Homeຂ່າວຕ່າງປະເທດສະພາສູງສຸດອາເມຣິກາມີມະຕິໃຫ້ "ທຣັມ" ຢູ່ຕຳແໜ່ງຜູ້ນຳຂອງປະເທດຕໍ່ໄປ

ສະພາສູງສຸດອາເມຣິກາມີມະຕິໃຫ້ “ທຣັມ” ຢູ່ຕຳແໜ່ງຜູ້ນຳຂອງປະເທດຕໍ່ໄປ

Published on

ເວັບໄຊ ເດລີນິວສ໌ ລາຍງານເມື່ອວັນທີ 6 ກຸມພາ 2020 ວ່າ ສະມາຊິກສະພາສູງສຸດອາເມຣິກາໄດ້ມີການປະຊຸມວາລະສຳຄັນເມື່ອວັນພຸດທີ່ຜ່ານມາ ເປັນການໂຕ້ວາທີຄັ້ງສຸດທ້າຍກ່ຽວກັບບົດບັນຍັດ 2 ຂໍ້ວ່າດ້ວຍ: ການຖອດຖອນປະທານາທິບໍດີ ໂດນັລ ທຣັມ ອອກຈາກຕຳແໜ່ງຜູ້ນຳປະເທດໃນໂທດຖານໃຊ້ອຳນາດບໍ່ຊອບທຳ ແລະ ຂັດຂວາງຂະບວນການທຳງານຂອງສະພາຄອງເກຣສ ຈາກກໍລະນີລະງັບງົບປະມານສະໜັບສະໜູນທາງການທະຫານໃຫ້ແກ່ກອງທັບຢູເຄນ ເພື່ອກົດດັນໃຫ້ອີກຝ່າຍຮື້ຟື້ນການສອບສວນຂໍ້ຫາການສໍ້ໂກງຂອງ ທ້າວ ຮັບເຕີ ໄບເດນ ລູກຊາຍຂອງອະດີດປະທານາທິບໍດີ ໂຈ ໄບເດນ ຊຶ່ງລົງທຶນດ້ານພະລັງງານໃນຢູເຄນ.

ໃນທີ່ປະຊຸມມີມະຕິ 25 ຕໍ່ 48 ສຽງປະຕິເສດຮັບຮອງຂໍ້ກ່າວຫາ ເຮັດໃຫ້ ໂດນັລ ທຣັມ ພົ້ນຈາກຂໍ້ກ່າວຫາຕາມບົດບັນຍັດຂໍ້ທີສອງ ວ່າດ້ວຍການຂັດຂວາງຂະບວນການທຳງານຂອງສະພາຄອງເກຣສ ຊຶ່ງຜົນອອກມາທີ່ 53 ຕໍ່ 47 ສຽງ ເທົ່າກັບຈຳນວນສະມາຊິກຂອງທັງສອງຝ່າຍ.

ຫຼັງຈາກນັ້ນ, ທ່ານ ຈອນ ໂຣເບີດ ປະທານສານດີກາ ໃນຖານະປະທານການພິຈາລະນາບົດບັນຍັດ ຈຶ່ງປະກາດຕໍ່ສະມາຊິກສະພາສູງສຸດ ໂດຍຖືເອົາມະຕິສຽງສ່ວນຫຼາຍວ່າ ທຣັມ ບໍ່ມີຄວາມຜິດ ດັ່ງນັ້ນຂໍ້ກ່າວຫາທັງສອງຂໍ້ທີ່ສະມາຊິກສະພາຜູ້ແທນປະຊາຊົນສະເໜີນັ້ນໄດ້ຮັບຄະແນນສຽງບໍ່ເຖິງ 2 ໃນ 3 ແລະ ຖືວ່າຕົກໄປ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...