Homeຂ່າວຕ່າງປະເທດພົບຄ່າກາກບອນໃນຊັ້ນບັນຍາກາດໂລກສູງເປັນປະຫວັດການ

ພົບຄ່າກາກບອນໃນຊັ້ນບັນຍາກາດໂລກສູງເປັນປະຫວັດການ

Published on

ນັກວິທະຍາສາດກວດພົບຄ່າກາກບອນ (CO2) ໃນຊັ້ນບັນຍາກາດໂລກຢູ່ໃນລະດັບສູງທີ່ສຸດເທົ່າທີ່ເຄີຍມີການບັນທຶກສະຖິຕິໄວ້ນັບແຕ່ປີ 1950 ເປັນຕົ້ນມາ.

ການວັດແທກຄ່າດັ່ງກ່າວເກີດຂຶ້ນຢູ່ທີ່ຫໍເບິ່ງດາວເທິງພູໄຟເມົານາໂອລາໃນລັດຮາວາຍ ຊຶ່ງໄດ້ຕິດຕາມລະດັບກາກບອນໃນຊັ້ນບັນ ຍາກາດໂລກ ໂດຍໄດ້ລະບຸວ່າ ກາກບອນມີຄ່າສະເລ່ຍເຖິງ 415,26 ສ່ວນຕໍ່ລ້ານ ppm.

ກາກບອນເປັນໜຶ່ງໃນປັດໄຈຫຼັກຂອງແກ໊ສເຮືອນແກ້ວທີ່ສາມາດເກີດຂຶ້ນໄດ້ຈາກທຳມະຊາດ ແລະ ກິດຈະກຳຕ່າງໆຂອງມະນຸດ ຊຶ່ງນັບແຕ່ໂລກໄດ້ກ້າວເຂົ້າສູ່ການປະຕິວັດດ້ານອຸດສາຫະກຳກໍພົບວ່າ ແກ໊ສເຮືອນແກ້ວທີ່ເກີດຈາກນ້ຳມືຂອງມະນຸດເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະການເຜົາໄໝ້ຈາກພະລັງງານຟອສຊິລ.

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...