spot_img
Homeຂ່າວຕ່າງປະເທດອີກໜຶ່ງສີສັນກະຊັບຄວາມສຳພັນ G20

ອີກໜຶ່ງສີສັນກະຊັບຄວາມສຳພັນ G20

Published on

ກອງປະຊຸມສຸດຍອດຜູ້ນຳປະເທດ G20 ຊຶ່ງຈັດຂຶ້ນທີ່ນະຄອນໂອຊາກ້າ, ປະເທດຍີ່ປຸ່ນ ນອກຈາກວາລະສຳຄັນທີ່ບັນດາຜູ້ນຳແຕ່ລະປະເທດພົບປະຫາລືໃນຫົວຂໍ້ຕ່າງໆແລ້ວ ກໍຍັງມີອີກໜຶ່ສີສັນທີ່ສະທ້ອນໃຫ້ເຫັນເຖິງສາຍສຳພັນຂອງເພດຍິງນັ້ນກໍຄື ບັນດາພັນລະຍາຂອງຜູ້ນຳແຕ່ລະປະເທດທີ່ເຂົ້າຮ່ວກອງປະຊຸມໄດ້ຮ່ວມກັນຈັດກິດຈະກຳຫຼາກຫຼາຍທີ່ສະແດງໃຫ້ເຫັນເຖິງມິດຕະພາບ ແລະ ຄວາມສາມັກຄີ.

ທັງນີ້ ບັນດາພັນລະຍາຂອງຜູ້ນຳທີ່ເຂົ້າຮ່ວມປະຊຸມ G20 ໄດ້ພົບປະ ແລະ ເຮັດກິດຈະກຳຕ່າງໆ ໜຶ່ງໃນນັ້ນກໍຄືການທ່ຽວຊົມວັດໂທຟຸຄຸຈິທີ່ກຽວໂຕ ໂດຍມີທ່ານ ນາງ ອາກິເອ ອາເບະ ພັນລະຍາຂອງ ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຂອງຍີ່ປຸ່ນໃນນາມເຈົ້າພາບໄດ້ໃຫ້ກຽດຕ້ອນຮັບ.

 

 

ລາຍງານຈາກເມືອງໂອຊາກ້າ, ປະເທດຍີ່ປຸ່ນ

ຮູບພາບ ແລະ ຂໍ້ມູນຈາກ: G20 Summit

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...