spot_img
Homeຂ່າວການສຶກສາແຜນປະຕິຮູບການສຶກສາ ຫວັງລຶບກະແສນິຍົມຮຽນມະຫາວິທະຍາໄລ

ແຜນປະຕິຮູບການສຶກສາ ຫວັງລຶບກະແສນິຍົມຮຽນມະຫາວິທະຍາໄລ

Published on

5-6

 

ສົກຮຽນ 2014-2015 ວິທະຍາໄລທັງພາກລັດ ແລະ ເອກະຊົນຕ້ອງໂຈະການຮຽນ-ການສອນລະດັບປະລິນຍາຕີອີກໜຶ່ງ

ສົກຮຽນ. ເນື່ອງຈາກການກວດຄຸນນະພາບການສຶກສາ ຍັງບໍ່ທັນໄດ້ຂໍ້ສະຫຼຸຸບທີ່ຊັດເຈນ, ຂະນະທີ່ນັກຮຽນຈົບມັດທະຍົມ

ຕອນປາຍປີນີ້ 48 ພັນກ່ວາຄົນ, ໃນນັ້ນມະຫາວິທະ ຍາໄລ 5 ແຫ່ງທົ່ວປະເທດ ສາມາດຮອງຮັບນັກສຶກສາໃໝ່ ໄດ້ພຽງ

ໝື່ນກ່ວາຄົນເທົ່ານັ້ນ, ທີ່ເຫຼືອຕ້ອງຮຽນວິຊາຊີບ, ອາຊີວະ ແລະ ລະດັບຊັ້ນສູງ. ສ່ວນແຜນປະຕິຮູບການສຶກສາ, ລະດັບ

ມະຫາວິທະຍາໄລ ຈະຄັດເອົາຜູ້ຮຽນດີ, ຮຽນເກັ່ງເທົ່ານັ້ນ ທີ່ເຫຼືອຕ້ອງຮຽນອາຊີວະ ເພື່ອສ້າງສີມືແຮງງານ ຫວັງລຶບກະ

ແສນິຍົມຮຽນລະດັບມະຫາວິທະຍາໄລຂອງສັງຄົມລາວ.

 

ທ່ານ ພອນໄຊ ນໍຣະເສັງ ຜູ້ອຳນວຍການສູນປະກັນຄຸນນະພາບການສຶກສາກະຊວງສຶກສາທິການ ແລະ ກິລາ ກ່າວ ເມື່ອ

ບໍ່ດົນມານີ້ວ່າ: ແຜນປະຕິຮູບການສຶກສາໄລຍະສອງຂອງກະຊວງສຶກສາທິການ ແລະ ກິລາບັນດາສະຖາບັນການສຶກສາ

ໂດຍສະເພາະລະດັບອາຊີວະ ຈົນເຖິງມະຫາວິທະຍາໄລທຸກສະຖາບັນ ຕ້ອງເຂົ້າສູ່ລະບົບປະກັນຄຸນນະພາບການສຶກສາເພື່ອ

ສ້າງຊັບພະຍາກອນມະນຸດ ມີຄວາມຮູ້ຄວາມສາມາດຢ່າງແທ້ຈິງອອກຮັບໃຊ້ສັງຄົມ.

 

ທ່ານກ່າວອີກວ່າ: ບັນດາສະຖາບັນການສຶກສາລະດັບວິທະຍາໄລທັງພາກລັດ ແລະ ເອກະຊົນໃນນະຄອນຫຼວງວຽງ ຈັນ 54

ແຫ່ງ ຍັງຢູ່ໃນຂັ້ນຕອນກວດຄຸນນະພາບການສຶກສາ ຊຶ່ງຄາດວ່າປີ 2015 ຈະມີຂໍ້ສະຫຼຸຸບທີ່ຊັດເຈນວ່າ: ສະຖາບັນໃດຄວນ

ປັບປຸງຂອດໃດ ເພື່ອໃຫ້ໄດ້ມາດຕະຖານຂອງແຜນປະຕິຮູບການສຶກສາໄລຍະສອງ. ທ່ານໃຫ້ທັດສະນະວ່າ ຫາກປັບປຸງໄດ້

ຄົບຕາມມາດຖານຄົງຈະເປັນໄປໄດ້ຍາກ ພຽງແຕ່ສາຂາວິຊາໃດໄດ້ມາດຖານກໍສາມາດເປີດການຮຽນ-ການສອນລະດັບ

ປະລິນຍາຕີ ສະເພາະສາຂາ ວິຊານັ້ນໆໄດ້.

