Homeຂ່າວພາຍ​ໃນຍັງມີເດັກອີກ 32% ທີ່ຍັງຂາດສານອາຫານຊໍາເຮື້ອຢູ່ ສປປ ລາວ

ຍັງມີເດັກອີກ 32% ທີ່ຍັງຂາດສານອາຫານຊໍາເຮື້ອຢູ່ ສປປ ລາວ

Published on

ເກືອບທັງໝົດຂອງຈໍານວນເດັກທີ່ຂາດສານອາຫານຊໍາເຮື້ອແບບເຕ້ຍຢູ່ ສປປ ລາວ 32% (ທັງໝົດແມ່ນ 33% ສະຖິຕິປີ 2017) ຄຽງຄູ່ກັບການຂາດໂພຊະນາການ ສຸຂະພາບ ເຮືອນຢູ່ອາໄສ ນ້ຳສະອາດ ສຸຂະອະນາໄມ ການຫຼິ້ນ ເຄື່ອງມືກະຕຸ້ນໃນການຮຽນຮູ້ ແລະ ອື່ນໆ ອີງຕາມບົດລາຍງານການວິໄຈຄວາມຂາດເຂີນແບບທັບຊ້ອນກ່ຽວກັນການຂາດສານອາຫານຊໍາເຮື້ອແບບເຕ້ຍຂອງເດັກອາຍຸຕ່ຳກວ່າ 5 ປີຢູ່ ສປປ ລາວ ຂອງກະຊວງແຜນການ ແລະ ການລົງທຶນ ຮ່ວມກັບອົງການອຸຍນີເຊັບ ແລະ ສະຫະພາບເອີຣົບ ໃຫ້ຮູ້ໃນວັນທີ 20 ມີຖຸນາທີ່ນະຄອນຫຼວງວຽງຈັນ.

ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນກ່າວວ່າ ຜົນການວິໄຈ ແລະ ຂໍ້ແນະນຳຈາກລາຍງານສະບັບນີ້ມີຄວາມສໍາຄັນເປັນຢ່າງຍິ່ງສໍາລັບລັດຖະບານ ສປປ ລາວ ເພາະໄດ້ຊ່ວຍເຮັດໃຫ້ມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຜົນກະທົບຈາກພາວະການຂາດສານອາຫານຊຳເຮື້ອແບບເຕ້ຍ ແລະ ສາມາດຊອກວິທີທາງແກ້ໄຂຢ່າງມີປະສິດທິພາບ ເຖິງແມ່ນ ວ່າ ສປປ ລາວ ຈະມີຄວາມກ້າວໜ້າໃນການຫຼຸດຜ່ອນອັດຕາສ່ວນຈຳນວນເດັກທີ່ຂາດສານອາຫານຊຳເຮື້ອແບບເຕ້ຍຈາກ 44% ໃນປີ 2011 ມາເປັນ 33% ໃນປີ 2017 ຕາມຜົນການສຳຫຼວດດັດຊະນີໝາຍສັງຄົມລາວແມ່ນຍັງມີ 11 ແຂວງທີ່ຍັງມີອັດ ຕາສ່ວນຈຳນວນເດັກທີ່ຂາດສານອາຫານຊຳເຮື້ອແບບເຕ້ຍທີ່ໜ້າເປັນຫ່ວງ ແລະ ສູງກວ່າລະດັບທີ່ອົງການອະນາໄມໂລກກຳນົດເກີນກວ່າ 30%.

ທ່ານ ລີໂອ ຟາເບີ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳ ສປປ ລາວ ກ່າວວ່າ ການຂາດສານອາຫານຊຳເຮື້ອແບບເຕ້ຍໃນໄວເດັກແມ່ນມີການກ່ຽວພັນກັບລະດັບຜົນສໍາເລັດທາງດ້ານການສຶກສາທີ່ຕ່ຳກວ່າ ແລະ ປະສິດທິພາບທີ່ຫຼຸດລົງໃນບັ້ນຕໍ່ໆໄປຂອງຊີວິດ ການປິດຊ່ອງຫວ່າງດ້ານຊັບພະຍາກອນລະຫວ່າງເດັກທີ່ຂາດສານອາຫານຊຳເຮື້ອແບບເຕ້ຍ ແລະ ເດັກທີ່ບໍ່ຂາດສານອາຫານຊຳເຮື້ອແບບເຕ້ຍໃນ ສປປ ລາວ ຈຶ່ງແມ່ນສິ່ງສຳຄັນອັນຮີບດ່ວນ ແລະ ຕ້ອງການລັດຖະບານ ລວມທັງຄູ່ຮ່ວມພັດທະນາໃນການທົບທວນຄືນບັນດານະໂຍບາຍ ແລະ ຍຸດທະສາດດ້ານໂພຊະນາການທີ່ມີຢູ່ ເພື່ອຮັບປະກັນການແກ້ໄຂການຂາດເຂີນທາງດ້ານສຸ ຂະພາບ ແລະ ໂພຊະນາການຂອງເດັກຢູ່ ສປປ ລາວ ທີ່ກຳລັງຜະເຊີນຢູ່.

ທ່ານ ເອຍຟານ ອັກຕາ ຮັກສາການແທນຜູ້ຕາງໜ້າອົງການສະຫະປະຊາຊາດສຳລັບເດັກປະຈຳ ສປປ ລາວ ກ່າວວ່າ ເພື່ອແກ້ໄຂບັນຫາລະດັບຄວາມທຸກຍາກ ແລະ ການຂາດສານອາຫານຊຳເຮື້ອແບບເຕ້ຍມີຄວາມຈຳເປັນຈະຕ້ອງໄດ້ລົງທຶນໃສ່ເດັກ ແລະ ໄວໜຸ່ມ ການລົງທຶນໃສ່ດ້ານມະນຸດ ຫຼື ດ້ານສະຕິປັນຍາ ແມ່ນການລົງທຶນໃນນະໂຍບາຍໄລຍະຍາວ ຊຶ່ງບໍ່ແມ່ນແຕ່ເພື່ອບັນລຸສິດທິດ້ານມະນຸດຊະທຳຢ່າງດຽວ ແຕ່ມັນຍັງຊ່ວຍແກ້ໄຂບັນຫາຄວາມບໍ່ເທົ່າທຽມ ການຂາດເຂີດ ແລະ ເສດຖະກິດທີ່ບໍ່ມີການເໜັງຕີງ ການໃຫ້ບູລິມະສິດໃນວຽກງານດ້ານການສຶກສາ ການປົກປ້ອງ ສຸຂະພາບ ໂພຊະນາການ ແລະ ການປັບປຸງຊີວິດການເປັນຢູ່ທີ່ດີຂອງເດັກແມ່ນການປະກອບສ່ວນໃນການລົງທຶນແບບດີທີ່ສຸດທີ່ພວກເຮົາສາມາດເຮັດໄດ້ໃນສອງທົດສະຕະວັດທຳອິດຂອງຊີວິດ ເພື່ອໃຫ້ບັນລຸວາລະ 2030 ທີ່ພວກເຮົາສັນຍາໄວ້.​

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...