spot_img
Homeຂ່າວພາຍ​ໃນລັດຖະບານເອົາໃຈໃສ່ການສະກັດກັ້ນໄພເງິນເຟີ້ ແລະ ປັບປຸງນະໂຍບາຍເງິນຕາ

ລັດຖະບານເອົາໃຈໃສ່ການສະກັດກັ້ນໄພເງິນເຟີ້ ແລະ ປັບປຸງນະໂຍບາຍເງິນຕາ

Published on

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ແຫ່ງ​ ສປປ ລາວ ​ໄດ້ຕອບຄຳຊັກ​ຖາມຂອງສະມາຊິກສະພາແຫ່ງຊາດຫຼາຍໆ​ບັນຫາ​ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ​ ​ແລະ ​ຢືນຢັນ​ວ່າ​ລັດຖະບານ​​ໄດ້​ເອົາ​ໃຈໃສ່​ການ​ສະກັດກັ້ນ​ໄພ​ເງິນ​ເຟີ້ ​ແລະ ປັບປຸງ​ນະ​ໂຍບາຍ​ເງິນຕາ​ໃຫ້​ສອດ​ຄ່ອງ​ຕາມ​ທິດ​ຊີ້​ນໍາ​ຂອງ​ຂັ້ນ​ເທິງ​ວາງ​ອອກ.

ທ່ານນາຍົກລັດຖະມົນຕີ​ໄດ້​ກ່າວ​ວ່າ ກ່ຽວກັບການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ຊຶ່ງເປັນໜຶ່ງໃນວຽກຈຸດສຸມຕົ້ນຕໍທາງດ້ານເສດຖະກິດຂອງລັດຖະບານປະຈຳປີ 2019 ແລະ ລັດຖະບານກໍໄດ້ກຳນົດໃນດຳລັດ 560/ນຍ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດປະຈຳປີ 2019 ໂດຍລວມ ລັດຖະບານກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດທັງໝົດ 8 ມາດຕະການ ແຕ່ເນື່ອງຈາກຄຳຖາມທີ່ສະມາຊິສະພາເຈາະຈົງໃສ່ກ່ຽວຂ້ອງສະເພາະມາດຕະການທີ 1 ດັ່ງນີ້  ການຈັດຕັ້ງປະຕິບັດມາດຕະການທີ 1 ການສະກັດກັ້ນໄພເງິນເຟີ້ ແລະ ປັບປຸງນະໂຍບາຍເງິນຕາ.

​ໄລຍະ​ຜ່ານ​ມາການຈັດຕັ້ງປະຕິບັດມາດຕະການນີ້ ຖືວ່າໄດ້ຮັບໝາກຜົນໃນລະດັບໜຶ່ງ ເພາະວ່າໂດຍລວມພວກເຮົາຍັງສາມາດຄຸ້ມຄອງເສດຖະກິດມະຫາພາກເພື່ອບໍ່ຕົກເຂົ້າໃນວິກິດ ແລະ ຍັງສາມາດຮັກສາການເຕີບໂຕຂອງເສດຖະກິດໃນລະດັບ 6,5% ຕົວຊີ້ວັດຂອງໝາກຜົນໃນການຈັດຕັ້ງປະຕິບັດມາດຕະການນີ້ກໍສະແດງອອກໃນບົດລາຍງານທີ່ຂ້າພະເຈົ້າໄດ້ສະເໜີຕໍ່ກອງປະຊຸມໃນມື້ກ່ອນເປັນຕົ້ນແມ່ນ

  • ຮັກສາອັດຕາເງິນເຟີ້ສະເລ່ຍໃນລະດັບ 1,5% ເຊິ່ງຢູ່ໃນຂອບ ສະພາແຫ່ງຊາດຮັບຮອງໝົດປີບໍ່ເກີນ 5%
  • ຮັກສາ ປະລິມານເງິນ M2 ຢູ່ໃນລະດັບ 9% ເຊິ່ງສະພາແຫ່ງຊາດຮັບຮອງ ສະເລ່ຍບໍ່ເກີນ 20%
  • ຮັກສາຄ່າເງິນກີບ ຢູ່ໃນກອບເໜັງຕີງ ບໍ່ເກີນ ±5% ຕາມມະຕິສະພາແຫ່ງຊາດກຳນົດ ໃນນີ້ ເງິນກີບທຽບໃສ່ເງິນໂດລາສະຫະລັດ ສະເລ່ຍອ່ອນຄ່າ 0,4% ແລະ ທຽບໃສ່ເງິນບາດອ່ອນຄ່າ 3,4%
  • ຄຸ້ມຄອງສ່ວນຕ່າງລະຫວ່າງອັດຕາແລກປ່ຽນທະນາຄານທຸລະກິດ ແລະ ຕະຫຼາດສຳລັບເງິນກີບ ທຽບໃສ່ເງິນໂດລາສະຫະລັດ ສະເລ່ຍຢູ່ໃນລະດັບ 1,7% ແລະ ເງິນກີບ ທຽບໃສ່ເງິນບາດ ສະເລ່ຍຢູ່ໃນລະດັບ 0,4% ຊຶ່ງເປັນອັດຕາທີ່ບໍ່ຕ່າງກັນຫຼາຍ

