spot_img
Homeຂ່າວຕ່າງປະເທດພາຍໃນ 7 ວັນ! ທົ່ວນະຄອນຫຼວງວຽງຈັນມີປະກົດການຫຍໍ້ທໍ້ເກີດຂຶ້ນ 45 ເລື່ອງ

ພາຍໃນ 7 ວັນ! ທົ່ວນະຄອນຫຼວງວຽງຈັນມີປະກົດການຫຍໍ້ທໍ້ເກີດຂຶ້ນ 45 ເລື່ອງ

Published on

ຕາມການລາຍງານຂອງໜັງສືພິມປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ ນັບແຕ່ວັນທີ 18-24 ມີນາ 2020, ທົ່ວນະຄອນຫຼວງວຽງຈັນມີປະກົດການຫຍໍ້ທໍ້ເກີດຂຶ້ນ 45 ເລື່ອງ; ທຽບໃສ່ທິດກ່ອນໜ້ານີ້ ເພີ່ມຂຶ້ນ 4 ເລື່ອງ, ສ້າງຄວາມເສຍຫາຍ 775.882.000 ກີບ.

ບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນນັ້ນລວມມີ ລັກຊັບພົນລະເມືອງ 24 ເລື່ອງ,  ຊື້-ຂາຍຢາເສບຕິດ 7 ເລື່ອງ, ຊິງຊັບ 4 ເລື່ອງ, ເສບຢາເສບຕິດ 4 ເລື່ອງ, ທໍາຮ້າຍຮ່າງກາຍ 1 ເລື່ອງ, ປຸ້ນຊັບ 1 ເລື່ອງ, ຍັກຍອກຊັບ 1 ເລື່ອງ, ​ຊື້-ຂາຍຊັບຜິດກົດໝາຍ 1 ເລື່ອງ ແລະ ຂັດຂວາງການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ 1 ເລື່ອງ.ຄະດີທີ່ເກີດຂຶ້ນທັງໝົດໄດ້ສ້າງຄວາມເສຍຫາຍເປັນເງິນ 775.882.000 ກີບ, ລົດຈັກ 21 ຄັນ, ຄໍາຮູບປະພັນ 1 ບາດ 2 ສະຫຼຶງ, ຕັ່ງຢາງ 40 ໜ່ວຍ, ໂທລະສັບ 4 ໜ່ວຍ ແລະ ເຄື່ອງມີຄ່າຈໍານວນໜຶ່ງ.

ຕໍ່ກັບສະພາບການດັ່ງກ່າວ, ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະໄດ້ເອົາໃຈໃສ່ແກ້ໄຂຢ່າງຕັ້ງໜ້າ ເຊິ່ງສາມາດແກ້ໄຂໄດ້ 26 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 90 ຄົນ ຍິງ 11 ຄົນ, ຢືດຂອງກາງຢາບ້າໄດ້ 9.496 ເມັດ, ຢາໄອສ໌ 1 ຖົງນ້ອຍ 19 ຫຼອດນ້ອຍ ແລະ ລົດໃຫຍ່ 1 ຄັນ; ພ້ອມທັງສາມາດເກັບກູ້ລົດຈັກຄືນໄດ້ 2 ຄັນ.

ປະກົດການຫຍໍ້ທໍ້ໃນໄລຍະ 7ວັນ ມີຈຳນວນ 45 ເລື່ອງ ແກ້ໄຂໄດ້ 26ເລື່ອງ ແລະ ມີຢູ່ 4 ຄະດີພົ້ນເດັ່ນທີ່ຍົກຂຶ້ນມາໃຫ້ສັງຄົມຮັບຮູ້ຄື:

ຄະດີພົ້ນເດັ່ນທີ 1: ເວລາ 19:00 ໂມງຂອງວັນທີ 19 ມີນາ 2020, ທ້າວ ລິຊິງ ອາຍຸ 32 ປີ ນັກທຸລະກິດ ເຊື້ອຊາດ-ສັນຊາດຈີນ ພັກເຊົາຢູ່ບ້ານ ສີສະຫວາດ ເມືອງຈັນທະບູລີ ໄດ້ເອົາເງິນຈໍານວນ 2.550.000 ບາດ ເພື່ອໄປແລກປ່ຽນເອົາເງິນໂດລາ. ພໍເດີນທາງຮອດໜ້າປໍ້ານໍ້າມັນ ພລັສ ຢູ່ບ້ານນາຄູນ ເມືອງນາຊາຍທອງ ໄດ້ມີຄົນຮ້າຍປະມານ 8-9 ຄົນ ຂັບຂີ່ລົດກະບະໂຕໂຍຕ້າ ຣີໂວ້ ສີດໍາ ແລະ ລົດໃຫຍ່ສີປອນທອງ ບໍ່ຈື່ໝາຍເລກທະບຽນ ໄປຕັດໜ້າ ແລ້ວໄດ້ໃຊ້ອາວຸດປືນສັ້ນສີດໍາ ປຸ້ນເອົາເງິນຈໍານວນດັ່ງກ່າວ ຂອງຜູ້ກ່ຽວ ແລ້ວຫຼົບໜີໄປ.

