spot_img
Homeຂ່າວຕ່າງປະເທດພັດທະນາໄປອີກຂັ້ນເມື່ອ AI ຂອງ Google ສາມາດແປພາສາຕ່າງປະເທດໄດ້

ພັດທະນາໄປອີກຂັ້ນເມື່ອ AI ຂອງ Google ສາມາດແປພາສາຕ່າງປະເທດໄດ້

Published on

ເປັນກະແສຮືຮາໄປທົ່ວໂລກອີກຄັ້ງສຳລັບການພັດທະນາທີ່ບໍ່ມີຂີດຈຳກັດໃນຍຸກເຕັກໂນໂລຊີ ເມື່ອ AI ຫຼື ປັນຍາປະດິດຂອງ Google ສາມາດແປພາສາຕ່າງປະເທດໄດ້ ພ້ອມທັງສາມາດປັບລະດັບສຽງໃຫ້ຄ້າຍຄືກັບເຈົ້າຂອງພາສາ.

ຂ່າວດັ່ງກ່າວແມ່ນສັ່ນສະເທືອນເຖິງຫຼາຍໆອາຊີບ ໂດຍສະເພາະອາຊີບແປພາສາ (ລ່າມແປ) ຊຶ່ງ AI ຂອງ Google ໂດຍທີມວິໄຈຂອງ Google ໄດ້ຕັ້ງຊື່ໂຄງການນີ້ວ່າ Translatotron ຊຶ່ງໄດ້ອະທິບາຍ ແລະ ສະຫຼຸບຮູບແບບລວມໆວ່າ ສິ່ງທີ່ເຂົາເຈົ້າກຳລັງຝຶກໃຫ້ AI ມັນບໍ່ເປັນພຽງແຕ່ການແປຈາກສຽງສູ່ຂໍ້ຄວາມ ຫຼື ແປຈາກຂໍ້ຄວາມມາເປັນສຽງຕາມແບບທີ່ເຄີຍມີມາ ແຕ່ມັນຄືການແປພາສາໜຶ່ງໄປສູ່ອີກພາສາໜ່ຶງ ໂດຍທີ່ຍັງຄົງຮູບແບບສຽງຂອງເຈົ້າຂອງພາສາຕົ້ນແບບໄວ້.

ທັງນີ້ ການເຮັດວຽກແມ່ນມີ 3 ຂັ້ນຕອນຫຼັກໆຄື 1. ກ໋ອບປີ້ speech ຕົ້ນສະບັບ 2. ແປ speech ຕົ້ນສະບັບເປັນພາສາທີ່ຕ້ອງການ ແລະ 3. ສ້າງສຽງແບບທີ່ຕ້ອງການໃນ speech ທີ່ຖືກແປຮຽບຮ້ອຍແລ້ວ ໂດຍທີມນັກວິໄຈຢັ້ງຢືນວ່າ ການແປພາສາພ້ອມກັບການເກັບຮັກສາສຳນຽງຕົ້ນສະບັບຍັງບໍ່ເຂົ້າສູ່ລະບົບທີ່ສົມບູນໃນໄວໆນີ້ ເພາະຍັງມີຄວາມສະຖຽນກັບຕົ້ນສະບັບເຕັມ 100%.

ຢ່າງໃດກໍຕາມ ເຖິງແມ່ນວ່າ AI ຈະຍັງຮຽນແບບສຳນຽງໄດ້ບໍ່ເຕັມ 100% ແຕ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາລະບົບກໍຖືເປັນສັນຍານທີ່ດີທີ່ການແປພາສາຈາກ Google ຈະມີມິຕິໃໝ່ໆມາໃຫ້ຊົມໃຊ້ໃນອະນາຄົດ ຊຶ່ງຄາດຄະເນວ່າຖ້າຫາກການວິໄຈສຳເລັດສົມບູນ ແລະ AI ສາມາດເຮັດວຽກໄດ້ດີກວ່ານີ້ ແນ່ນອນວ່າເຕັກໂນໂລຊີດັ່ງກ່າວກໍຈະກາຍເປັນປະໂຫຍດໃຫ້ກັບຜູ້ຊົມໃຊ້ທົ່ວໂລກໂດຍສະເພາະການແປພາສາ.

 

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: www.facebook.com/thematterco/posts

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...