ໜັງສືພິມ South China Morning Post ໄດ້ເປີດເຜີຍບົດຄວາມທີ່ບົ່ງບອກໃຫ້ເຫັນເຖິງບົດຮຽນສຳຄັນຂອງຈີນ ໃນການກຽມພ້ອມງົບປະມານເພື່ອດູແລຄ່າກວດເຊື້ອ ແລະ ຄ່າຮັກສາ ເພື່ອບໍ່ໃຫ້ຜູ້ປ່ວຍທີ່ມີລາຍໄດ້ໜ້ອຍຫຼີກລ່ຽງການກວດຮັກສາເນື່ອງຈາກກັງວົນເລື່ອງຄ່າໃຊ້ຈ່າຍທີ່ສູງ.
ຜູ້ຊ່ຽວຊານຈີນ ຊີ້ໃຫ້ເຫັນຜົນກະທົບຈາກການຫຼີກລ່ຽງການກວດຮັກສາ ເພາະກັງວົນກ່ຽວກັບຄ່າໃຊ້ຈ່າຍນັ້ນ ມັນແຮ່ງສົ່ງຜົນໃຫ້ສະຖານະການຮ້າຍແຮງຂຶ້ນ. ຂະນະທີ່ຂໍ້ມູນຂ່າວສານການແພດຈີນບົ່ງບອກວ່າປົກກະຕິແລ້ວ ຄ່າກວດຫາເຊື້ອໂຣກໂຄວິດ-19 ຂອງຈີນຈະຢູ່ທີ່ປະມານ 370 ຢວນ ຫຼື ປະມານ 472.000 ກີບ, ສ່ວນຄ່າຮັກສາຫາກທຽບລາຄາຈາກໂຮງໝໍໃນນະຄອນຊຽງໄຮ້ ຈະຢູ່ທີ່ປະມານ 23,000 ຢວນ ຫຼື ປະມານ 30.000.000 ກີບ, ສຳລັບຜູ້ສູງອາຍຸ ແລະ ສຳລັບເຍົາວະຊົນ ຄ່າໃຊ້ຈ່າຍປະມານ 5,600 ຢວນ ຫຼື ປະມານ 7.150.000 ກີບ.
ນອກຈາກນີ້, ຍັງມີວິທີການຮັກສາບາງຢ່າງເຊັ່ນ ການເຮັດ ECMO ຫຼື ອອກຊີເຈນເມມເບຣນຈາກພາຍນອກ (Extracorporeal Membrane Oxygenation) ເຊິ່ງເປັນການໃຫ້ອອກຊີເຈນໃນເລືອດສຳລັບຜູ້ປ່ວຍເພື່ອຊ່ວຍໃນການຫາຍໃຈ ກໍ່ລາຄາຄ່ອນຂ້າງແພງ ແຕ່ທັງໝົດນີ້ເປັນສ່ວນທີ່ລັດຖະບານຕ້ອງສະໜັບສະໜູນຄ່າໃຊ້ຈ່າຍ ເຊິ່ງລັດຖະບານຈີນໄດ້ຈັດສັນງົບປະມານກວ່າ 110,480 ລ້ານຢວນ ເພື່ອສະໜັບສະໜູນອຸປະກອນການຮັກສາ ແລະ ຄ່າໃຊ້ຈ່າຍສຳລັບແພດ ແລະ ພະຍາບານໄວ້ແລ້ວ.
ທັງນີ້, ສາດສະດາຈານຈາກມະຫາວິທະຍາໄລ ຊີຕີ ໃນຮົງກົງ ກ່າວວ່າ: ເຫັນໄດ້ຊັດເຈນແລ້ວວ່າ ຄ່າໃຊ້ຈ່າຍໃນການກວດຮັກສາໂຣກໂຄວິດ-19 ເປັນສິ່ງໜຶ່ງທີ່ເປັນອຸປະສັກຂັດຂວາງຄວາມພະຍາຍາມໃນການຄວບຄຸມການແຜ່ລະບາດຂອງໂຣກ ເນື່ອງຈາກວ່າ ຫາກບ່ອນໃດມີການຈ່າຍຄ່າຮັກສາທີ່ແພງ ບຸກຄົນທີ່ມີອາການບໍ່ຮຸນແຮງ ຫຼື ບຸກຄົນທີ່ຢູ່ໃນກຸ່ມສ່ຽງ, ຜູ້ທີ່ມີລາຍໄດ້ໜ້ອຍ ຈະເກີດຄວາມລັງເລທີ່ຈະໄປໂຮງໝໍ ແລະ ບາງເທື່ອອາດຈະເປັນກໍລະນີທີ່ເກີດຂຶ້ນໃນກຸ່ມຜູ້ຕິດເຊື້ອໂຣກລະບາດທີ່ຮ້າຍແຮງ ເຊິ່ງພຶດຕິກຳເຫຼົ່ານີ້ຈະເຮັດໃຫ້ການແຜ່ລະບາດເພີ່ມທະວີການຂະຫຍາຍຕົວຫຼາຍຂຶ້ນ.
ຮຽບຮຽງຂ່າວ:ພຸດສະດີ
ແຫຼ່ງຂໍ້ມູນ: thestandard.co