spot_img
Homeຂ່າວຕ່າງປະເທດຄາດອີກ 10 ປີຫຸ່ນຍົນຈະເຂົ້າມາແທນທີ່ແຮງງານຄົນ

ຄາດອີກ 10 ປີຫຸ່ນຍົນຈະເຂົ້າມາແທນທີ່ແຮງງານຄົນ

Published on

ນັກວິເຄາະຈາກ ອ໊ອກຟອດ ອີໂຄໂນມິກ (Oxford Economics) ໄດ້ເປີດເຜີຍລາຍງານການວິເຄາະທີ່ລະບຸວ່າ ພາຍໃນປີ 2030 ຫຼື ປະມານ 10 ປີຂ້າງໜ້າແຮງງານໃນພາກອຸດສາຫະກຳທົ່ວໂລກມີຄວາມສ່ຽງຕົກງານຫຼາຍກວ່າ 20 ລ້ານຕຳແໜ່ງ ເນື່ອງຈາກການເຂົ້າມາແທນທີ່ຂອງຫຸ່ນຍົນພາກການຜະລິດ ຫຼື automation ຢ່າງໃດກໍດີ ການເພີ່ມຂຶ້ນຂອງຫຸ່ນຍົນໃນພາກການຜະລິດກໍຊ່ວຍເພີ່ມຈຳນວນງານໃນບາງສ່ວນທີ່ກ່ຽວຂ້ອງ ລວມເຖິງການເຕີບໂຕທາງດ້ານເສດຖະກິດເຊັ່ນກັນ.

ໃນລາຍງານຂອງ Oxford Economics ທີ່ໃຊ້ຫົວຂໍ້ວ່າ  “How Robots Change The World” ຊຶ່ງຄາດຄະເນ ແລະ ວິເຄາະໄວ້ວ່າ ຈຳນວນຫຸ່ນຍົນໃນໂຮງງານຈະເພີ່ມຂຶ້ນເປັນທະວີຄຸນເຖິງ 10 ເທົ່າຈາກປັດຈຸບັນພາຍໃນປີ 2030 ຊຶ່ງແຮງງານທີ່ມີທັກສະຕ່ຳ ແລະ ໂຮງງານໃນສ່ນພູມີພາກຈະໄດ້ຮັບຜົນກະທົບໂດຍບໍ່ສາມາດຫຼີກລ້ຽງໄດ້ ຊຶ່ງຈະກໍ່ໃຫ້ເກີດບັນຫາທາງສັງຄົມ ແລະ ເສດຖະກິດຕາມມາ.

ລາຍງານດຽວກັນລະບຸອີກວ່າ ແຮງງານໃນພາກອຸດສາຫະກຳທີ່ໄດ້ຮັບຜົນກະທົບຈາກຫຸ່ນຍົນກໍຈະຊອກວຽກໃນພາກອື່ນໆເຊັ່ນ ການກໍ່ສ້າງ ການຂົນສົ່ງ ການບຳລຸງຮັກສາ ລວມເຖິງງານດ້ານການບໍລິການ ຊຶ່ງກໍຈະເຮັດໃຫ້ເກີດຜົນກະທົບເປັນຕ່ອງໂສ້ເຊັ່ນກັນ ທັງນີ້ ໂດຍສະເລ່ຍແລ້ວຫຸ່ນຍົນແຕ່ລະໂຕທີ່ເພີ່ມຂຶ້ນໃນໂຮງງານໂດຍສະເພາະໂຮງງານໃນແຖບພູມີພາກທີ່ໃຊ້ແຮງງານທັກສະຕ່ຳກໍຍິ່ງເພີ່ມຄວາມສ່ຽງທີ່ແຮງງານຄົນຈະສູນເສຍຕຳແໜ່ງງານໃຫ້ຫຸ່ນຍົນເປັນ 2 ເທົ່າຫາກທຽບກັບໂຮງງານທີ່ຕັ້ງຢູ່ໃນພູມີພາກທີ່ແຮງ ງານມີທັກສະສູງກວ່າ ຊຶ່ງຈະສົ່ງຜົນໃຫ້ເກີດຄວາມບໍ່ເທົ່າທຽມທາງເສດຖະກິດ ແລະ ອື່ນໆ.

ນອກຈາກນີ້ Oxford Economics ຍັງປະເມີນອີກວ່າ ປະເທດຈີນຈະເປັນຜູ້ນຳໃຊ້ ຫຸ່ນຍົນໃນພາກການຜະລິດຫຼາຍທີ່ສຸດຢ່າງໜ້ອຍ 14 ລ້ານໂຕຈາກຫຸ່ນຍົນທັງໝົດ 20 ລ້ານໂຕທີ່ຄາດວ່າຈະຖືກນຳເຂົ້າມາໃຊ້ໃນໂຮງງານທົ່ວໂລກພາຍໃນປີ 2030.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...