spot_img
Homeຂ່າວຕ່າງປະເທດໂຈນີ ໄອຟ ນັກອອກແບບສິນຄ້າຂອງແອັບເປິລກຽມລາອອກ

ໂຈນີ ໄອຟ ນັກອອກແບບສິນຄ້າຂອງແອັບເປິລກຽມລາອອກ

Published on

ໂຈນີ ໄອຟ (Jony Ive) ນັກອອກແບບສິນຄ້າຂອງບໍລິສັດແອັບເປິລປະກາດກຽມລາອອກໃນທ້າຍປີນີ້ ທັງນີ້ ໂຈນີ ຄືຜູ້ທີ່ຢູ່ເບື້ອງ ຫຼັງສິນຄ້າທີ່ໂດດເດັ່ນບໍ່ວ່າຈະເປັນ ໄອໂຟນ ແລະ ໄອແພັດ ໂດຍໃຫ້ເຫດຜົນວ່າຈະທຸ່ມເທເວລາໃຫ້ກັບບໍລິສັດຂອງຕົນເອງຢ່າງເຕັມ ທີ່ ຊຶ່ງຈະເນັ້ນການເປັນພັນທະມິດກັບແອັບເປິລຕໍ່ໄປ.

ຂະນະທີ່ ທິມ ຄຸກ ປະທານຄະນະເຈົ້າໜ້າທີ່ບໍລິຫານ ຫຼື CEO ຂອງແອັບເປິລກໍໄດ້ກ່າວຍ້ອງຍໍ ໂຈນີ ໃນຖານະບຸກຄະລາກອນຊົງຄຸນຄ່າຂອງບໍລິສັດ ການທຸ່ມເທເຮັດວຽກຕະຫຼອດເວລາທີ່ຜ່ານມາຂອງ ໂຈນີ ໄດ້ເຮັດໃຫ້ຜົນງານທຸກຢ່າງທີ່ເກີດມາຈາກແນວຄວາມຄິດ ແລະ ມັນສະໝອງຂອງເຂົາຖືເປັນສິ່ງທີ່ດີເລີດ ໂຈນີ ຖືເປັນບຸກຄົນທີ່ມີພອນສະຫວັນ ແລະ ແອັບເປິລມີຄວາມຍິນດີເປັນຢ່າງຍິ່ງທີ່ຈະໄດ້ຮ່ວມງານກັບ ໂຈນີ ອີກຕໍ່ໄປ.

ໂຈນີ ໃນໄວ 52 ປີຊາວອັງກິດຊຶ່ງຮ່ວມງານກັບແອັບເປິລເລີ່ມແຕ່ເດືອນກັນຍາ 1992 ໂດຍໄດ້ເຂົ້າສູ່ທີມການອອກແບບສິນຄ້າທີ່ສາມາດສ້າງເອກະລັກໃຫ້ກັບຄວາມເປັນແອັບເປິລ ບໍ່ວ່າຈະເປັນໄອພັອດ ໄອໂຟນ ໄອແພັດ ແລະ ຄອມພິວເຕີຕະກູນແມັກ ລວມທັງມີບົດບາດໃນການພັດທະນາລະບົບປະຕິບັດການ OS ສຳລັບຜະລິດຕະພັນຂອງບໍລິສັດອີກດ້ວຍ.

 

ຮຽບຮຽງ: ສະະຫະລັດ ວອນທິວົງໄຊ

ຮູບພາບ: dailynews

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...