spot_img
Homeຂ່າວຕ່າງປະເທດ15 ປະເທດທີ່ໄດ້ຮັບຜົນກະທົບທາງເສດຖະກິດຮ້າຍແຮງທີ່ສຸດຈາກການລະບາດໄວຣັສໂຄໂຣນາ

15 ປະເທດທີ່ໄດ້ຮັບຜົນກະທົບທາງເສດຖະກິດຮ້າຍແຮງທີ່ສຸດຈາກການລະບາດໄວຣັສໂຄໂຣນາ

Published on

ປະເທດທີ່ຕ້ອງເພິ່ງພາສິນຄ້າ ແລະ ວັດຖຸດິບຈາກຈີນລ້ວນໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອໄວຣັສໂຄໂຣນາ ຫຼື ໂຄວິດ-19 ຈາກລາຍງານຂອງອົງການການປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ລະບຸວ່າ ອຸດສາຫະກຳການຜະລິດໃນຈີນທີ່ຫຼຸດລົງ ເນື່ອງຈາກການແຜ່ລະບາດຂອງເຊື້ອໄວຮັດໂຄໂຣນາ ໄດ້ສົ່ງຜົນກະທົບຕໍ່ການຄ້າໂລກ ແລະ ອາດເຮັດໃຫ້ມູນຄ່າການສົ່ງອອກທົ່ວໂລກຫຼຸດລົງ 50,000 ລ້ານໂດລາ.

ຈາກລາຍງານຂອງ UNCTAD ອຸດສາຫະກຳທີ່ໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດໄດ້ແກ່ ອຸດສາຫະກຳເຄື່ອງວັດແທກຄວາມຖືກຕ້ອງແມ້ນຍໍາ, ເຄື່ອງຈັກ, ລົດຍົນ ແລະ ອຸປະກອນການສື່ສານ.

ສ່ວນປະເທດທີ່ໄດ້ຮັບຜົນກະທົບທາງເສດຖະກິດຮ້າຍແຮງທີ່ສຸດປະກອບມີ: ສະຫະພາບເອີຣົບ, ສະຫະລັດອາເມລິກາ, ຍີ່ປຸ່ນ, ເກົາຫຼີໃຕ້, ໄຕ້ຫວັນ,​ຫວຽດນາມ, ສິງກະໂປ, ອັງກິດ, ແມັກຊິໂກ, ສະວິດເຊີແລນ, ມາເລເຊຍ, ໄທ, ຕວັກກີ, ອິນເດຍ ແລະ ອິນໂດເນເຊຍ.

 

ຮຽບຮຽງຂ່າວ:​ ພຸດສະດີ

 

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...