spot_img
Homeຂ່າວຕ່າງປະເທດນາຍົກລັດຖະມົນຕີຍີ່ປຸ່ນ ກ່າວປິດຕໍ່ກອງປະຊຸມ G20

ນາຍົກລັດຖະມົນຕີຍີ່ປຸ່ນ ກ່າວປິດຕໍ່ກອງປະຊຸມ G20

Published on

ໃນວັນທີ 29 ມິຖຸນາ 2019 ເວລາ 14.50 ນາທີ ຕາມເວລາທ້ອງຖີ່ນຂອງປະເທດຍີ່ປຸ່ນ ນາຍົກລັດຖະມົນຕີ ຊິນໂຊະ ອາເບະ ໄດ້ກ່າວປິດກອງປະຊຸມ G20 ລົງຢ່າງເປັນທາງການ. ກອງປະຊຸມແມ່ນດຳເນີນໄປດ້ວຍຄວາມພາຄີ ພ້ອມກັບບັນດາຜູ້ນຳທັງ 19 ປະເທດ  ສ່ວນໜື່ງຂອງຂໍ້ຄວາມທີ່ ທ່ານ ຊິນໂຊະ ອາເບະ ໄດ້ກ່າວຕໍ່ກອງປະຊຸມດັ່ງນີ້:

ພວກເຮົາຜູ້ນຳຂອງກຸ່ມ G20 ໄດ້ພົບປະຫາລືກັນທີ່ ເມືອງໂອຊາກ້າ, ປະເທດຍີ່ປຸ່ນ ໃນວັນທີ 28-29 ມິຖຸນາ 2019 ເພື່ອດຳ ເນີນການຮ່ວມກັນແກ້ໄຂບັນຫາທາງດ້ານເສດຖະກິດໂລກ ທີ່ສຳຄັນພວກເຮົາຈະເຮັດວຽກຮ່ວມກັນເພື່ອສົ່ງເສີມໃຫ້ເສດຖະກິດໂລກເຕີບໂຕຍີ່ງຂື້ນ ພ້ອມກັນນັ້ນລວມໄປເຖີງເຕັກໂນໂລຢີແຫ່ງນະວັດຕະກຳ ໃນຍຸກແຫ່ງການຫັນປ່ຽນໄປສູ່ລະບົບດິຈິຕ້ອນ ແລະ ໃຫ້ເກີດປະໂຫຍດສູງສຸດ.

ການປ່ຽນແປງສະພາບດິນຟ້າອາກາດ ໃນສະຖານະການຂອງສະພາບອາກາດທີ່ຜັນແປ ແລະ ໄພພິບັດທີ່ເກີດຂື້ນຕໍ່ນາໆປະເທດ, ຄວາມເສຍ ຫາຍທາງລະບົບນິເວດເຊັ່ນ ອາກາດທີ່ນັບມື້ນັບເພີ່ມມົນລະພິດ, ນີ້ແມ່ນບັນຫາລະດັບໂລກ ແລະ ຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ ແລະ ບັນຫາຂີ້ເຫຍື້ອປາສຕິກໃນມະຫາສະໝຸດ, ຫຼາຍປະເທດໄດ້ປະດິດນະວັດຕະກຳເຄື່ອງມືອອກມານຳໃຊ້ ເພື່ອແກ້ໄຂ ແລະ ຄືນລະບົບນິເວດດັ້ງເດີມ ຫຼຸດຜ່ອນບັນຫາຂີ້ເຫຍື້ອປາສຕິກໃນທ້ອງທະເລ ມັນແມ່ນໜ້າທີ່ຂອງທຸກຄົນທີ່ຕ້ອງມີສ່ວນຮ່ວມໃນການປົກປັນຮັກສາໂລກຂອງເຮົາ.

ການແກ້ໄຂບັນຫາຄວາມບໍ່ເທົ່າທຽມກັນ ພວກເຮົາຈະມຸ້ງໝັ້ນສ້າງວຽກເຮັດງານທຳໃຫ້ປະຊາຊົນບົນພື້ນຖານວັດທະຈັກແຫ່ງການເຕີບໂຕ ພ້ອມທັງແກ້ໄຂບັນຫາຄວາມບໍ່ສະເໝີພາບທາງເພດ ແລະ ຄຳນຶງເຖິງສິດທິທຳອັນເທົ່າທຽມກັນ, ສົ່ງເສີມ ແລະ ຍົກສູງບົດບາດຂອງແມ່ຍິງ, ພວກເຮົາກຸ່ມຜູ້ນຳ G20 ຈະສ້າງໃຫ້ທຸກຄົນໃນສັງຄົມໄດ້ຮັບໂອກາດ ແລະ ມີຄວາມພ້ອມຮັບມືຕໍ່ຄວາມທ້າທາຍທາງດ້ານເສດຖະກິດ, ສັງຄົມ ແລະ ສີ່ງແວດລ້ອມ, ທັງໃນປະຈຸບັນ ຈົນເຖີງອະນາຄົດ ຮວມໄປເຖີງການປ່ຽນແປງຂອງປະຊາກອນໂລກອີກດ້ວຍ. ພວກເຮົາຈະພະຍາຍາມສົ່ງເສີມເພື່ອພັດທະນາ ແລະ ຫັນໄປສູ່ຫົນທາງແຫ່ງຄວາມສຳເລັດ ແລະ ພ້ອມຮອງຮັບຕໍ່ກັບຄວາມທ້າທາຍຕ່າງໆ ທີ່ອາດຈະເກີດຂື້ນໃນອະນາຄົດ ຕາມວາລະຂອງການຄາດໝາຍແຫ່ງການພັດທະນາຍືນຍົງ ໃນປີ 2030.

ຂ້າພະເຈົ້າໃນນາມຕາງໜ້າກຸ່ມ G20 ຈະປະສານງານຢ່າງເປັນຮູບປະທຳ ຮ່ວມກັບບັນດາປະເທດສະມາຊິກ ແລະ ສົ່ງສານຂໍ້ຄວາມນີ້ອອກໄປເພື່ອເຜີຍແຜ່ໃຫ້ທຸກຄົນໄດ້ຮັບຮູ້ເຖີງວິກິດການໂລກທີ່ຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ ແລະ ຂໍຂອບໃຈບັນດາທ່ານທີ່ໃຫ້ຄວາມສົນໃຈ ແລະ ເຂົ້າຮ່ວມພາຍໃນງານ, ພ້ອມດຽວກັນຂ້າພະເຈົ້າຂໍສະແດງຄວາມຍິນດີຕໍ່ ປະເທດຊາອຸດິດອາລັບບີ ໃນການເປັນເຈົ້າພາບກອງປະຊຸມ G20 Summit ໃນປີຕໍ່ໄປ.

ລາຍງານຈາກເມືອງໂອຊາກ້າ, ປະເທດຍີ່ປຸ່ນ

ຮ່ວມກັບກະຊວງການຕ່າງປະເທດຍີ່ປຸ່ນ ແລະ ສະຖານທູດຍີ່ປຸ່ນແຫ່ງ ສປປ ລາວ.

ຮູບພາບຈາກ: Osaka G20 Summit

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...