spot_img
Homeຂ່າວຕ່າງປະເທດຂະໜົມຄຸກກີ້ຂີ້ຕົມຂອງກິນແກ້ຫິວຂອງຊາວເຮຕິ

ຂະໜົມຄຸກກີ້ຂີ້ຕົມຂອງກິນແກ້ຫິວຂອງຊາວເຮຕິ

Published on

ການປັບຂຶ້ນລາຄາອາຫານເຮັດໃຫ້ເກີດຜົນກະທົບຫຼາຍກັບປະຊາຊົນເຮຕິທີ່ທຸກຍາກ ສະຖານະການໄດ້ບີບບັງຄັບໃຫ້ພວກເຂົາບໍ່ມີທາງເລືອກອື່ນນອກຫັນໄປນຳໃຊ້ຂີ້ຕົມເພື່ອມາເຮັດເປັນອາຫານ.

ຂະໜົມຄຸກກີ້ຂີ້ຕົມເປັນອາຫານທີ່ປະທັງຄວາມຫິວໂຫຍຂອງປະຊາຊົນຄົນທຸກຍາກຊາວເຮຕິແບບດັ້ງເດີມ, ພວກເຂົາຈະເອົາຂີ້ຕົມປະສົມເນີຍ ເກືອ ແລ້ວນຳໄປຕາກແດດໃຫ້ແຫ້ງກ່ອນຈະນຳມາກິນ.

ການກິນຄຸກກີ້ຂີ້ຕົມເປັນວິທີການເອົາຊີວິດລອດຂອງຊາວເຮຕິທີ່ທຸກຍາກ ເດັກນ້ອຍ ແລະ ແມ່ຍິງລວມເຖິງຄົນທີ່ຖືພາຕ່າງກໍ່ເລືອກອາຫານຊະນິດນີ້ເພື່ອກິນປະທັງຊີວິດ ແຕ່ມັນສ້າງຜົນກະທົບຕໍ່ສຸຂະພາບຂອງພວກເຂົາ ແລະ ເຮັດໃຫ້ຮ່າງກາຍໄດ້ຮັບສານອາຫານບໍ່ພຽງພໍ ເຖິງແມ່ນວ່າລັດຖະບານຈະພະຍາຍາມຫ້າມບໍ່ໃຫ້ຄົນເຮຕິກິນຄຸກກີ້ຂີ້ຕົມ ເພາະມັນສົກກະປົກ ແລະ ມີຜົນກະທົບຕໍ່ຮ່າງກາຍ ແຕ່ເມື່ອທ້ອງຫິວໂຫຍ ແລະ ເງິນບໍ່ມີພຽງພໍທີ່ຈະຊື້ອາຫານ ທາງເລືອກຂອງພວກເຂົາຈຶ່ງບໍ່ມີຫຼາຍ.

ລາຄາອາຫານທີ່ເພີ່ມສູງຂຶ້ນແຕ່ຄວາມຈຳເປັນສຳລັບການບໍລິໂພກມັນບໍ່ເຄີຍຫຼຸດລົງ ເຮຕິເປັນປະເທດທີ່ຕ້ອງເພິ່ງພາສິນຄ້ານຳເຂົ້າຫຼາຍກວ່າ 40% ແລະ ອາຫານກໍ່ຄືກັນ ບວກກັບລາຄານໍ້າມັນທີ່ສູງຂຶ້ນ.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...