Homeຂ່າວຕ່າງປະເທດອັງກິດປະກາດແຕ່ງຕັ້ງລັດຖະມົນຕີກະຊວງປ້ອງກັນປະເທດຄົນໃໝ່

ອັງກິດປະກາດແຕ່ງຕັ້ງລັດຖະມົນຕີກະຊວງປ້ອງກັນປະເທດຄົນໃໝ່

Published on

ທ່ານ ນາງ ເທເຣຊາ ເມ ນາຍົກລັດຖະມົນຕີແຫ່ງອັງກິດ ປະກາດແຕ່ງຕັ້ງ ທ່ານ ນາງ ເພນນີ ມໍຣດາ ເປັນລັດຖະມົນຕີກະຊວງ ປ້ອງກັນປະເທດຄົນໃໝ່ ແທນ ທ່ານ ກາວິນ ວິລລຽມສັນ ຊຶ່ງຖືກສັ່ງປົດຢ່າງເປັນທາງການ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານເມື່ອວັນທີ 3 ພຶດສະພາຜ່ານມາວ່າ ລັດຖະບານອັງກິດໂດຍ ທ່ານ ນາງ ເທເຣຊາ ເມ ໄດ້ປະກາດແຕ່ງຕັ້ງໃຫ້ ທ່ານ ນາງ ເພນນີ ມໍຣດາ ອາຍຸ 46 ປີຂຶ້ນດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດຄົນໃໝ່ຢ່າງເປັນທາງການ ແລະ ຖືເປັນລັດຖະມົນຕີກະຊວງປ້ອງກັນປະເທດເພດຍິງຄົນທຳອິດຂອງອັງກິດ.

ທ່ານ ນາງ ເພນນີ ມໍຣດາ ຊຶ່ງອະດີດເຄີຍກອງໜຸນປະຈຳກອງທັບເຮືອອັງກິດ ທັງເປັນສະມາຊິກສະພາຜູ້ແທນ ພາຍໃຕ້ສັງກັດພັກອະນຸຮັກນິຍົມ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: Skynews

ບົດຄວາມຫຼ້າສຸດ

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ປະເທດທີ່ຍິ່ງໃຫຍ່ ເກີດຈາກການນຳພາຂອງຜູ້ນຳ: 5 ຫຼັກການສຳລັບລາວ ແລະ ປະເທດອື່ນໆ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...