spot_img
Homeມຸມຂ່າວ AECສ້າງບຸກຄະລາກອນຕະຫຼາດຫຼັກຊັບ ຮອງຮັບການເຊື່ອມໂຍງ AEC

ສ້າງບຸກຄະລາກອນຕະຫຼາດຫຼັກຊັບ ຮອງຮັບການເຊື່ອມໂຍງ AEC

Published on

 

20141006134740

 

ຕະຫຼາດ​ທຶນ ຫຼືທີ່​ຮູ້​ກັນ​ດີ​ໃນນາມ​ຕະຫຼາດ​ຫຼັກ​ຊັບ ​ໄດ້​ຮ່ວມ​ມືກັບ​ບໍລິສັດ ຫຼັກ​ຊັບເອ​ພີ​ເອັມ ຈຳກັດ ແລະ ຄະນະ​ເສດຖະສາດ

ແລະ ບໍລິຫານ​ທຸລະ​ກິດ (ມະຫາວິທະຍາໄລ​ແຫ່ງ​ຊາດ) ໄດ້​ຈັດເຝິກອົບຮົມ​ໄລຍະ​ສັ້ນ​ ໃນ​ຫຼັກສູດການ​ລົງທຶນ​ຢ່າງ​ມື​ອາຊີບ​ຄັ້ງ

​ທີ 1 ຮຸ່ນ​ທີ 2 ຂຶ້ນ​ວັນ​ທີ 3 ຕຸລາ 2014 ທີ່​ສຳນັກງານ​ໃຫຍ່​ຕະຫຼາດ​ຫຼັກຊັບ​ລາວ ໂດຍ​ເປັນ​ປະທານ​ຂອງທ່ານ ​ຮສຈ.​ດຣ. ເດດ​

ພູ​ວັງ ມູ​​ລຣັຕນ໌ ຫົວໜ້າ​ໃຫຍ່​ຜູ້​ບໍລິຫານຕະຫຼາດ​ຫຼັກ​ຊັບ​ລາວ ພ້ອມ​ດ້ວຍນັກ​ວິທະຍາກອນ ແລະ ນັກ​ສຳມະ​ນາ 30 ກວ່າ​

ທ່ານ​ເຂົ້າ​ຮ່ວມ.

 

ທ່ານ ​ຮສຈ.​ດຣ. ເດດ​ພູ​ວັງ ມູ​​ລຣັຕນ໌ ກ່າວ​ວ່າ: ຫຼັກສູດ​ທີ່​ນຳມາ​ສອນ​ຄັ້ງ​ນີ້​ ປະກອບ​ດ້ວຍບັນດາ​ກົນ​ໄກ ແລະ ໂຄງ​ສ້າງ​ຕະ

ຫຼາດ​ເງິນ ແລະ ຕະຫຼາດ​ທຶນ ຂໍ້​ມູນ​ທາງ​ດ້ານ​ການ​ເງິນ ການ​ວິເຄາະ​ທາງ​ການ​ເງິນ ການ​ບໍ​ລິຫານ​ທາງ​ການ​ເງິນ​ຂັ້ນ​ພື້ນຖານ

ແລະ ການ​ຕັດສິນ​ໃຈ​ໃນ​ການລົງທຶນ ຜະລິດ​ຕະ​ພັນ​ທາງ​ການເງິນ​ໃນ​ຕະຫຼາດ​ທຶນ ວິທີ​ການ​ປະເມີນ​ມູນ​ຄ່າ ບົດບາດ​ຂອງ​

ນາຍໜ້າ ແລະ ການ​ແລກປ່ຽນ​ຊື້-ຂາຍ​ຫຼັກ​ຊັບ​ ເປັນຕົ້ນ​ ເພື່ອ​ເປັນການ​ສົ່ງເສີມ​ຄວາມ​ຮູ້ ແລະ ພັດທະ​ນາ​ບຸກ​ຄະລາ​ກອນ​

ໃນ​ຕະຫຼາດທຶນ​ຂອງ ​ສປປ ລາວ ໃຫ້​ຫຼາຍ​ຂຶ້ນ ຮອງ​ຮັບ​ການ​ເຊື່ອມ​ໂຍງ​ປະຊາຄົມ​ເສດຖະກິດ​ອາ​ຊຽນ (AEC) ໃນ​ທ້າຍ​ປີ 2015.

 

ການ​ຈັດ​ອົບຮົມ​ຄັ້ງ​ນີ້​ຖື​ເປັນຄັ້ງ​ທີ 2 ຂອງ​ຕະຫຼາດ​ຫຼັກ​ຊັບລາວ ​ໄດ້​ຮ່ວມ​ກັບ​ພາກສ່ວນ​ທີ່ກ່ຽວຂ້ອງ ເຊິ່ງ​ຫຼັກສູດ​ການ​ສອນ

ຈະ​ເລີ່ມ​ແຕ່​ວັນ​ທີ 4 ຕຸລາ ໄປ​ເຖິງວັນ​ທີ 9 ພະຈິກ 2014 ໂດຍ​ມີນັກ​ວິທະຍາກອນ​ທີ່​ມີ​ຊື່​ສຽງ ມາຈາກ​ປະເທດ​ໄທ ແລະ ​ສປປ

ລາວ ທີ່​ຈະ​ມາ​ຖ່າຍ​ທອດ​ຄວາມ​ຮູ້ ແລະ ປະສົບ​ການ​ເພື່ອ​ກ້າວ​ສູ່​ມື​ອາຊີບ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...