spot_img
Homeຂ່າວພາຍ​ໃນງານວາງສະແດງເຄື່ອງເຮືອນລາວຈະເລີ່ມຕົ້ນເດືອນກໍລະກົດ

ງານວາງສະແດງເຄື່ອງເຮືອນລາວຈະເລີ່ມຕົ້ນເດືອນກໍລະກົດ

Published on

ສະມາຄົມເຟີນີເຈີລາວຮ່ວມກັບກົມສົ່ງເສີມການຄ້າ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສູນການຄ້າ ລາວ-ໄອເຕັກ ກຽມຈັດງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 4 ປະຈຳປີ 2019 ຊຶ່ງຈະຈັດຂຶ້ນລະຫວ່າງວັນທີ 6-14 ກໍລະກົດທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ).

ທັງນີ້ ພາຍໃນງານແມ່ນຈະລວມເອົາຜະລິດຕະພັນເຄື່ອງເຮືອນລາວທີ່ຜະລິດດ້ວຍໄມ້ຫວາຍ ໄມ້ປ່ອງ ແລະ ຈາກວັດສະດຸເສດເຫຼືອຕ່າງໆທີ່ນຳມາແປຮູບໃຫ້ມີຫຼາກຫຼາຍສີສັນ ຄາດວ່າຈະມີການຈໍລະຈອນຊື້-ຂາຍສິນຄ້າປະມານ 10 ຕື້ກີບ ແລະ ຈະມີມວນຊົນເຂົ້າຊົມງານຫຼາຍກວ່າ 200.000 ຄົນ.

ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວໄດ້ກ່າວໃນງານຖະ ແຫຼງຂ່າວວາງສະແດງເຄື່ອງເຮືອນລາວວ່າ ງານວາງສະແດງໃນຄັ້ງນີ້ແມ່ນໄດ້ເຊີນເອົາບັນດາຫົວໜ່ວຍທຸລະກິດເຟີນີເຈີໄມ້ໃນນະຄອນຫຼວງ ແລະ ບັນດາແຂວງໃນທົ່ວປະເທດນຳເອົາຜະລິດຕະພັນຂອງຕົນເອງທີ່ຜະລິດດ້ວຍໄມ້ ຫວາຍ ໄມ້ປ່ອງ ແລະ ຈາກວັດສະດຸເສດເຫຼືອຕ່າງໆທີ່ນຳມາແປຮູບເປັນເຄື່ອງເຟີນີເຈີ ຜະລິດຕະພັນຫັດຖະກຳ ເຄື່ອງແກະສະຫຼັກ ເຄື່ອງປະດັບຕົບແຕ່ງ ແລະ ເອ້ຢ້ອງພາຍໃນເຮືອນ ອຸປະກອນການຮັບໃຊ້ ເຄື່ອງມື ແລະ ເຄື່ອງຈັກຕ່າງໆທີ່ກ່ຽວກັບການຜະລິດເຄື່ອງເຟີນີເຈີໄມ້ ແລະ ອື່ນໆ ນອກນີ້ ຍັງເປັນການສົ່ງເສີມການຊື້-ຂາຍສິນຄ້າ ແລະ ຊອກຫາລູກຄ້າ ທັງເປັນເວທີເປີດກວ້າງແລກປ່ຽນບົດຮຽນ ແລະ ປະສົບການລະຫວ່າງບັນດາຫົວໜ່ວຍທຸລະກິດດ້ວຍກັນ ແລະ ເປີດໂອກາດໃຫ້ຜູ້ຊື້ເຂົ້າເຖິງຜູ້ຜະລິດໂດຍກົງ.

ພາຍໃນງານຍັງມີກິດຈະກຳທີ່ໜ້າສົນໃຈຫຼາຍຢ່າງເຊັ່ນ ຝຶກອົບຮົມອອກແບບເຄື່ອງເຟີນີເຈີຈາກຊ່ຽວຊຽນຍີ່ປຸ່ນ ສາທິດການຜະລິດເຄື່ອງເຟີນີເຈີໄມ້ ແລະ ແກະສະຫຼັກໄມ້ເສດ ປະກວດຮ້ອງເພງເຍົາວະຊົນສຽງດີ ຄອນເສິດລາວ-ໄທ ແລະ ອື່ນໆ.

 

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...