Homeຂ່າວຕ່າງປະເທດ“ແທັກຊີລອຍຟ້າ” ຄວາມລ້ຳໜ້າແຫ່ງໂລກອະນາຄົດ

“ແທັກຊີລອຍຟ້າ” ຄວາມລ້ຳໜ້າແຫ່ງໂລກອະນາຄົດ

Published on

ຫຼັງຈາກການທົດສອບຖ້ຽວບິນທຳອິດຂອງເຮືອບິນເຈັທ Lilium ກໍປະສົບຄວາມສຳເລັດໄປດ້ວຍດີ ທັງນີ້ Lilium ຖືເປັນສະຕາຣດອັບຈາກ Munich ໃນປະເທດເຢຍລະມັນຊຶ່ງກໍຄືຜູ້ທີ່ຢູ່ເບື້ອງຫຼັງນະວັດຕະກຳລ້ຳສະໄໝນັ້ນກໍຄື ແທັກຊີບິນໄດ້ ຫຼື ເຮືອບິນເຈັທໄຟຟ້າລຳທຳອິດຂອງໂລກ ຊຶ່ງພວມເດີນໜ້າທົດລອງບິນໃນຫຼາຍເມືອງທົ່ວໂລກ ໂດຍໄດ້ວາງແຜນໃຫ້ບໍລິການຢ່າງເຕັມຮູບແບບພາຍໃນປີ 2025 ນີ້.

ທັງນີ້ ເຮືອບິນເຈັທໄຟຟ້າດັ່ງກ່າວສາມາດທຳຄວາມໄວສູງສຸດທີ່ 300 ກີໂລແມັດຕໍ່ຊົ່ວໂມງ ຊຶ່ງໄວກວ່າແທັກຊີທີ່ໃຫ້ບໍລິການຕາມທ້ອງຖະໜົນເຖິງ 4 ເທົ່າ ແລະ ຍັງຂັບເຄື່ອນໄດ້ເຖິງ 300 ກີໂລແມັດຕໍ່ການສາກແບັດເຕີຣີ 1 ຄັ້ງ ເວົ້າໄດ້ວ່າເປັນບໍລິການແທັກທີ່ທາງອາກາດທີ່ຖືກພັດທະນາຂຶ້ນມາເພື່ອປະຕິວັດການເດີນທາງໃນເມືອງຍຸກໃໝ່ໂດຍສະເພາະ.

ເຮືອບິນດັ່ງກ່າວຂັບເຄື່ອນດ້ວຍເຄື່ອງຍົນເຈັທໄຟຟ້າທັງໝົດ 36 ໂຕ ເປັນເຮືອບິນທີ່ບໍ່ມີຫາງ ບໍ່ແຜ່ນກະດານຄວບຄຸມທິດທາງ ບໍ່ມີໃບພັດ ລວມເຖິງບໍ່ມີກະປຸກເກຍ ໂດຍເຮືອບິນລຳນີ້ຈະໃຊ້ພະລັງງານເທົ່າກັບລົດໄຟຟ້າທົ່ວໄປ ດັ່ງນັ້ນ ຈິ່ງເປັນມິດກັບສິ່ງ ແວດລ້ອມ.

ທັງນີ້ ບໍລິສັດຈາກເຢຍລະມັນຕ້ອງຫາທາງຕໍ່ສູ້ກັບບໍລິສັດໃຫຍ່ຫຼາຍລາຍທີ່ເຂົ້າມາຍາດສ່ວນແບ່ງຕະຫຼາດຍານພາຫະນະບິນໄດ້ ບໍ່ວ່າຈະເປັນ Uber ທີ່ຮ່ວມກັບ NASA ຊຶ່ງຕັ້ງເປົ້າເປີດໂຕເຄືອຂ່າຍແທັກຊີບິນໄດ້ໃນປີ 2023 ພ້ອມນີ້ ກໍມີ Boeing ແລະ Rolls Royce ທີ່ເຮັດວຽກຮ່ວມກັນເພື່ອພັດທະນາລົດບິນໄດ້.

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ:

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...