Homeຂ່າວຕ່າງປະເທດFAO ຄາດການສົ່ງອອກເຂົ້າຂອງຫວຽດນາມປີນີ້ ເພີ່ມຂຶ້ນ 6.9 ລ້ານໂຕນ

FAO ຄາດການສົ່ງອອກເຂົ້າຂອງຫວຽດນາມປີນີ້ ເພີ່ມຂຶ້ນ 6.9 ລ້ານໂຕນ

Published on

 

Farmers harvest rice at a paddy field in Dong Tri village, outside Hanoi

 

ອົງການອາຫານ ແລະ ກະສິກຳແຫ່ງສະຫະປະຊາຊາດ (FAO) ໄດ້ຄາດການວ່າ ການສົ່ງອອກເຂົ້າຂອງຫວຽດນາມໃນປີ

2014 ຈະເພີ່ມຂຶ້ນ 6% ເປັນຈຳນວນ 6.9 ລ້ານໂຕນ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ຕຸລານີ້ວ່າ ອົງການອາຫານ ແລະ ກະສິກຳແຫ່ງສະຫະປະຊາຊາດ ໄດ້ລະບຸ

ເຖິງປັດໃຈທີ່ເຮັດໃຫ້ປະລິມານການສົ່ງອອກເຂົ້າຂອງຫວຽດນາມເພີ່ມຂຶ້ນ ແມ່ນເນື່ອງມາຈາກຜົນຜະລິດເຂົ້າຂອງ

ປະເທດເພີ່ມຂຶ້ນສູງ ແລະ ຄວາມຕ້ອງການທີ່ເພີ່ມຂຶ້ນສູງຂຶ້ນ ຈາກຕະຫລາດໃນອາຊີ ເຊິ່ງປະກອບດ້ວຍ ອິນໂດເນເຊຍ,

ມາເລເຊຍ, ຈີນ, ຟິລິບປິນ.  ພ້ອມນັ້ນ FAO ຍັງໄດ້ປະເມີນວ່າ ຜົນຜະລິດເຂົ້າຂອງຫວຽດນາມໃນປີນີ້ ຈະສູງຂຶ້ນເຖິງ

44.5 ລ້ານໂຕນ.

 

ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ (MARD) ລາຍງານວ່າ ການສົ່ງອອກເຂົ້າຂອງຫວຽດນາມໃນ

ໄລຍະ 9 ເດືອນທີ່ຜ່ານມາ ຄືແຕ່ເດືອນ ມັງກອນ – ກັນຍາ ມີປະລິມານທັງໝົດ 5.02 ລ້ານໂຕນ ສ້າງລາຍຮັບໃຫ້ແກ່

ປະເທດໄດ້ 2,300 ລ້ານໂດລາ ແລະ ສະເພາະໃນເດືອນກັນຍານີ້ ຫວຽດນາມໄດ້ສົ່ງອອກເຂົ້າໄປ 524,000​ ໂຕນແລ້ວ

ໃນມູນຄ່າ 249 ລ້ານໂດລາ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...