spot_img
Homeຂ່າວຕ່າງປະເທດຈີນເລີ່ມອອກທ່ອງທ່ຽວຫຼັງຍົກເລີກ Lockdown ຢ່າງຫຼວງຫຼາຍ ແຕ່ໝໍເຕືອນຢ່າຖືເບົາ

ຈີນເລີ່ມອອກທ່ອງທ່ຽວຫຼັງຍົກເລີກ Lockdown ຢ່າງຫຼວງຫຼາຍ ແຕ່ໝໍເຕືອນຢ່າຖືເບົາ

Published on

ສຳນັກຂ່າວ CNN ລາຍງານສະຖານະການໃນປະເທດຈີນວ່າ ມີຄົນຈຳນວນຫຼາຍໄດ້ແຫ່ກັນໄປສະຖານທີທ່ອງທ່ຽວ ແລະ ເມືອງໃຫຍ່ທົ່ວປະເທດ ໃນອາທິດທີ່ຜ່ານມາ ທັ້ງທີ່ໜ່ວຍງານສາທາລະນະສຸກຂອງຈີນໄດ້ເຕືອນໄວ້ວ່າ ຄວາມສ່ຽງຈາກການແຜ່ລະບາດຂອງໂຄວິດ-19 ຍັງຕ້ອງໃຊ້ເວລາອີກດົນກວ່າມັນຊິໝົດໄປ.

ຮູບຖ່າຍຈາກສະຖານທີທ່ອງທ່ຽວພູເຂົາເມືອງ ຫວງຊານ ໃນເມືອງ ອານຮຸຍ ທາງຕາເວັນອອກສ່ຽງໃຕ້ຂອງຈີນ ໃນວັນທີ 4 ເມສາທີ່ຜ່ານມາ ເຫັນໄດ້ວ່າມີຄົນນັບໝື່ນອັດແໜ້ນ ເພື່ອທີ່ຈະສຳພັດກັບບັນຍາກາດກາງແຈ້ງ ຫຼັງປະເທດຈຳກັດການເດີນທາງດ້ວຍມາດຕະການປິດເມືອງຢ່າງເຂັ້ມງວດຢູ່ຫຼາຍເດືອນ. ຜູ້ຄົນໄດ້ຮີບໄປຢາມສະຖານທີ່ທ່ອງທ່ຽວແຫ່ງນີ້ຕອນເຊົ້າ ເວລາ 7.45 ຈົນເຈົ້າໜ້າທີ່ຕ້ອງອອກມາປະກາດວ່າສະຖານທີ່ຮອງຮັບນັກທ່ອງທ່ຽວມື້ລະ 20,000 ຄົນ ແລະ ຈະບໍ່ຮັບເພີ່ມອີກ.

ຂະນະດຽວກັນ, ເດິບັນ ຖະໜົນແຄມແມ່ນໍ້າທີ່ໂດ່ງດັງຂອງຊຽງໄຮ້ ກໍ່ກັບມາຄຶກຄັກດ້ວຍຂາຊ໋ອບ ແລະ ນັກທ່ອງທ່ຽວ ຫຼັງງຽບເງົາໄປຫຼາຍອາທິດ ຮ້ານອາຫານຫຼາຍຮ້ານທີ່ປິດໄປໄດ້ບໍ່ຫຼາຍມື້ ກໍ່ກັບມາເປີດບໍລິການຢ່າງໄວວາ ດ້ວຍຍອດຈອງໂຕະຈຳນວນຫຼາຍ. ໃນເມືອງຫຼວງປັກກິ່ງ ຄົນໃນເມືອງກໍ່ແຫ່ໄປຕາມສວນສາທະລະນະ ແລະ ພື້ນທີ່ເປີດຂອງເມືອງ.