 

ການປະກັນຄຸນນະພາບການສຶກສາ ຕ້ອງໄປຕາມ 3 ລັກສະນະ 5 ຫຼັກມູນ, ແຕ່ສະຖາບັນການສຶກສາໃນລາວເຮົານີ້ ສ່ວນ

ໃຫຍ່ ຈະຂາດໂຄງລ່າງພື້ນຖານ ແລະ ຄູ-ອາຈານສອນ ຊຶ່ງຕາມມາດຖານແລ້ວຕ້ອງມີປະລິນຍາເອກ 1 ຄົນ, ປະລິ ຍາໂທ

6 ຄົນ ແລະ ປະລິນຍາ ຕີ 3 ຄົນຕໍ່ໜຶ່ງຫຼັກສູດ, ສ່ວນການຮຽນ-ການສອນ ກໍຕ້ອງເນັ້ນການສຶກສາຄົ້ນຄວ້າ ໂດຍໃຫ້ວຽກ

ບ້ານນັກສຶກສາທຸກຄັ້ງທີ່ຂຶ້ນສອນ, ນອກຈາກນີ້ຍັງໃຫ້ນັກສຶກສາຂຽນບົດລາຍງານ ແລະ ເຮັດວິໄຈອີກ.

 

ທ່ານຜູ້ອຳນວຍການສູນປະກັນຄຸນນະພາບການສຶກສາກ່າວອີກວ່າ: ໃນອະນາຄົດອັນໃກ້ນີ້ ຈະໄດ້ຮ່ວມມືກັບບໍລິສັດໄອທີ

ຈາກ ສສ ຫວຽດນາມ ເພື່ອຈັດຖານຂໍ້ມູນການສຶກສາຂອງທຸກສະຖາບັນໃນລາວ ໂດຍຖານຂໍ້ມູນດັ່ງກ່າວຈະໃຫ້ສະຖາບັນ

ການສຶກສາຕ່າງໆ ເປີດເຜີຍຂໍ້ມູນທັງໝົດຂອງສະຖາບັນ ຕໍ່ສາທາລະນະເພື່ອເຮັດ ໃຫ້ນັກຮຽນນັກສຶກສາຕະຫຼອດຮອດ

ຜູ້ປົກຄອງຮັບຮູ້ວ່າສະພາບການຮຽນ-ການສອນລວມ ໃຫ້ທັງກິດຈະກຳຕ່າງໆຂອງສະຖາບັນເປັນໄປຄືແນວໃດ? ເພື່ອໃຫ້

ຜູ້ສົນໃຈໄດ້ເລືອກຮຽນສະຖາບັນທີ່ມີຄຸນນະພາບສູງກ່ວາ ແຕ່ຕ້ອງມີການແຂ່ງຂັນ, ຢາກຮຽນສະຖາບັນທີ່ມີຄຸນນະພາບ

ຕ້ອງຮຽນໃຫ້ເກັ່ງໃນລະດັບໃດ ຫາກບໍ່ດັ່ງນັ້ນກໍຈະບໍ່ໄດ້ຮຽນ.

