Homeຂ່າວຕ່າງປະເທດອຸທາຫອນຊາວຕວັກກີ "ດື່ມແອລກໍຮໍ" ຫວັງຂ້າເຊື້ອໂຄວິດ-19 ເສຍຊີວິດ 30ຄົນ

ອຸທາຫອນຊາວຕວັກກີ “ດື່ມແອລກໍຮໍ” ຫວັງຂ້າເຊື້ອໂຄວິດ-19 ເສຍຊີວິດ 30ຄົນ

Published on

ປະຊາຊົນຊາວຕວັກກີຫຼາຍສິບຄົນພາກັນດື່ມ ເອທິລແອລກໍຮໍບໍລິສຸດ ທີ່ມີປະລິມານແອລກໍຮໍສູງເຖິງ 95% ເພາະຄິດວ່າຈະຊ່ວຍປ້ອງກັນ ລວມເຖິງຂ້າເຊື້ອໂຄວິດ-19 ໄດ້ ເຮັດໃຫ້ມີຜູ້ເສຍຊີວິດ 30 ຄົນ ແລະ ອີກປະມານ 20 ຄົນຕ້ອງຖືກນຳຕົວສົ່ງໂຮງໝໍ ເນື່ອງຈາກມີອາການສາຫັດ.

ວັນທີ 27 ມີນານີ້ ເວັບໄຊຂ່າວ ເດລີຊາບາ ລາຍງານເຫດການທີ່ເປັນອຸທາຫອນຈາກຄວາມພະຍາຍາມປ້ອງກັນການແຜ່ລະບາດຂອງໄວຣັດສາຍພັນໃໝ່ ໃນປະເທດຕວັກກີ ເຊິ່ງປັດຈຸບັນ ຕວັກກີ ມີຍອດຜູ້ຕິດເຊື້ອໂຄວິດ-19 ສະສົມເພີ່ມຂຶ້ນເປັນ 3,629 ກໍລະນີ ແລະ ເສຍຊີວິດ 75 ກໍລະນີ.

ຜູ້ຊ່ຽວຊານລະບຸວ່າ ເອທານໍອາດຈະເປັນຊະນິດຂອງແອລກໍຮໍທີ່ສາມາດບໍລິໂພກໄດ້ ແຕ່ດ້ວຍປະລິມານຄວາມເຂັ້ມຂຸ້ນແບບບໍລິສຸດເຊິ່ງມີປະລິມານສູງກວ່າທີ່ພົບໃນເຄື່ອງດື່ມແອລກໍຮໍທົ່ວໄປ ຈຶ່ງເຮັດໃຫ້ຜູ້ທີ່ດື່ມມີພາວະແອລກໍຮໍເປັນພິດ ແລະ ອາດເຮັດໃຫ້ຜູ້ທີ່ດື່ມເຖິງຂັ້ນເສຍຊີວິດໄດ້.

ທັງນີ້, ພ້ອມເຕືອນອີກວ່າ ການໃຊ້ແອລກໍຮໍເພື່ອຂ້າເຊື້ອໂຣກ ຫຼື ຂ້າໄວຣັດນັ້ນໃຊ້ໄດ້ພຽງປ້ອງກັນພາຍນອກ ຄືການເຊັດທຳຄວາມສະອາດທີ່ຜິວໜັງເທົ່ານັ້ນ ການຮັບປະທານແອລກໍຮໍ ຈະຕົງເຂົ້າສູ່ລະບົບຍ່ອຍອາຫານ ແລະ ບໍ່ໄດ້ຊ່ວຍໃນການຂ້າເຊື້ອແຕ່ຢ່າງໃດ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...