Homeຂ່າວພາຍ​ໃນ”ປິດປະເທດ” ຫຼື ”ປິດເມືອງ” ແມ່ນຫຍັງ? ຜົນດີ ແລະ ຜົນກະທົບມີແນວໃດແນ່?

”ປິດປະເທດ” ຫຼື ”ປິດເມືອງ” ແມ່ນຫຍັງ? ຜົນດີ ແລະ ຜົນກະທົບມີແນວໃດແນ່?

Published on

ການປິດປະເທດ ຫຼື ປິດເມືອງ ນັ້ນເອີ້ນວ່າເປັນການຍົກລະດັບມາດຕະການໃນການສະກັດກັ້ນການລະບາດຂອງໂຣກ ເຖິງຈະເປັນມາດຕະການສ້າງຄວາມປອດໄພ ໃຫ້ກັບສ່ວນລວມ. ເຖິງວ່າມັນຈະສາມາດຄວບຄຸມການລະບາດໄດ້ ແຕ່ກໍຕ້ອງແລກມາດ້ວຍຜົນກະທົບຂອງເສດຖະກິດ, ສິດທິຄວາມເປັນສ່ວນຕົວຂອງບຸກຄົນກໍຖືກຈໍາກັດ.

ປິດປະເທດ ຫຼື ປິດເມືອງ ຫຼືວ່າ Lockdown ນັ້ນເປັນມາດຕະການທີ່ຄວບຄຸມເຖິງການຈໍາກັດການເດີນທາງ, ການຍົກເລີກກິດຈະກຳໃນພື້ນທີ່ສາທາລະນະ ໄປຈົນເຖິງການກັກຕົວພາຍໃນບ້ານພັກ ແລະ ຍັງເປັນການເປີດທາງໃຫ້ກັບລັດຖະບານ ຕິດຕາມຄວາມເຄື່ອນໄຫວ ພຶດຕິກຳຂອງປະຊາຊົນຢ່າງໃກ້ຊິດ ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ເຊິ່ງແຕ່ລະມາດຕະການປິດປະເທດ ຫຼື ປິດເມືອງ ຫຼື Lock Down ໃນແຕ່ລະປະເທດກໍຈະມີຄວາມແຕກຕ່າງກັນອອກໄປ ຢ່າງເຊັ່ນ ການຈໍາກັດການສັນຈອນທາງບົກ, ທາງນໍ້າ, ທາງອາກາດ, ງົດລວມໂຕໃນພື້ນທີ່ສາທາລະນະ ແລະ ປິດສະຖານສຶກສາເປັນການຊົ່ວຄາວ.

ມາດຕະການປິດເມືອງຂອງປະເທດ ຈີນ: ເປັນການປິດພື້ນທີ່ບາງຈຸດນັ້ນເຊິ່ງຈະມີມາດຕະການເຊັ່ນ: ການຫ້າມໃຂ້ລົດໃຫຍ່-ລະບົບຂົນສົ່ງສາທາລະນະ, ຫ້າມອອກຈາກທີ່ພັກ-ອາໄສໂດຍບໍ່ໄດ້ຮັບອະນຸຍາດ, ໄປເຖິງປິດສະຖານທີ່ທຸກແຫ່ງໃນເມືອງ

ມາດຕະການປິດເມືອງຂອງປະເທດອິຕາລີ: ເປັນການປິດທັງປະເທດຈະມີມາດຕະການຄື ປິດຮ້ານອາຫານ, ຮ້ານບັນເທີງ, ຮ້ານເສີມສວຍ ຍົກເວັ້ນຊຸບເປີ້ມາເກັດ-ຮ້ານຂາຍຢາ, ເປີດບໍລິການລະບົບຂົນສົ່ງສາທາລະນະປົກກະຕິ, ແນະນໍາໃຫ້ປະຊາຊົນເຮັດວຽກໃນໄລຍະໄກ ລວມເຖິງໃຊ້ມື້ລາ

ນອກຈາກນັ້ນ, ຍັງໄດ້ມີການວິເຄາະຈາກເວັບໄຊ້ Business Insider ໄດ້ໃຫ້ຂໍ້ມູນວ່າການປິດເມືອງ ຫຼື ປິດປະເທດນັ້ນ ຊ່ວຍໃນການຊະລໍ ການແຜ່ລະຍາດຂອງເຊື້ອໄວຣັສໂຄວິດ-19 ຫຼື ໄວຣັສໂຄໂຣນາ ໄດ້ແທ້ ແຕ່ວ່າມາດຕະການນີ້ຕ້ອງແລກມາດ້ວຍສິດທິຄວາມເປັນສ່ວນຕົວ ແລະ ເສຣີພາຍສ່ວນບຸກຄົນຂອງປະຊາຊົນນັ້ນເອງ.

ເຮົາສາມາດສະຫຼຸບໄດ້ວ່າ ຜົນຂອງການປິດປະເທດ ຫຼື ປິດເມືອງ ຫຼືວ່າ Lock Down ນັ້ນກໍຂຶ້ນຢູ່ກັບຄວາມເຂັ້ມງວດຂອງແຕ່ລະປະເທດທີ່ທາງລັດຖະບານມີການຄອບຄຸມຫຼາຍເທົ່າໃດ; ເຊິ່ງບາງປະເທດບໍ່ຈໍາເປັນຕ້ອງປິດປະເທດກໍຍັງສາມາດຄວບຄຸມສະຖານະການ ການແຜ່ລະບາດຂອງພະຍາດໄດ້ ຂຶ້ນກັບຄວາມຮ່ວມມືຂອງປະຊາຊົນຮ່ວມກັບທາງລັດຖະບານ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...