ນອກຈາກນີ້ ລັດຖະບານກໍມີຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານທີ່ກຳນົດໃນມາດຕະການນີ້ ເປັນຕົ້ນແມ່ນການສົ່ງເສີມການຊຳລະສະສາງຜ່ານລະບົບທະນາຄານ ການປັບປຸງໂຄງສ້າງລາຄານໍ້າມັນ (ຕັດຕົ້ນທຶນທີ່ພາໃຫ້ລາຄານໍ້າມັນສູງຂຶ້ນ) ການສົ່ງເສີມການໃຊ້ພະລັງງານທົດແທນ ສົ່ງເສີມການນຳໃຊ້ລົດໄຟຟ້າ ໂດຍກຳນົດນະໂຍບາຍຫຼຸດຜ່ອນພາສີນຳເຂົ້າ  ສົ່ງເສີມການຜະລິດເປັນສິນຄ້າເພື່ອຫຼຸດຜ່ອນການນຳເຂົ້າ ແລະ ອື່ນໆ.

ເຖິງຢ່າງໃດກໍ່ຕາມ ລັດຖະບານກໍຍັງຈະໄດ້ເພີ່ມຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດບາງວຽກທີ່ກຳນົດໃນມາດຕະການທີ 1 ເປັນຕົ້ນແມ່ນ

  • ການເພີ່ມຄັງສຳຮອງເງິນຕາຕ່າງປະເທດ ເພື່ອອຳນວຍຄວາມສະດວກ ຊຸກຍູ້ ແລະ ຊ່ວຍເຫຼືອ ເພື່ອການຊຳລະສະສາງ ເພາະເຫັນວ່າວຽກດັ່ງກ່າວຍັງມີຄວາມທ້າທາຍຫຼາຍຍ້ອນຖານການຜະລິດ ແລະ ຖານລາຍຮັບພາຍໃນຂອງພວກເຮົາຍັງບໍ່ເຂັ້ມແຂງ
  • ການພັດທະນາຕະຫຼາດທຶນ ແລະ ຊຸກຍູ້ຕະຫຼາດຫຼັກຊັບລາວກໍຍັງບໍ່ທັນບໍ່ທັນມີຄວາມຄືບໜ້າດີເທົ່າທີ່ຄວນຍ້ອນຄວາມເຊື່ອໝັ້ນຂອງຜູ້ລົງທຶນໃນຕະຫຼາດຫຼັກຊັບຂອງລາວຍັງບໍ່ຫຼາຍ ແລະ ດຶງດູດໃຈກ່ຽວກັບຜົນຕອບແທນຍັງບໍ່ສູງ ເມື່ອທຽບກັບຕະຫຼາດຫລັກຊັບຂອງປະເທດໃກ້ຄຽງ
  • ການຊຸກຍູ້ ສົ່ງເສີມ ແລະ ອຳນວຍຄວາມສະດວກໃນການຜະລິດສິນຄ້າ ເຖິງວ່າມີຄວາມພະຍາຍາມ ແຕ່ກໍ່ຍັງຂະຫຍາຍຕົວຊ້າ ໂດຍສະເພາະແມ່ນພາກການຜະລິດ ເພື່ອສົ່ງອອກຍ້ອນພື້ນຖານການຜະລິດຂອງພວກເຮົາຍັງອ່ອນນ້ອຍ ຕະຫຼາດພາຍໃນກໍນ້ອຍ ຄ່າຂົນສົ່ງ ແລະ ຕົ້ນທຶນການຜະລິດພັດສູງ ຄວາມອາດສາມາດແຂ່ງຂັນຂອງພວກເຮົາຍັງຕໍ່າ ນັກທຸລະກິດພາຍໃນທີ່ມີພື້ນຖານແດ່ ສ່ວນໃຫຍ່ລົງທຶນໃນຂະແໜງຊັບພະຍາກອນ ກໍ່ສ້າງ ແລະ ບໍລິການບໍ່ທັນທຸ່ມເທທຶນຮອດ ແລະ ສະຕິປັນຍາໃສ່ການຜະລິດເພື່ອສົ່ງອອກ ດັ່ງນັ້ນ ການແກ້ໄຂບັນຫານີ້ຕ້ອງໄດ້ໃຊ້ເວລາ ແຕ່ໃນໄລຍະຜ່ານມາພັກ ແລະ ລັດກໍໄດ້ມີນະໂຍບາຍ ແລະ ລົງທຶນໃສ່ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຫຼາຍສົມຄວນ ແລະ ລັດຖະບານຊຸດນີ້ກໍພະຍາຍາມຫຼຸດຜ່ອນການພັດທະນາເສດຖະກິດ ໂດຍອິງໃສ່ຂະແໜງຊັບພະຍາກອນທຳມະຊາດເປັນຕົ້ນຕໍ ດັ່ງນັ້ນ ຂ້າພະເຈົ້າເຊື່ອວ່າໃນຕໍ່ຊຸມປີຕໍ່ໜ້າ ພວກເຮົາຈະແກ້ໄຂຄວາມຫຍຸ້ງຍາກນີ້ໄດ້ແນ່ນອນ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...