spot_img
Homeຂ່າວຕ່າງປະເທດພົບເຊື້ອເຫັດອາຍຸພັນລ້ານປີທີ່ອາຣກຕິກໃນການາດາ

ພົບເຊື້ອເຫັດອາຍຸພັນລ້ານປີທີ່ອາຣກຕິກໃນການາດາ

Published on

ເຊື້ອເຫັດມີບົດບາດສຳຄັນໃນລະບົບນິເວດ ໂດຍສະເພາະການຍ່ອຍສະຫຼາຍອິນຊີວັດຖຸ ແລະ ຄືນທາດອາຫານສູ່ພື້ນດິນເພື່ອຊ່ວຍໃຫ້ພືດຈະເລີນເຕີບໂຕ ຊຶ່ງເມື່ອບໍ່ດົນມານີ້ນັກວິໄຈຈາກມະຫາວິທະຍາໄລລີຈໃນແບນຊິກໄດ້ເປີດເຜີຍການພົ້ນພົບຮ່ອງຮອຍດຶກດຳ ບັນ ຫຼື ຟອສຊິລ (fossil) ຂະໜາດນ້ອຍໆເທິງໂງ່ນຫີນທາງພາກໃຕ້ຂອງເກາະວິກຕໍເຣຍໃນແຖບອາຣກຕິກຂອງປະເທດການາ ດາຊຶ່ງໄດ້ລະບຸວ່າ ເປັນຊາກຟອສຊິລເຊື້ອເຫັດທີ່ມີອາຍຸເກົ່າແກ່ທີ່ສຸດໃນໂລກ.

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 29 ພຶດສະພາຜ່ານມາວ່າ ທີມນັກວິໄຈໄດ້ທົດສອບຫີນທີ່ປາກົດຮ່ອງຮອຍຟອສຊິລດັ່ງກ່າວຊຶ່ງພົບວ່າເຊື້ອເຫັດຊະນິດນີ້ກໍ່ໂຕຂຶ້ນລະຫວ່າງ 900-1.000 ລ້ານປີກ່ອນໃນດິນແດນຕາເວັນອອກສຽງເໜືອຂອງການາດາ ເຮັດໃຫ້ເຊື້ອເຫັດທີ່ພົບໃນຄັ້ງນີ້ມີອາຍຸເກົ່າແກ່ກວ່າເຊື້ອເຫັດອາຍຸ 450 ລ້ານປີທີ່ຄົ້ນພົບໃນລັດວິສຄອນຊິນຂອງອາເມຣິກາ ທັງນີ້ ຈາກການວິເຄາະໂຄງສ້າງເຊື້ອເຫັດທີ່ພົບໃໝ່ນີ້ສາມາດລະບຸໄດ້ວ່າເປັນເຊື້ອເຫັດ Ourasphaira giraldae ຊຶ່ງເຊລສືບພັນ ຫຼື ສະປໍຂອງມັນມີຄວາມຍາວໜ້ອຍກວ່າ 10 ມິລິແມັດ ເຊື່ອມຕໍ່ກັນເປັນເສັ້ນໃຍຍາວ ແລະ ແຕກແຍກອອກຫຼາຍສາຍ ນອກນີ້ ຍັງພົບຮ່ອງຮອຍຂອງໄຄຕິນ ຊຶ່ງເປັນສານປະກອບອິນຊີທີ່ໃຊ້ສ້າງຜະໜັງເຊລຂອງເຊື້ອເຫັດອີກດ້ວຍ.

ທັງນີ້ Ourasphaira giraldae ຖືກທຳມະຊາດຮັກສາໄວ້ເປັນຢ່າງດີ ໂດຍເກາະຕິດຢູ່ໃນໂງ່ນຫີນແຂງ ຊຶ່ງປ້ອງກັນອົກຊີແຊນ ຊຶມເຂົ້າໄປສະຫຼາຍເຊື້ອເຫັດພາຍໃນ ຂະນະທີ່ນັກວິໄຈເຫັນວ່າ ການຄົ້ນພົບເຊື້ອເຫັດທີ່ກຳເນີດຂຶ້ນເມື່ອ 1.000 ລ້ານປີກ່ອນນີ້ຊີ້ໃຫ້ເຫັນວ່າສິ່ງມີຊີວິດນ້ອຍໆເຫຼົ່ານີ້ໜ້າຈະເປັນໂຕວາງຮາກຖານສຳລັບການກຳເນີດພືດໃນຍຸກທຳອິດໃນພື້ນນັ້ນໆເມື່ອປະມານ 470 ລ້ານປີທີ່ຜ່ານມາ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ:thairath

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...