Home​ຂ່າວບັນເທິງແມ່ຍິງລາວຄົນທໍາອິດໄດ້ຮັບລາງວັນຜູ້ກຳກັບຜະລິດຮູບເງົາດີເດັ່ນຈາກເວທີລະດັບໂລກ

ແມ່ຍິງລາວຄົນທໍາອິດໄດ້ຮັບລາງວັນຜູ້ກຳກັບຜະລິດຮູບເງົາດີເດັ່ນຈາກເວທີລະດັບໂລກ

Published on

ແມ່ຍິງລາວຄົນທໍາອິດ ແມັດຕີ ໂດ Mattie Do ໄດ້ຮັບລາງວັນ ຜູ້ກຳກັບການຜະລິດຮູບເງົາດີເດັ່ນຈາກເວທີລະດັບໂລກ Best Director ແລະ ຮູບເງົາດັ່ງກ່າວຊື່ ບໍ່ມີວັນຈາກ (The Long Walk) ທີ່ເທສະການຮູບເງົາ The Boston SciFi Festival Awards ທີ່ ສະຫະລັດອາເມລິກາເມື່ອບໍ່ດົນມານີ້.

ໃນງານດັ່ງກ່າວ, ນາງ ແມັດຕີ ໄດ້ສົ່ງຮູບເງົາ ເຂົ້າຊີງລາງວັນ ພ້ອມກັບຜູ້ກຳກັບດີເດັ່ນລະດັບໂລກນັ້ນກໍ່ຄື The Boston SciFi Festival Awards ພ້ອມທັງມີນັກສ້າງຮູບເງົາຊື່ດັງຫຼາຍປະເທດໃນທົ່ວໂລກເຂົ້າຊີງເຊັ່ນດຽວກັນ.

ຜົນງານທີ່ຜ່ານມາຂອງ ແມັດຕີ ເຊັ່ນ ຮູບເງົາເລື່ອງ ນ້ອງຮັກ (Dearest Sister) ທີ່ອອກສາຍໃນເວທີລະດັບໂລກ ແລະ ຍັງໄດ້ຮັບລາງວັນມາແລ້ວຫຼາຍເວທີ, ເຊິ່ງເປັນສິ່ງທີ່ຢັ້ງຢືນ ໄດ້ວ່າຜົນງານຂອງແມ່ຍິງຄົນນີ້ມີຄຸນນະພາບ ແລະ ສາກົນກໍ່ໃຫ້ຄວາມສົນໃຈ. ຮູບເງົາເລື່ອງ ຈັນທະລີ ກໍ່ເປັນອີກເລື່ອງໜຶ່ງທີ່ສ້າງຊື່ສຽງໃຫ້ປະເທດລາວດ້ານການສ້າງຮູບເງົາໃນເວທີສາກົນ.

ນາງ ແມັດຕີ ປະຈຸບັນ ເປັນນັກສ້າງຮູບເງົາ ແລະ ເປັນໜຶ່ງໃນຄະນະກຳມະການໂຄງການລາວແຟຊັ້ນວີກ, ໂຄງການນັກອອກແບບໜຸ່ມນ້ອຍ ແລະ ເປັນຄູສອນເຕັ້ນບາເລ້ ໃຫ້ກັບນັກຮຽນໂຮງຮຽນ ສິລະປະດົນຕີແຫ່ງຊາດ ຢູ່ນະຄອນຫຼວງວຽງຈັນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...