບພະຍາດລະບາດດັ່ງກ່າວ, ອາຊຽນກໍມີຄວາມພະຍາຍາມ ແລະ ເອົາໃຈໃສ່ໃນການປຶກສາຫາລື ເພື່ອຫາຊ່ອງທາງ ໃນການແກ້ໄຂບັນຫາ. ໃນຂອບເສົາຄໍ້າການເມືອງ-ຄວາມໝັ້ນຄົງອາຊຽນ, ບັນດາລັດຖະມົນຕີປ້ອງກັນ ປະເທດອາຊຽນໄດ້ຮັບຮອງເອົາ ຖະແຫຼງການຮ່ວມວ່າດ້ວຍ “ການຮ່ວມມືປ້ອງກັນຊາດ ເພື່ອຕ້ານພະຍາດລະບາດ” ໃນກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ-ວົງແຄບ ທີ່ ຮາໂນ່ຍ, ສສ ຫວຽດນາມ ໃນເດືອນ ກຸມພາ 2020 ທີ່ຜ່ານມາ. ຖະແຫຼງການຮ່ວມດັ່ງກ່າວ ໄດ້ເນັ້ນເຖິງການເສີມຂະຫຍາຍການຮ່ວມມືທັງແບບສອງຝ່າຍ ແລະ ຫຼາຍຝ່າຍໃນການແລກປ່ຽນ ຂໍ້ມູນຂ່າວສານ ແລະ ການປະຕິບັດທີ່ດີທີ່ສຸດ ໂດຍຜ່ານການຝຶກຊ້ອມ ແລະ ບັນດາກົນໄກການຮ່ວມມືທີ່ມີຢູ່ ເຊັ່ນ: ສູນແພດທະຫານອາຊຽນ ແລະ ເຄືອຂ່າຍຜູ້ຊ່ຽວຊານປ້ອງກັນຊາດ ດ້ານເຄມີ, ຊີວະພາບ ແລະ ກໍາມັນຕະພາບລັງສີ ອາຊຽນ. ສູນແພດທະຫານອາຊຽນເຊິ່ງຕັ້ງຢູ່ ບາງກອກ, ປະເທດ ໄທ ກໍໄດ້ຈັດກອງປະຊຸມຜ່ານໂທລະພາບ ເພື່ອຕິດຕາມ ແລະ ອັບເດດຂໍ້ມູນໃຫ້ທັນກັບ ສະພາບຕົວຈິງຢ່າງເປັນປົກກະຕິ. ນອກຈາກນີ້, ອາຊຽນຍັງໄດ້ຈັດກອງປະຊຸມ ກັບບັນດາປະເທດຄູ່ຮ່ວມເຈລະຈາ ເພື່ອເສີມຂະຫຍາຍການ ຮ່ວມມືແບບສອງຝ່າຍ ໃນການຕ້ານພະຍາດ ລະບາດໂຄວິດ-19 ໂດຍສະເພາະແມ່ນ ສປ ຈີນ, ສະຫະລັດອາເມລິກາ ແລະ ສ ເກົາຫລີ (ອີງຕາມຂໍ້ມູນຈາກ https://asean.org/). ໃນລະດັບປະເທດ, ບັນດາປະເທດສະມາຊິກອາຊຽນ ກໍມີມາດຕະການໃນການຮັບມືກັບພະຍາດດັ່ງກ່າວ ເປັນຕົ້ນແມ່ນ ການປິດປະເທດ, ການໃຫ້ປະຊາຊົນກັກຕົວເອງຢູ່ບ້ານ, ການຈຳກັດ ແລະ ຄວບຄຸມການຄົມມະນາຄົມຂົນສົ່ງ, ການຫ້າມການຈັດຕັ້ງ ແລະ ການຊຸມນຸມ ທີ່ມີຄົນເຂົ້າຮ່ວມເປັນຈຳນວນຫລາຍ, ການເຜີຍແຜ່ໂຄສະນາ ຂໍ້ມູນກ່ຽວກັບພະຍາດ, ການເຝົ້າລະວັງ ແລະ ອື່ນໆ.
ຮຽບຮຽງຂ່າວ: ພຸດສະດີ