ຄະດີພົ້ນເດັ່ນທີ 2:​ ເວລາ 21:30 ໂມງຂອງວັນທີ 20 ມີນາ 2020, ທ້າວ ກາລິວ ອາຍຸ 44 ປີ ເຊື້ອຊາດ-ສັນຊາດຝຣັ່ງ ພັກເຊົາຢູ່ເຮືອນພັກ ຕັ້ງຢູ່ບ້ານມີໄຊ ເມືອງຈັນທະບູລີ ໄດ້ຍ່າງໄປຕາມທາງເຂດບ້ານດັ່ງກ່າວ ແລະ ມີຄົນຮ້າຍ 1 ຄົນ ຂີ່ລົດຈັກ (ບໍ່ຮູ້ຍີ່ຫໍ້-ປ້າຍທະບຽນ) ໄປດຶງກະເປົາຂອງຜູ້ກ່ຽວແລ້ວຫຼົບໜີ ເຊິ່ງໃນກະເປົາມີເງິນ 500.000 ກີບ, 1.000 ບາດ, 100 ເອີໂຣ, ໂທລະສັບ 2 ໜ່ວຍ ແລະ ເຄື່ອງອີກຈໍານວນໜຶ່ງ.

ຄະດີພົ້ນເດັ່ນທີ 3:​ ເວລາ 20:00 ໂມງຂອງວັນທີ 21 ມີນາ 2020, ນາງ ແສງ ອາຍຸ 40 ປີ ບ້ານໜອງທາເໜືອ ເມືອງຈັນທະບູລີ ໄດ້ກັບຈາກບ່ອນເຮັດວຽກ. ພໍໄປຮອດເຮືອນ, ໄດ້ເຫັນຜົວຊື່ ທ້າວ ພອນ ອາຍຸ 42 ປີ ຢູ່ໃນສະພາບມືນເມົາເຫຼົ້າ ຈຶ່ງມີການຜິດຖຽງກັນຮຸນແຮງ ເຮັດໃຫ້ ທ້າວ ພອນ ເອົານໍ້າມັນແອັດຊັງຫົດໃສ່ຕົນຕົວຂອງເມຍ ພ້ອມທັງຈູດໄຟໃສ; ເຮັດໃຫ້ໄຟໄໝ້ທົ່ວຕົນຕົວ ນາງ ແສງ ກ່ອນທີ່ພີ່ນ້ອງຈະພາກັນມອດໄຟ ແລະ ນໍາຕົວ ນາງ ແສງ ສົ່ງໂຮງໝໍ. ສ່ວນ ທ້າວ ພອນ ແມ່ນໄດ້ຫຼົບໜີ ເຊິ່ງເຈົ້າໜ້າທີ່ກໍາລັງເລັ່ງຕິດຕາມຕົວໄປດໍາເນີນຄະດີຕາມກົດໝາຍ.

ຄະດີພົ້ນເດັ່ນທີ 4:​ ເວລາ 00:30 ຂອງວັນທີ 22 ມີນາ 2020, ເກີດໄວລຸ້ນນັກຮຽນ ໄດ້ກໍ່ເຫດຕີກັນ ຢູ່ເສັ້ນທາງແຄມຂອງ ເຂດບ້ານທາດຂາວ ເມືອງສີສັດຕະນາກ ຈົນບາດເຈັບສາຫັດ 1 ຄົນ; ໃນເບື້ອງຕົ້ນ, ທ້າວ ບຸນຈັນ ຫຼື ຈັນ ອາຍຸ  15 ປີ ນັກຮຽນ ບ້ານທາດຫຼວງເໜືອ ເມືອງໄຊເສດຖາ  ໄດ້ໄປທ່ຽວຫຼີ້ນ ແລະ ນັ່ງດື່ມເບຍກັບໝູ່ອີກ 15 ຄົນ ຢູ່ແຄມທາງເສັ້ນທາງເຂດບ້ານທາດຂາວ ເມືອງສີສັດຕະນາກ. ຈາກນັ້ນ, ໄດ້ມີກຸ່ມຂອງ ທ້າວ ເລັກ ອາຍຸ 17 ປີ  ນັກຮຽນບ້ານໜອງດ້ວງເໜືອ ເມືອງສີໂຄດຕະບອງ ປະມານ 20-30 ຄົນ ຂັບຂີ່ລົດຈັກ ເຂົ້າໄປຖາມ ກຸ່ມ ທ້າວ ຈັນວ່າ: “ໃຜຊື່ຈັນ?”. ຈາກນັ້ນ, ທ້າວ ຈັນ ໄດ້ແລ່ນໜີ ແຕ່ກຸ່ມ ທ້າວ ເລັກ ແລະ ພັກພວກໄດ້ແລ່ນນໍາຈົນທັນ ແລ້ວລຸມທໍາຮ້າຍ ທ້າວ ຈັນ ຈົນບາດເຈັບສາຫັດ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: www.lsecuritynews.com

 

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...