Homeຂ່າວພາຍ​ໃນນາຍົກສັ່ງກວດສອບມູນຄ່າກໍ່ສ້າງຂອງທຸກໂຄງການກໍ່ສ້າງຖະໜົນ

ນາຍົກສັ່ງກວດສອບມູນຄ່າກໍ່ສ້າງຂອງທຸກໂຄງການກໍ່ສ້າງຖະໜົນ

Published on

ທ່ານ ທອງລຸນ ສີສຸລິດ ນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງ ສປປ ລາວ ມີ​ຄຳ​ສັ່ງ​ໃຫ້​ພາກສ່ວນກ່ຽວຂ້ອງກວດ​ສອບ​ມູນ​ຄ່າ​ໂຄງການ​ກໍ່​ສ້າງ​ຖະ​ໜົນ​ທຸກ​ໂຄງການໃນທົ່ວປະເທດ ເນື່ອງຈາກພົບຫຼາຍໂຄງການມີມູນຄ່າສູງເກີນຄວາມເປັນຈິງ.

ທ່ານ ບຸນ​ຈັນ ສິນທະວົງ ຖະມົນຕີກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ຖະ​ແຫຼງຢືນຢັນວ່າ ການດຳເນີນມາດຕາການກວດສອບໂຄງການກໍ່ສ້າງຖະໜົນໃນຫຼາຍແຂວງເມື່ອບໍ່ດົນມານີ້ພົບວ່າ ມີການກຳນົດມູນຄ່າການກໍ່ສ້າງເກີນຄວາມເປັນຈິງໃນທຸກໂຄງການທີ່ໄດ້ດຳເນີນການກວດສອບ ດັ່ງນັ້ນ ທ່ານນາຍົກລັດຖະມົນຕີຈິ່ງໄດ້ມີຄຳສັ່ງເຖິງກະຊວງໂຍທາທິການ ແລະ ຂົນສົ່ງໃຫ້ດຳເນີນການກວດສອບທຸກໂຄງການກໍ່ສ້າງຖະໜົນໃນທົ່ວປະເທດ ທັງທີ່ພວມກໍ່ສ້າງ ແລະ ໂຄງການທີ່ໄດ້ຮັບອະນຸມັດກໍ່ສ້າງຢ່າງລະອຽດ.

ນອກ​​ນັ້ນ ບັນ​ດາ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ​ທີ່​ພາກ​ເອ​ກະ​ຊົນ​ລົງ​ທຶນ​ໃຫ້​ກ່ອນ​ກໍ​ເປັນ​ອີກພາກສ່ວນໜຶ່ງທີ່ມີການປະເມີນມູນຄ່າສູງເກີນເປັນຈິງ ໂດຍຊ່ຽວຊານທາງດ້ານການເງິນຂອງທະນາຄານໂລກປະຈຳ ສປປ ລາວ ໄດ້ເປີດເຜີຍວ່າ ລັດຖະບານ ສປປ ລາວ ເປັນໜີ້ຈາກການກູ້ຢືມເງິນທຶນທັງພາຍໃນ ແລະ ຕ່າງປະເທດເພື່ອນຳມາໃຊ້ສຳລັບການດຸນດ່ຽງງົບປະມານດ້ານລາຍຈ່າຍ.

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...