ທ່ານ ສິງເພັດ ບຸນສະຫວັດທິພັນ ຮອງປະທານອົງການກວດກາລັດຖະບານ ຮອງປະທານຄະນະສືບສວນ-ສອບສວນແຫ່ງຊາດ ໄດ້ຖະແຫຼງຂ່າວໃນວັນທີ 28 ພຶດສະພາ 2019 ຢູ່ສຳນັກງານນາຍົກລັດຖະມົນຕີກ່ຽວກັບຜົນຂອງການສືບສວນ-ສອບສວນສາເຫດຄູກັນນໍ້າ D ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກພັງ ຫຼື ເອີ້ນວ່າ “ຄະນະສືບສວນ-ສອບສວນແຫ່ງຊາດ” ຊຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບນັບແຕ່ວັນທີ 8 ສິງຫາ 2018 ທີ່ຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ປະທານອົງການກວດກາລັດຖະບານ ເພື່ອດຳເນີນການກວດກາຫາສາເຫດການແຕກພັງຂອງຄູກັນນໍ້າ D ຂອງໂຄງການເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ເພື່ອນຳມາລາຍງານຕໍ່ລັດຖະບານ ປະຊາຊົນລາວ ສາກົນ ແລະ ຜູ້ມີສ່ວນຮ່ວມອື່ນໆຮັບຊາບກ່ຽວກັບສາເຫດການແຕກພັງຂອງຄູກັນນໍ້າດັ່ງກ່າວ.
ທ່ານ ສິງເພັດ ໄດ້ກ່າວວ່າ ເພື່ອຮັບປະກັນໃຫ້ການສືບສວນ-ສອບສວນຫາສາເຫດຂອງການແຕກພັງຂອງຄູກັນນໍ້າ D ດຳເນີນໄປຢ່າງຖືກຕ້ອງ ແລະ ສອດຄ່ອງກັບລະບຽບການ ມີຄວາມໂປ່ງໃສ່ ແລະ ເຊື່ອຖືໄດ້ ດັ່ງນັ້ນ ລັດຖະບານລາວຈຶ່ງໄດ້ມອບສິດຢ່າງເຕັມສ່ວນໃຫ້ຄະນະຊ່ຽວຊານເອກະລາດ (the independent Expert Panel, IEP) ທີ່ມີຊື່ສຽງໃນເວທີສາກົນເປັນຜູ້ດຳເນີນການສືບສວນຫາສາເຫດຄຽງຄູ່ກັບການດຳເນີນງານຂອງຄະນະສືບສວນ-ສອບສວນແຫ່ງຊາດ ສຳລັບຄະນະຊ່ຽວຊານເອກະລາດ (IEP) ປະກອບດ້ວຍ ສາສະດາຈານ Anton J. Schleiss ຈາກປະເທດສະວິດ ປະທານກິຕິມະສັກອົງການເຂື່ອນໃຫຍ່ສາກົນ (ICOLD) ທ່ານ Ahmed F.Chraibi ການາດາ ຮອງປະທານ ICOLD ພ້ອມນີ້ ລັດຖະບານຍັງໄດ້ເຊີນຫລາຍພາກສ່ວນຂອງຕ່າງປະເທດເຂົ້າຮ່ວມເປັນຜູ້ສັງເກດການໃນຂະບວນການສືບສວນ-ສອບສວນ ເພື່ອຊອກຫາສາເຫດຄູກັນນໍ້າ D ແຕກພັງດັ່ງກ່າວ.
ຄະນະຊ່ຽວຊານເອກະລາດໄດ້ສຶກສາສາເຫດການແຕກພັງ ໂດຍອີງໃສ່ການສຶກສາຄົ້ນຄວ້າຂໍ້ມູນທີ່ໄດ້ຮັບຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ໄດ້ລົງກວດກາສະພາບຄວມມເປັນຈິງຢູ່ພາກສະໜາມນັບຕັ້ງແຕ່ເດືອນສິງຫາ 2018 ເປັນຕົ້ນມາ ພ້ອມທັງຜົນຂອງການສຳຫຼວດທາງທໍລະນີເຕັກນິກໄດ້ແນະນຳໃຫ້ສຳຫຼວດຄືນ ພາຍຫຼັງການແຕກພັງຂອງເຂື່ອນກັນນໍ້າ D ແລະ ໄດ້ສົ່ງບົດລາຍງານສະບັບສຸດທ້າຍ ລົງວັນທີ 20 ມີນາ 2019 ກ່ຽວກັບຜົນການສືບສວນ-ສອບສວນຫາສາເຫດການແຕກພັງຂອງຄູກັຍນໍ້າ D ຂອງເຄື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ຈຶ່ງໄດ້ຂໍແຈ້ງຜົນການກວດກາສາເຫດຂອງການແຕກພັງຂອງຄູກັນນໍ້າ D ທີ່ຄະນະຊ່ຽວຊານເອກະລາດໄດ້ສະຫຼຸບໃນບົດລາຍງານສຸດທ້າຍດັ່ງຕໍ່ໄປນີ້.