ຮູບພາບຈາກ CNN

ຈີນພົບພະຍາດໄວຮັສໂຄວິດ-19 ເທື່ອທຳອິດ ທີ່ເມືອງ ອູຮັ່ນ ແຂວງ ຫູເປີ່ຍ ເມື່ອ 3 ເດືອນກ່ອນ ກ່ອນທີ່ມັນຈະລະບາດໄປທົ່ວໂລກ ເຮັດໃຫ້ມີຜູ້ຕິດເຊື້ອ 1.3 ລ້ານຄົນ. ຈົນຕອນນີ້ປະເທດຈີນເລີ່ມກັບເຂົ້າສູ່ພາວະປົກກະຕິ ເຊິ່ງສະທ້ອນວ່າຄົນຈີນຈຳນວນບໍ່ໜ້ອຍເລີ່ມປ່ອຍປະລະເລີຍຄວາມພະຍາຍາມທີ່ຈະຊ່ວຍຢຸດຢັ້ງການລະບາດຂອງໄວຣັສມໍລະນະນີ້ແລ້ວ ເນື່ອງຈາກວ່າຈີນໄດ້ຜ່ານຈຸດສູງສຸດຂອງການແຜ່ລະບາດ ທີ່ມີຈຳນວນກໍລະນີຕິດເຊື້ອມື້ລະຫຼາຍພັນຄົນ ແຕ່ໃນຫຼາຍອາທິດທີ່ຜ່ານມາ ອັດຕາການຕິດເຊື້ອຫຼຸດລົງຢ່າງມີໃນສຳຄັນ ຫຼ້າສຸດຈີນໄດ້ລາຍງານກໍລະນີຕິດເຊື້ອພຽງ 39 ກໍລະນີ ຕິດຈາກຕ່າງປະເທດ 38 ກໍລະນີ ແລະ ຕິດຈາກໃນປະເທດ 1 ກໍລະນີ, ເຮັດໃຫ້ຈີນມີກໍລະນີຕິດເຊື້ອສະສົມ 82,641 ກໍລະນີ ເສຍຊີວິດ 3,335 ກໍລະນີ.

ເຖິງແມ່ນວ່າລັດຖະບານຈີນໄດ້ເລີ່ມຜ່ອນຄວາມເຂັ້ມງວດຕ່າງໆລົງໄປ ແຕ່ຜູ້ຊ່ຽວຊານສະາທາລະນະສຸກຍັງແນະນຳໃຫ້ພົນລະເມືອງດຳເນີນຊີວິດຢ່າງລະມັດລະວັງຕໍ່ໄປ ຄືຊ່ວງການລະບາດຄັ້ງໃຫຍ່ທີ່ຜ່ານມາ. ທ່ານໝໍ ເສີງ ກວງ ຫົວໜ້ານັກລະບາດວິທະຍາ ສູນຄວບຄຸມ ແລະປ້ອງກັນໂຣກຂອງຈີນ ໄດ້ກ່າວກັບວາລະສານ Health Times ວ່າດ້ວຍການລະບາດທົ່ວໂລກທີ່ຍັງຄວບຄຸມບໍ່ໄດ້ ຈີນບໍ່ໄດ້ຢູ່ໃນຈຸດສິ້ນສຸດຂອງການລະບາດ ແຕ່ເຂົ້າສູ່ໄລຍະໃໝ່ແລ້ວ.

ຈາກຈຳນວນກໍລະນີຕິດເຊື້ອໃໝ່ທີ່ຫຼຸດລົງ ທາງລັດຖະບານຈີນຈຶງເລີ່ມພະຍາຍາມຟື້ນຟູອຸດສາຫະກຳການຜະລິດ ແລະ ບໍລິການຂອງປະເທດຫຼັງຍຸຕິລົງໄປ ຈົນທຸກພາກສ່ວນໃນເສດຖະກິດຂອງປະເທດໄດ້ຮັບຜົນກະທົບ ສ້າງຄວາມກັງວົນຕໍ່ຄວາມເສຍຫາຍໄລຍະຍາວ.

ຮຽບຮຽງໂດຍ: ວະນິດາ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...