spot_img
Homeຂ່າວຕ່າງປະເທດຝຣັ່ງໃຊ້ງົບຊ່ວຍເຫຼືອທາງການເງິນແກ່ບໍລິສັດທີ່ປິດຕົວຊ່ວງໂຄວິດ-19ລະບາດ

ຝຣັ່ງໃຊ້ງົບຊ່ວຍເຫຼືອທາງການເງິນແກ່ບໍລິສັດທີ່ປິດຕົວຊ່ວງໂຄວິດ-19ລະບາດ

Published on

ຜູ້ນຳປະເທດຝຣັ່ງປະກາດຈະໃຊ້ງົບປະມານ 300,000 ລ້ານຢູໂຣ ເພື່ອຊ່ວຍເຫຼືອທາງການເງິນແກ່ບໍລິສັດຕ່າງໆທີ່ຕ້ອງຢຸດກິດຈະການລົງຊົ່ວຄາວໃນລະຫວ່າງວິກິດໂຣກລະບາດໃນຄັ້ງນີ້.

ທ່ານ ເອັມມານູເອລ ມາຄົງ ປະທານາທິບໍດີຝຣັ່ງ ປະກາດເມື່ອວັນທີ 17 ມີນາ 2020ທີ່ຜ່ານ ຈະລະງົດການເກັບຄ່ານໍ້າ, ຄ່າໄຟ ແລະ ຄ່າເຊົ່າ ສຳລັບທຸລະກິດຂະໜາດນ້ອຍທົ່ວປະເທດ ເພື່ອບັນເທົາຜົນກະທົບຈາກຄຳສັ່ງປິດຮ້ານຄ້າທີ່ປະກາດອອກມາກ່່ອນໜ້ານີ້ ຕາມແຜນການສະກັດກັ້ນການແຜ່ລະບາດຂອງໂຣກໂຄວິດ-19.

ທ່ານ ມາຄົງ ຍັງອອກຄຳສັ່ງໃຫ້ປະຊາຊົນທຸກຄົນກັກຕົວຢູ່ແຕ່ໃນເຮືອນເປັນເວລາ 15 ວັນ ແລະ ປິດດ່ານຊາຍແດນເປັນເວລາ 30 ວັນ. ເຊິ່ງມາດຕະການດັ່ງກ່າວຈະເຮັດໃຫ້ປະຊາຊົນອອກນອກເຮືອນ ຫຼື ທີ່ພັກບໍ່ໄດ້ ແຕ່ຍົກເວັ້ນຄົນທີ່ເຮັດວຽກ ຫຼື ຄົນທີ່ອອກໄປຊື້ອາຫານ, ຢາ, ໄປໂຮງໝໍ ຫຼື ໄປເຮັດທຸລະສຳຄັນທີ່ກ່ຽວກັບດ້ານຄອບຄົວເຊັ່ນ: ພາລູກໄປຫາພໍ່ ຫຼື ແມ່ຂອງເດັກນ້ອຍທີ່ບໍ່ໄດ້ຢູ່ນຳກັນ ຫຼື ຕ້ອງດູແລຍາດຜູ້ໃຫຍ່ທີ່ຊ່ວຍເຫຼືອຕົນເອງລຳບາກ.

ຮຽບຮຽງຂ່າວ: ພຸດສະດີ
ແຫຼ່ງຂໍ້ມູນ: sanook.com

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...