spot_img
Homeຂ່າວຕ່າງປະເທດໄທຫ້າມຜູ້ໂດຍສາຍຊາວຈີນໃນເຮືອສຳລານກວ່າ 2 ພັນຄົນຂຶ້ນຝັ່ງ

ໄທຫ້າມຜູ້ໂດຍສາຍຊາວຈີນໃນເຮືອສຳລານກວ່າ 2 ພັນຄົນຂຶ້ນຝັ່ງ

Published on

ລັດຖະມົນຕີກະຊວງສາທາລະນະສຸກຂອງປະເທດໄທກ່າວໃນວັນອັງຄານ (11 ກຸມພາ 2020) ວ່າ ປະເທດໄທໄດ້ປະຕິເສດການອະນຸຍາດໃຫ້ຜູ້ໂດຍສານຈາກເຮືອສຳລານ MS Westerdam ຂອງ Holland America ເຊິ່ງຖືວ່າເປັນປະເທດຫຼ້າສຸດທີ່ຫັນຫຼັງໃຫ້ ເນື່ອງຈາກຄວາມກັງວົນຂອງການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາ.

ບໍລິສັດດັ່ງກ່າວເປັນເຈົ້າຂອງບໍລິສັດ Carnival Corp ທີ່ຕັ້ງຢູ່ Miami, ໄດ້ກ່າວໃນວັນຈັນທີ່ຜ່ານມາວ່າຜູ້ໂດຍສານຈະເດີນທາງເຂົ້າໄປກຸງເທບໃນວັນທີ 13 ກຸມພາ ແລະ ບໍ່ມີເຫດຜົນຫຍັງທີ່ຈະເຊື່ອວ່າທຸກຄົນໃນເຮືອນີ້ຈະມີເຊື້ອໄວຣັສ.

ອີງຕາມການລາຍງານຂອງ USA Today, The MS Westerdam, ເຊິ່ງບັນຈຸແຂກ 1,455 ຄົນ ແລະ ລູກເຮືອ 802 ຄົນ, ກ່ອນໜ້ານີ້, ທ່າເຮືອຕ່າງໆໃນຍີ່ປຸ່ນ, ຟິລິບປິນ ແລະ ເກາະກວມ ໄດ້ປະຕິເສດຫ້າມບໍ່ໃຫ້ເຂົ້າທ່າເຮືອ.

ເຮືອສຳລານລຳດັ່ງກ່າວໄດ້ເດີນທາງອອກຈາກຮົງກົງຕັ້ງແຕ່ວັນທີ 1 ກຸມພາ ເຊິ່ງບໍ່ມີໃຜຮູ້ວ່າເຮືອລຳນີ້ຈະໄປທາງໃດຕໍ່.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...