 

ສ່ວນການສຶກສາພື້ນຖານ ທ່ານ ພອນໄຊ ນໍຣະເສັງ ກ່າວວ່າ: ຈະກັ່ນກອງຕັ້ງແຕ່ມັດທະຍົມຕົ້ນ, ຫາກຜູ້ໃດຮຽນເກັ່ງຈຶ່ງ

ສາມາດຮຽນຕໍ່ມັດທະຍົມຕອນປາຍໄດ້, ໂດຍໃນນີ້ຈະແບ່ງສາຍຮຽນຕັ້ງແຕ່ມັດທະຍົມຕອນປາຍ, ຜູ້ໃດເກັ່ງດ້ານສັງຄົມ

ກໍໃຫ້ຮຽນສາຍສັງຄົມ, ຜູ້ໃດເກັ່ງສາຍທຳມະຊາດກໍໃຫ້ຮຽນສາຍທຳມະຊາດ ເມື່ອຈົບມັດທະຍົມຕອນປາຍແລ້ວ ຈຶ່ງສົ່ງ

ຮຽນຕາມສາຍທີ່ເລືອກຮຽນ ທ່ານຍັງຍົກໃຫ້ເຫັນຢູ່ປະເທດໃກ້ຄຽງເຮົານີ້, ເຂົາເຈົ້າຈະແບ່ງສາຍຮຽນຕັ້ງແຕ່ມັດທະຍົມ

ເມື່ອຈົບມັດທະຍົມຕອນປາຍແລ້ວ ກໍຮຽນຕາມສາຍນັ້ນເລີຍ ບໍ່ແມ່ນວ່າຕອນຮຽນມັດທະຍົມຕອນປາຍຮຽນເກັ່ງສາຍ

ທຳມະຊາດ ແຕ່ພໍເຂົ້າສຶກສາຕໍ່ລະດັບມະຫາວິທະຍາໄລ ພັດໄປຮຽນສາຍສັງຄົມແມ່ນເປັນໄປບໍ່ໄດ້.

 

ສ່ວນນັກຮຽນຄົນໃດ ບໍ່ສາມາດຕໍ່ມັດທະຍົມຕອນປາຍໄດ້ ກໍສົ່ງເສີມໃຫ້ຮຽນລະດັບອາຊີວະ ເພື່ອສ້າງສີມືແຮງງານສະ

ໜອງ ໃຫ້ຕະຫຼາດແຮງງານ. ທັງນີ້ໃນໄລຍະຜ່ານມາ ບັນດາສະຖາບັນການສຶກສາລະດັບວິທະຍາໄລໃນທົ່ວປະເທດ ໄດ້ພາ

ກັນໄຂການຮຽນ-ການສອນ ຫຼັກສູດປະລິນຍາຕີຫຼາຍສາຂາວິຊາ ໂດຍສະເພາະສາຂາວິຊາທີ່ມີຄົນນິຍົມກັນຮຽນເປັນຈຳ

ນວນຫຼວງຫຼາຍ, ເຖິງວ່າບໍ່ມີຄວາມພ້ອມ ກໍຕ້ອງໄຂ ເພາະຢາກໄດ້ນັກສຶກສາເຂົ້າຮຽນ ຈຶ່ງເຮັດໃຫ້ນັກຮຽນຈົບມັດທະຍົມ

ຕອນປາຍຕະຫຼອດຮອດພະນັກງານລັດຖະກອນ ພາກັນຫຼັ່ງໄຫຼເຂົ້າຮຽນເປັນຈຳນວນຫຼວງຫຼາຍ, ສ່ວນສາຍວິຊາຊີບຖືກ

ສັງຄົມເບິ່ງຂ້າມ, ເຮັດໃຫ້ລາວເຮົາຂາດແຄນສີມືແຮງງານທີ່ມີຄວາມສາມາດ. ຂະນະທີ່ຄວາມຮູ້ທີ່ໄດ້ມາບໍ່ຄູ່ຄວນກັບໃບ

ປະກາສະນີຍະບັດເຮັດໃຫ້ມີສຽງວິພາກວິຈານຈາກສັງຄົມ ຕ່າງໆນາໆດັງໄປທົ່ວທຸກເຂດບໍ່ເວັ້ນແມ່ນແຕ່ເຂດຊົນນະບົດ.

