Homeຂ່າວຕ່າງປະເທດຈີນກຽມພັດທະນາສະຖານີອາວະກາດຮອງຮັບທົດລອງຫຼາຍຮ້ອຍໂຄງການ

ຈີນກຽມພັດທະນາສະຖານີອາວະກາດຮອງຮັບທົດລອງຫຼາຍຮ້ອຍໂຄງການ

Published on

ສຳນັກຂ່າວຊິນຫົວລາຍງານວ່າ ເມື່ອວັນທີ 24 ເມສາ 2019 ຈີນໄດ້ປະກາດຈະຕິດຕັ້ງສິ່ງອຳນວຍຄວາມສະດວກດ້ານວິທະຍາສາດຕ່າງໆ ທີ່ສະຖານີອາວະກາດທຽນກົງພາຍໃນປີ 2022 ເພື່ອໃຊ້ປະໂຫຍດໃນໂຄງການວິໄຈອາວະກາດຈຳນວນຫຼາຍຮ້ອຍໂຄງການຂອງຈີນ.

ສິ່ງອຳນວຍຄວາມສະດວກຕ່າງໆປະກອບມີ ຊັ້ນ (rack) ສຳລັບການທົດລອງຈຳນວນ 16 ຊັ້ນ ຈະຖືກຕິດຕັ້ງໃນໂມດູລຫຼັກ ແລະ ແຄັບຊູລຫ້ອງປະຕິບັດການ 2 ແຫ່ງຂອງສະຖານີອາວະກາດ ແລະ ຍັງຈະມີການສ້າງແພລດຟອມສຳລັບໃຊ້ທົດສອບການຍ່າງໃນອາວະກາດຂອງນັກບິນອີກດ້ວຍ.

ຊັ້ນທົດລອງໃນແຕ່ລະຊັ້ນປຽບເໝືອນຫ້ອງປະຕິບັດການທີ່ສາມາດໃຊ້ເຮັດການທົດລອງໄດ້ຫຼາຍຮູບແບບໃນອາວະກາດ ນັກບິນອາວະກາດສາມາດອັບເກຣດ ແລະ ປ່ຽນສິ່ງອຳນວຍຄວາມສະດວກເຫຼົ່ານີ້ໄດ້. ນອກຈາກນີ້, ສຸນເຕັກໂນໂລຢີ ແລະ ວິສະວະກຳເພື່ອການໃຊ້ປະໂຫຍດ້ານອາວະກາດ (CSU) ຂອງສະຖາບັນວິທະຍາສາດແຫ່ງຊາດຈີນຍັງໄດ້ໃຫ້ຂໍ້ມູນວ່າ ແຄບຊູລຫ້ອງປະຕິບັດການທີ່ຕິດຕັ້ງກ້ອງໂທລະທັດອອກປະຕິບັດຂະໜາດໃຫຍ່ຈະຍັງບິນຢູ່ໃນວົງໂຄຈອນດຽວກັນກັບສະຖານີິ.

ສິ່ງອຳນວຍຄວາມສະດວກເຫຼົ່ານີ້ຈະຊ່ວຍສະໜັບສະໜູນໂຄງການວິໄຈໃນສາຂາຕ່າງໆ ເຊັ່ນ: ດາລາສາດ, ວິທະຍາສາດ, ວິທະຍາ ສາດຊີວະພາບ,​ຟີຊິກພື້ນຖານຂອງພາວະເກືອບບໍມີນໍ້າໜັກ (microgravity) ແລະ ວິທະຍາສາດວັກຖຸອາວະກາດ.

ຈີນກຳລັງເບິ່ງຫາໂອກາດດຳເນີນການທົດລອງເທິງສະຖານີຮ່ວມກັບຕ່າງປະເທດ ເພື່ອສົ່ງເສີມການພັດທະນາ ແລະ ຮ່ວມມືລະດັບໂລກຢ່າງຍືນຍົງ. ທັງນີ້, ທ່ານ ຈາງເຫວີ່ຍ ຜູ້ອຳນວຍການສູນພັດທະນາການໃຊ້ປະໂຫຍດດ້ານອາວະກາດກ່າວວ່າ ຈີນໄດ້ຮັບຂໍ້ສະເໜີຮ່ວມມືລະຫວ່າງປະເທດແລ້ວເກືອບ 100 ສະບັບ, ເຊິ່ງປັດຈຸບັນມີຂໍ້ສະເໜີທີ່ຜ່ານການປະເມີນເບື້ອງຕົ້ນແລ້ວກວ່າ 30 ສະບັບ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: sanook

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...