spot_img
Homeຂ່າວຕ່າງປະເທດລາຄານໍ້າມັນຕະຫຼາດໂລກຫຼຸດລົງ 30% ຫຼັງຊາອຸດິອາຣະເບຍຕອບໂຕ້ຣັດເຊຍ

ລາຄານໍ້າມັນຕະຫຼາດໂລກຫຼຸດລົງ 30% ຫຼັງຊາອຸດິອາຣະເບຍຕອບໂຕ້ຣັດເຊຍ

Published on

ລາຄານໍ້າມັນດິບໃນຕະຫຼາດໂລກຫຼຸດລົງເກືອບ 27% ຫຼັງຈາກຊາອຸດິອາຣະເບຍ ຊຶ່ງເປັນປະເທດທີ່ສົ່ງອອກນໍ້າມັນລາຍໃຫຍ່ທີ່ສຸດຂອງໂລກ ປະກາດວ່າຈະເພີ່ມການຜະລິດໃນເດືອນໜ້າ ເພື່ອນຳນໍ້າມັນສູ່ຕະຫຼາດໂລກໃຫ້ໄດ້ຫຼາຍ ເພື່ອຕັດລາຄານໍ້າມັນກາຊວນ ແລະ ແອັດຊັງຈາກຣັດເຊຍ.

ການປະກາດຫຼ້າສຸດຂອງຊາອຸດິອາຣະເບຍ ເຮັດໃຫ້ນໍ້າມັນດິບໃນຕະຫຼາດ ທີ່ມີລາຄາຊື້-ຂາຍຢູ່ທີ່ 33.09 ໂດລາຕໍ່ບາເຣລ ຫຼຸດລົງຈາກລາຄາເກົ່າ 27% ເຊິ່ງເປັນການຫຼຸດລົງທີ່ແຮງທີ່ສຸດໃນໜຶ່ງວັນຂອງຕະຫຼາດນໍ້າມັນ ຕັ້ງແຕ່ຊ່ວງສົງຄາມອ່າວເປີເຊຍເມື່ອປີ 1991 ໃນຂະນະທີ່ລາຄານໍ້າມັນດິບໃນຕະຫຼາດສະຫະລັດຫຼຸດລົງ 27% ມາຢູ່ທີ່ 30 ໂດລາຕໍ່ບາເຣລ.

ການເຄື່ອນໄຫວນີ້ເກີດຂຶ້ນຫຼັງຈາກເມື່ອອາຣາມໂຄ ບໍລິສັດນໍ້າມັນຂອງລັດຖະບານຊາອຸດິອາຣະເບຍ ແລະ ກຸ່ມປະເທດຜູ້ສົ່ງອອກນໍ້າມັນ (ໂອເປກ) ໄດ້ຊັກຊວນໃຫ້ຣັດເຊຍຫຼຸດກຳລັງການຜະລິດໄປນຳກັນ ເພື່ອໃຫ້ລາຄານໍ້າມັນໃນຕະຫຼາດໂລກສູງຂຶ້ນ ແຕ່ຮັດເຊຍປະຕິເສດຂໍ້ສະເໜີນີ້ ມັນໄດ້ສ້າງຄວາມບໍ່ພໍໃຈຕໍ່ຊາອຸດິອາຣະເບຍຢ່າງແຮງ ຈົນນຳມາສູ່ການທີ່ຊາອຸດິອາຣະເບຍປະກາດເພີ່ມກຳລັງການຜະລິດໃຫ້ຫຼາຍກວ່າ 10 ລ້ານບາເຣລຕໍ່ວັນ ຫຼື 1,589 ລ້ານລິດຕໍ່ມື້ ໃນເດືອນເມສານີ້.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...