spot_img
Homeຂ່າວພາຍ​ໃນສະເຫຼີມສະຫຼອງວັນກາແດງໂລກ

ສະເຫຼີມສະຫຼອງວັນກາແດງໂລກ

Published on

ເມື່ອວັນທີ 7 ພຶດສະພາຜ່ານມາ ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນກາແດງໂລກ (ວັນທີ 8 ພຶດສະພາຂອງທຸກປີ) ໂດຍການເຂົ້າຮ່ວມຂອງສູນເລືອດແຫ່ງຊາດ-ອົງການກາແດງລາວ ຄະນະກຳມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ ອົງການຈັດຕັ້ງຕ່າງໆທັງພາກລັດ ແລະ ເອກະຊົນ ມີບັນດານັກຮຽນ-ນັກສຶກສາ ເຂົ້າຮ່ວມຢ່າງຫຼວງຫຼາຍ ພາຍໃຕ້ຫົວຂໍ້ “ການແບ່ງປັນຄວາມຮັກ ແລະ ນ້ຳໃຈຊຶ່ງກັນ ແລະກັນ” ໂດຍກຸ່ມເປົ້າໝາຍແມ່ນກຸ່ມ ນັກຮຽນອາຍຸແຕ່ 17 ປີຂຶ້ນໄປ ມີຫຼາຍກວ່າ 1.000 ຄົນ ຜູ້ບໍລິຈາກເລືອດໃໝ່ ແລະ ຜູ້ບໍລິຈາກເລືອດປະຈຳ ມີຈຳນວນ 300 ກວ່າຄົນ ອາສາສະໝັກ ແລະ ຊັ້ນຄົນຕ່າງໆມີ 200 ກວ່າຄົນ ແລະ ອື່ນໆ.

ສຳລັບກິດຈະກຳບໍລິຈາກເລືອດແມ່ນຈະດຳເນີນເປັນເວລາ 2 ວັນ (ວັນທີ 7-8 ພຶດສະພາ 2019) ໂດຍມີຈຸດປະສົງເພື່ອຮ່ວມ ສະເຫຼີມສະຫຼອງເນື່ອງໃນໂອກາດວັນກຳເນີດຂອງກາແດງໂລກ ເພື່ອໃຫ້ປະຊາຊົນຮັບຮູ້ໄດ້ບົດບາດການເຄື່ອນໄຫວວຽກງານມະນຸດສະທຳຂອງອົງການກາແດງລາວກໍຄືວຽກງານການປຸກລະດົມບໍລິການເລືອດ ແລະ ສະໜອງເລືອດປອດໄພຢູ່ໃນ ສປປ ລາວ ທັງເປັນການເຜີຍແຜ່ຄວາມຮູ້ ຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບການເຮັດວຽກຂອງບັນດາອົງການກາແດງ ແລະ ຊີກວົງເດືອນແດງ ແລະ ເພື່ອເປັນການສະແດງອອກເຖິງຄວາມຮັກ ແລະ ການແບ່ງປັນນ້ຳໃຈຊຶ່ງກັນ ແລະ ກັນ ຜ່ານການປະສານສົມທົບລະຫວ່າງ ອົງການກາແດງໃນທົ່ວໂລກ.

ສ່ວນຜົນການຈັດຕັ້ງປະຕິບັດວຽກງານເລືອດປະຈຳປີ 2018 ທີ່ຜ່ານມາທົ່ວປະເທດໄດ້ຮັບເລືອດທັງໝົດ 49.070 ຖົງ ໃນນີ້ ບໍ ລິຈາກຢູ່ສູນກາງມີຈຳນວນ 20.609 ຖົງ ແລະ ບໍລິຈາກຢູ່ບັນດາແຂວງທົ່ວປະເທດມີຈຳນວນ 28.461 ຖົງ ສາມາດປະຕິບັດໄດ້ 98% ຂອງແຜນການປີ ແລະ ແຜນການບໍລິຈາກເລືອດໃນປີ 2019 ນີ້ ຄາດຄະເນທົ່ວປະເທດຈະໄດ້ຮັບເລືອດທັງໝົດ 55.000 ຖົງ ໃນນີ້ ຜູ້ບໍລິຈາກຢູ່ສູນກາງຈຳນວນ 23.000 ຖົງ ແລະ ບໍລິຈາກຢູ່ບັນດາແຂວງທົ່ວປະເທດມີຈຳນວນ 32.000 ຖົງ.

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...