 

ຈາກສາເຫດດັ່ງກ່າວຈຶ່ງເຮັດໃຫ້ກະຊວງສຶກສາທິການ ແລະ ກິລາ ຕ້ອງຫັນປ່ຽນລະບົບການສຶກສາໂດຍສະເພາະລະດັບວິ

ທະຍາໄລ ແລະ ມະຫາວິທະຍາໄລເຂົ້າສູ່ລະບົບປະກັນ ຄຸນນະພາບການສຶກສາເພື່ອປັບປຸງຄຸນນະພາບໃຫ້ໄດ້ມາດຖານເທົ່າ

ທຽມກັບພາກພື້ນ.
 

ຕາມຂໍ້ມູນຂອງກະຊວງສຶກສາ ແລະ ກິລາ ໃຫ້ຮູ້ວ່າ: ປີ 2013 ມີຜູ້ທີ່ກຳລັງສຶກສາລະດັບປະລິນຍາຕີຫຼາຍກ່ວາ 95 ພັນຄົນ,

ຫາກນັບທັງສາຍການເມືອງ-ການປົກຄອງ ແລະ ທະຫານ- ຕຳຫຼວດ ປະມານແສນກ່ວາຄົນ. ຂະນະທີ່ຜູ້ທີ່ກຳລັງຮຽນຊັ້ນ

ສູງ ມີປະມານ 35 ພັນກ່ວາຄົນ ແລະ ຊັ້ນຕົ້ນ-ຊັ້ນກາງ ມີພຽງແຕ່ໝື່ນກ່ວາຄົນເທົ່ານັ້ນ. ຫາກທຽບໃສ່ກັນແລ້ວ ຜູ້ທີ່ຮຽນ

ປະລິນຍາຕີຫຼາຍ ກ່ວາຊັ້ນສູງ 4 ເທົ່າ, ຫຼາຍກ່ວາຊັ້ນຕົ້ນ ແລະ ຊັ້ນກາງ 7 ເທົ່າ ແຕ່ເມື່ອຮຽນຈົບມາແລ້ວເຮັດຫຍັງບໍ່ເປັນ.

 

ດັ່ງນັ້ນ ແຜນການປະຕິຮູບ ການສຶກສານີ້ຈະເລັ່ງໃສ່ໃຫ້ ນັກຮຽນໆລະດັບຊັ້ນຕົ້ນ ແລະ ຊັ້ນກາງ ຫຼາຍກ່ວາ ເພາະພວກທີ່

ຈົບຊັ້ນຕົ້ນ-ຊັ້ນກາງຈະເປັນຜູ້ອອກແຮງງານຊຶ່ງອະນາຄົດຈະເລືອກເຟັ້ນເອົາສະເພາະຜູ້ທີ່ຮຽນດີຮຽນເກັ່ງ ຈຶ່ງສາມາດຮຽນ

ລະດັບປະລິນຍາຕີໄດ້ ທັງນີ້ເພື່ອເຮັດໃຫ້ນັກຮຽນຫັນມາຮຽນລະດັບອາຊີວະຫຼາຍຂຶ້ນ ເພື່ອລຶບກະແສນິຍົມຮຽນລະດັບປະ

ລິນຍາຕີຂອງຄົນລາວເຮົາ, ອີກຢ່າງໜຶ່ງເພື່ອກໍ່ສ້າງສີມືແຮງງານໃຫ້ຫຼາຍຂຶ້ນເພື່ອສະໜອງເຂົ້າເຮັດວຽກຕາມຫົວໜ່ວຍ

ທຸລະກິດຕ່າງໆ ຊຶ່ງບັນດາຫົວໜ່ວຍທຸລະກິດ ຍັງຕ້ອງການແຮງງານທີ່ມີສີມືເປັນຈຳນວນຫຼວງຫຼາຍ.

 

ແຫລ່ງຂ່າວ: ໜັງສືພິມປະຊາຊົນ

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...