ການແຕກພັງຂອງຄູກັນນໍ້າ D ໄດ້ເກີດຂຶ້ນໃນວັນທີ 23 ກໍລະກົດ 2018 ຊຶ່ງຢູ່ໃນໄລຍະເກັບກັກນໍ້າເຂົ້າອ່າງ ເຖິງແມ່ນວ່າມີຝົນຕົກຕິດຕໍ່ກັນຫຼາຍວັນກ່ອນມື້ຄູກັນນໍ້າແຕກພັງກໍຕາມ ແຕ່ໃນເວລາການແຕກພັງໄດ້ເລີ້ມຕົ້ນຂືຶ້ນນັ້ນລະດັບນໍ້າໃນອ່າງເກັບນໍ້າຍັງຕ່ຳກວ່າລະດັບສັນເຂື່ອນຫຼາຍ ດັ່ງນັ້ນ ຈິ່ງບໍ່ສາດມາດເອີ້ນເຫດການແຕກພັງຄັ້ງນີ້ວ່າເປັນເຫດສຸດວິໄສ ( Force Majeure) ຕາມທີ່ກຳນົດໄວ້ໃນສັນຍາສຳປະທານ.
ທັງນີ້ ຄະນະຊ່ຽວຊານເອກະລາດກໍໄດ້ກວດພົບວ່າ ສາເຫດຕົ້ນຕໍຂອງການແຕກພັງແມ່ນກ່ຽວຂ້ອງກັບຄວາມສາມາດໃນການຊຶມນໍ້າສູງຂອງຮາກຖານຂອງເຂື່ອນກັນນໍ້າປະກອບກັບຊັ້ນດິນທີ່ສາມາດຖືກກັດເຊາະໄດ້ງ່າຍ ໂດຍສະເພາະປາກົດມີຮູທໍ່ນ້ອຍໆທີ່ມີການເຊື່ອມຕໍ່ຊຶ່ງກັນ ແລະ ກັນໃນຊັ້ນດິນທີ່ໄປພ້ອມກັບການເພີ່ມຂຶ້ນຂອງລະດັບນໍ້າໃນໄລຍະການເກັບກັກນໍ້າໃນອ່າງ ກະແສການຊຶມຂອງນໍ້າຕາມເສັ້ນທາງໄຫຼຂອງນໍ້າຕາມທາງນອນກໍເລີ່ມຂຶ້ນໃນຮາກຖານ ບວກກັບຄວາມສາມາດໃນການຊຶມຂອງນໍ້າສູງໃນດິນ ປາກົດການນີ້ໄດ້ສົ່ງຜົນໃຫ້ມີການກັດເຊາະພາຍໃນຮາກຖານ ແລະ ເຮັດໃຫ້ດິນລາເຕຣິດ (Laterite) ອ່ອນໂຕລົງ ເມື່ອການກັດເຊາະ ແລະ ອ່ອນໂຕຂອງຮາກຖານເຖິງຂັ້ນໃດໜຶ່ງ ຄວາມສະຖຽນລະພາບຂອງເຂື່ອນຈຶ່ງບໍ່ສາມາດຮັບປະກັນໄດ້ອີກຕໍ່ໄປ ແລະ ການເລື່ອນຖະໄຫຼເລິກແບບໜູນ (Deep rotational sliding) ໄດ້ເລີ່ມຕົ້ນຂຶ້ນທີ່ບ່ອນສູງສຸດຂອງເຂື່ອນກັນນໍ້າ ສຸດທ້ຍກໍນຳໄປສູ່ການແຕກພັງທັງໝົດຂອງຄູກັນນໍ້າ D ແລະ ຊັ້ນຮາກຖານ ຊຶ່ງເຮັດໃຫ້ມ່ວນນໍ້າມະຫາສານ (ທີ່ມີຄວາມສາມາດທຳລາຍສູງ ແລະ ບໍ່ສາມາດຄວບຄຸມໄດ້) ໄດ້ໄຫຼອອກຈາກອ້າງເກັບນໍ້າ ຮາກຖານຂອງຄູກັນນ້ຳ D ແມ່ນກ່ຽວຂ້ອງກັບການແຕກພັງໃນຄັ້ງນີ້.
ໂດຍ: ສະຫະລັດ ວອນທິວົງໄຊ