spot_img
Homeຂ່າວຕ່າງປະເທດບັນດາປະເທດໃນຊ່ວງ Lockdown ກັບມາດຕະການປ້ອງກັນການແຜ່ລະບາດທີ່ບໍ່ທຳມະດາ

ບັນດາປະເທດໃນຊ່ວງ Lockdown ກັບມາດຕະການປ້ອງກັນການແຜ່ລະບາດທີ່ບໍ່ທຳມະດາ

Published on

ຫຼາຍໆປະເທດໃນໂລກກໍ່ໄດ້ອອກມາດຕະການໃນຊ່ວງທີ່ປະເທດກຳລັງປິດປະເທດ ຫຼື Lockdown ເພື່ອປ້ອງກັນບໍ່ໃຫ້ພະຍາດໄວຣັສໂຄວິດ-19 ແຜ່ລະບາດ. ບາງປະເທດກໍ່ອອກມາດຕະການຂັ້ນເດັດຂາດ ບາງປະເທດກໍ່ຜ່ອນຜັນ ແລະ ບາງປະເທດກໍ່ອອກມາດຕະການທີ່ແປກໃໝ່ ບໍ່ທຳມະດາ ແລະມີແຕ່ປະເທດນີ້ເທົ່ານັ້ນທີ່ມີມາດຕະການແບບນີ້ອອກມາ. ເຮົາມາເບິ່ງກັນວ່າມີປະເທດໃດແດ່ທີ່ອອກມາດຕະການປ້ອງກັນການແຜ່ລະບາດຂອງໄວຣັສທີ່ບໍ່ທຳມະດາ.

  1. ປະເທດປານາມາ
ຮູບພາບຈາກ AFP

ປະເທດໃນທະວີບອາເມລິກາກາງ ທີ່ມີກໍລະນີຜູ້ຕິດເຊື້ອປະມານ 1,000 ກໍລະນີ ໄດ້ອອກມາດຕະການກ່ຽວກັນການກັກໂຕທີ່ເຄັ່ງຄັດ ດ້ວຍວ່າວັນພຸດເປັນຕົ້ນໄປ ຍິງແລະຊາຍສາມາດອອກຈາກບ້ານໄດ້ແຄ່ 2 ຊົ່ວໂມງເທົ່ານັ້ນ ແລະຕ້ອງອອກໃນມື້ທີ່ຕ່າງກັນ. ສ່ວນໃນວັນອາທິດແມ່ນຫ້າມປະຊາຊົນອອກຈາກບ້ານເດັດຂາດ.

  1. ປະເທດໂຄລອມເບຍ

ໃນບາງເມືອງຂອງແຕ່ລະມື້ ປະຊາຊົນສາມາດອອກຈາກບ້ານໄດ້ ຖ້າເລກທ້າຍບັດປະຊາຊົນກົງກັບເລກທີກຳນົດໄວ້ ຕົວຢ່າງເຊັ່ນ: ເລກທ້າຍທີ 0,7 ຫຼື 4 ແມ່ນສາມາດອອກຈາກບ້ານໄດ້ໃນວັນຈັນ. 

  1. ປະເທດເຊີເບຍ
ຮູບພາບຈາກ REUTERS

ປະເທດເຊີເບຍໄດ້ອອກກົດ “ຊົ່ວໂມງພາໝາຍ່າງ (dog-walking hour)” ໃນເວລາ 8 ໂມງ ເຖິງ 9 ໂມງກາງຄືນ ແຕ່ກໍ່ໄດ້ຍົກເລີກໄປ ຈາກການຮຽກຮ້ອງຂອງຜູ້ທີ່ມີໝາລ້ຽງ. 

4.ປະເທດເບລາຣຸດ 

ຮູບພາບຈາກ EPA

ເບລາຣຸດຍັງບໍ່ໄດ້ອອກມາດຕະການຫ້າມຈັດການແຂ່ງຂັນກີລາ ເຖິງແມ້ວ່າຫຼາຍປະເທດໃກ້ຄຽງໄດ້ອອກມາດຕະການຢ່າງເຄັ່ງຄັດ. ປະທານປະເທດແຫ່ງເບລາຣຸດ ທ່ານ Alexander Lukashenko ໄດ້ອອກມາເວົ້າໃນເຊິ່ງຕິດຕະຫຼົກວ່າຕົວເອງຫຍັງບໍ່ເຫັນພະຍາດໄວຣັສ”ລອຍໄປລອຍມາ”ເພາະຄິດວ່າມັນສາມາດເຫັນໄດ້ດ້ວຍຕາເປົ່າ.

  1. ປະເທດສະວີເດັນ

ປະເທດສະວີເດັນມີມາດຕະການປ້ອງກັນການແຜ່ລະບາດຂອງພະຍາດຢ່າງຜ່ອນຜັນແລະຖືເບົາ ເຖິງແມ້ວ່າໃນປະເທດຈະມີກໍລະນີຜູ້ຕິດເຊື້ອກວ່າ 4500 ຄົນກໍ່ຕາມ.

ຈັ່ງໃດກໍ່ຕາມ ທາງລັດຖະບານກໍ່ໄດ້ໄວ້ວາງໃຈປະຊາຊົນໃຫ້ໃຊ້ຊີວິດປະຈຳວັນຢ່າງມີສະຕິ ແລະ ເຮັດແຕ່ໃນສິ່ງທີ່ຖືກຕ້ອງ. ທາງການກໍ່ໄດ້ອອກມາດຕະການ ຫ້າມບໍ່ໃຫ້ມີການຮ່ວມຊຸມນຸມເກີນ 50 ຄົນໃນວັນອາທິດ ສ່ວນໂຮງຮຽນສຳຫຼັບນັກຮຽນອາຍຸ 16 ປີລົງມາແມ່ນໃຫ້ເປິດຕາມປົກກະຕິ. ຮ້ານອາຫານ ແລະ ຮ້ານກິນດື່ມກໍ່ຍັງເປີດໃຫ້ນັ່ງກິນໃນຮ້ານຕາມປົກກະຕິ, ປະຊາຊົນກໍ່ຍັງອອກມາມາຄົບຫາສະມາຄົມຢ່າງເປັນປົກກະຕິ.

ແຫຼ່ງຂໍ້ມູນ: CNN

ຮຽບຮຽງໂດຍ: ວະນິດາ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...