Homeຂ່າວພາຍ​ໃນວິເຄາະປັດໄຈ 2 ບັນຫາທີ່ອອກແຈ້ງການມາແລ້ວແຕ່ແກ້ໄຂໄດ້ຍາກ

ວິເຄາະປັດໄຈ 2 ບັນຫາທີ່ອອກແຈ້ງການມາແລ້ວແຕ່ແກ້ໄຂໄດ້ຍາກ

Published on

ບັນຫາການຈອດລົດເທິງທາງຍ່າງ ຫຼື ແມ່ນແຕ່ການຈູດຂີ້ເຫຍື້ອ ຍັງເປັນສິ່ງທ້າທາຍໃນການປ່ຽນແປງຂອງສັງຄົມ ເພາະທັງສອງເລື່ອງນີ້ມັນມີຄວາມກ່ຽວພັນກັບຫຼາຍປັດໄຈ ບໍ່ວ່າຈະເປັນຈິດສຳນຶກຂອງຄົນ, ການຖືເບົາຕໍ່ພາລະໜ້າທີ່ຂອງຕົນເອງ ແລະ ສະພາບແວດລ້ອມກໍ່ເປັນອົງປະກອບສຳຄັນທີ່ເຮັດໃຫ້ເກີດຄວາມຫຍຸ້ງຍາກໃນການແກ້ໄຂ ເຖິງຈະມີແຈ້ງການອອກມາແລ້ວກໍ່ຕາມ.

ກ່ຽວກັບບັນຫາການຈອດລົດເທິງທາງຍ່າງ ເລື່ອງນີ້ບໍ່ສາມາດໃຫ້ຝ່າຍໃດຝ່າຍໜຶ່ງແກ້ໄຂຕົກໄດ້ ເນື່ອງຈາກວ່າມັນບໍ່ໄດ້ຂຶ້ນກັບຈິດສຳນຶກຂອງຄົນແຕ່ຢ່າງດຽວ ມັນໄດ້ກ່ຽວພັນໄປເຖິງສະຖານທີ່ ຄວາມເອື້ອຍອຳນວຍ ກັບການນຳໃຊ້ຕົວຈິງ ເພາະພວກເຮົາຮູ້ດີວ່າ ປັດໄຈທີ່ບໍ່ເອື້ອອຳນວຍໃນການແກ້ໄຂບັນຫານີ້ມັນຄື: ສະຖານທີ່ຈອດລົດຂອງອົງການ-ສຳນັກງານ, ຮ້ານອາຫານ, ຮ້ານຄ້າ, ບາງສະຖານບັນການສຶກສາ ເດີ່ນຈອດລົດບໍ່ພຽງພໍ ຫຼື ຖ້າມີສະຖານທີ່ຮັບຝາກລົດແຕ່ໄລຍະທາງໄກ ບໍ່ຕອບໂຈດກັບຄວາມຕ້ອງການຂອງຜູ້ຊົມໃຊ້ ມັນກໍ່ເປັນເຫດຜົນທີ່ເຮັດໃຫ້ເກີດການຂັດແຍ່ງກັບແຈ້ງການ ລວມເຖິງການປະຕິບັດງານຂອງເຈົ້າໜ້າທີ່ບາງຄົນຍັງມີຄວາມຖືເບົາຕໍ່ການປະຕິບັດຕາມຄຳສັ່ງ ເຊິ່ງອາດເປັນຍ້ອນດ້ວຍນິໄສຂອງຄົນລາວສ່ວນໃຫຍ່ແມ່ນມີຄວາມເຫັນອົກເຫັນໃຈກັນ ຈຶ່ງເຮັດໃຫ້ແຈ້ງການຫ້າມຈອດລົດເຖິງທາງຍ່າງບໍ່ສາມາດແກ້ໄຂໄດ້.

ການຈູດຂີ້ເຫຍື້ອຊະຊາຍຍັງເປັນອີກບັນຫາທີ່ແກ້ໄຂບໍ່ຕົກເຊັ່ນກັນ ເນື່ອງວ່າ ຄົນສ່ວນຫຼາຍໃນສັງຄົມຍັງຖືເບົາຕໍ່ມົນລະພິດທາງອາກາດທີ່ເກີດຈາກຄວັນເຜົາໄໝ້ ແລະ ບາງກຸ່ມຄົນຍັງມີຄວາມຄິດປະຢັດເງິນຄ່າໃຊ້ຈ່າຍໃນການເສຍຄ່າຂີ້ເຫຍື້ອໃນແຕ່ລະເດືອນ ລວມເຖິງການປະຕິບັດລະບຽບຂອງເຈົ້າໜ້າທີ່ຍັງບໍ່ເຂັ້ມງວດ, ສາຍດ່ວນກໍ່ຍັງເປັນບັນຫາເພາະບາງຄັ້ງກໍ່ບໍ່ສາມາດໂທເຂົ້າໄດ້ ແລະ ຄົນລາວສ່ວນໃຫຍ່ເປັນຄົນບໍ່ມັກຫຍຸ້ງເລື່ອງຂອງຄົນອື່ນເພາະບໍ່ຢາກມີບັນຫາ ຈຶ່ງໄດ້ປ່ອຍຜ່ານເລື່ອງການຈູດຂີ້ເຫຍື້ອຊະຊາຍ ດັ່ງນັ້ນບັນຫານີ້ກໍ່ແກ້ໄຂໄດ້ຍາກເຊັ່ນດຽວກັນ.

ທຸກບັນຫາມັນຍັງມີຫຼາຍອົງປະກອບທີ່ຕ້ອງໄດ້ໃຊ້ເວລາໃນແກ້ໄຂ ແຕ່ວັນນີ້ພວກເຮົາສາມາດເລີ່ມໄດ້ດ້ວຍການປ່ຽນແປງຕົວຂອງເຮົາເອງ ຖ້າເຮົາຕ້ອງການໃຫ້ປະເທດຊາດເຮົາມີການປ່ຽນແປງໄປໃນທາງທີ່ດີຂຶ້ນໃນອານາຄົດ ພວກເຮົາທຸກຄົນກໍ່ຕ້ອງຢຸດການປະພຶດ ຄວາມລຶ້ງເຄີຍແບບເກົ່າ ແລະ ຊ່ວຍກັນຄິດຫາທາງອອກ.

 

ບົດຄວາມໂດຍ: ພຸດສະດີ

 

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...