ທະນາຄານໂລກ ຄາດຄະເນວ່າການຂະຫຍາຍຕົວຂອງເສດຖະກິດ ໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ (EAP) ຈະຫລຸດລົງ ມາຢູ່ລະດັບ 6,0 ສ່ວນຮ້ອຍໃນປີ 2019 ແລະ 2020, ຫຼຸດລົງຈາກ 6,3 ສ່ວນຮ້ອຍໃນປີ 2018, ເຊິ່ງສ່ອງແສງໃຫ້ເຫັນ ເຖິງແຮງກົດດັນໃນລະດັບສາກົນ ແລະ ການສືບຕໍ່ຂະຫຍາຍຕົວຊ້າລົງຂອງເສດຖະກິດຈີນ ເຊິ່ງໄປຕາມທິດທາງນະໂຍບາຍຂອງລັດຖະບານຈີນ.
ອີງຕາມບົດລາຍງານເສດຖະກິດພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໃນຫົວຂໍ້ “ການຄຸ້ມຄອງແຮງກົດດັນ” ສະບັບເດືອນ ເມສາ 2019 ຂອງທະນາຄານໂລກ ທີ່ເຜີຍແຜ່ໃນວັນທີ 24 ເມສາ 2019 ທີ່ນະຄອນຫລວງວຽງຈັນ.
ທ່ານ ນາງ ວິກຕໍເລຍ ຄວາຄວາ, ຮອງປະທານ ທະນາຄານໂລກ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ກ່າວວ່າ: “ການ ຂະຫຍາຍຕົວທີ່ມີຄວາມທົນທານຂອງພາກພື້ນນີ້ ໜ້າຈະຊ່ວຍຫລຸດຜ່ອນຄວາມທຸກຍາກໄດ້ອີກຕື່ມ ເຖິງວ່າປະຈຸບັນແມ່ນຢູ່ໃນລະ ດັບຕໍ່າທີ່ສຸດແລ້ວໃນປະຫວັດສາດ. ທີ່ຈິງແລ້ວ, ພາຍໃນປີ 2021 ພວກເຮົາຄາດກະວ່າ: ຄວາມທຸກຍາກໃນຂັ້ນຮ້າຍແຮງ ຈະຫຼຸດລົງ ຕໍ່າກ່ວາ 3 ສ່ວນຮ້ອຍ”. ພ້ອມນັ້ນ ທ່ານຍັງມີຄໍາເຫັນຕື່ມອີກວ່າ: “ເຖິງຢ່າງໃດກໍຕາມ ໃນຂະນະດຽວກັນ ປະຊາຊົນເຄິ່ງຕື້ທີ່ອາໄສພາຍໃນພາກພື້ນ ຍັງຂາດຄວາມໝັ້ນຄົງທາງດ້ານເສດຖະກິດ ເຊິ່ງສ່ຽງທີ່ເຮັດໃຫ້ເຂົາເຈົ້າກັບຄືນໄປສູ່ສະພາບຄວາມທຸກຍາກ – ນີ້ຖືເປັນສິ່ງເຕືອນສະຕິສໍາຄັນໃຫ້ເຮົາຮູ້ໄດ້ເຖິງຂະໜາດຂອງບັນດາສິ່ງທ້າທາຍ ທີ່ປະເຊີນໜ້າຜູ້ສ້າງນະໂຍບາຍຂອງຫຼາຍປະເທດ”.
ການສືບຕໍ່ຂະຫຍາຍຕົວຊ້າລົງຂອງເສດຖະກິດຈີນຕາມທິດທາງນະໂຍບາຍຂອງລັດຖະບານຈີນ ຈະເປັນຜົນນໍາໄປສູ່ການຂະຫຍາຍຕົວໃນລະດັບ 6,2 ສ່ວນຮ້ອຍໃນປີ 2019 ແລະ 2020 ຫຼຸດລົງຈາກ 6,6 ສ່ວນຮ້ອຍໃນປີ 2018. ຄາດຄະເນວ່າ: ການຂະຫຍາຍຕົວຂອງເສດຖະກິດອິນໂດເນເຊຍ ແລະ ມາເລເຊຍ ຈະສືບຕໍ່ບໍ່ມີການປ່ຽນແປງໃນປີ 2019 ສ່ວນການຂະຫຍາຍຕົວຂອງ ເສດຖະກິດໄທ ແລະ ຫວຽດນາມ ຄາດວ່າ: ຈະຕໍ່າກ່ວາເກົ່າໜ້ອຍໜຶ່ງໃນປີ 2019. ກໍລະນີປະເທດຟິລິບປິນ, ຄາດຄະເນວ່າ: ຄວາມລ່າຊ້າໃນການຮັບຮອງງົບປະມານຂອງລັດຖະບານສໍາລັບປີ 2019 ຈະສ່ົ່ງຜົນກະທົບຕໍ່ການຂະຫຍາຍຕົວຂອງ GDP ໃນປີ 2019 ແຕ່ຄາດວ່າ: ການຂະຫຍາຍຕົວໜ້າຈະດີຂຶ້ນໃນປີ 2020.
ທ່ານ ແອນດຣິວ ເມຊັນ, ຮັກສາການຫົວໜ້າ ນັກເສດຖະສາດຂອງທະນາຄານໂລກ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ກ່າວວ່າ “ເຖິງແມ່ນວ່າການຄາດຄະເນການຂະຫຍາຍຕົວຂອງເສດຖະກິດສໍາລັບພາກພື້ນ EAP ຍັງມີລັກສະນະໄປໃນ ທາງບວກເປັນສ່ວນໃຫຍ່ ແຕ່ເປັນສິ່ງສໍາຄັນທີ່ຕ້ອງຮັບຮູ້ວ່າ: ພາກພື້ນດັ່ງກ່າວ ຍັງຈະສືບຕໍ່ປະເຊີນບັນດາແຮງກົດດັນ (ທີ່ເລີ່ມຕົ້ນ ໃນປີ 2018) ເຊິ່ງຈະເພີ່ມສູງຂຶ້ນ ໂດຍອາດຈະຍັງສ້າງຜົນກະທົບທາງລົບໄດ້. ພ້ອມນັ້ນ, ຍັງມີຄວາມບໍ່ແນ່ນອນຕໍ່ເນື່ອງ ທີ່ເກີດຈາກ ຫຼາຍປັດໄຈ ເຊິ່ງລວມທັງ ການສືບຕໍ່ຂະຫຍາຍຕົວຊ້າລົງຂອງບັນດາເສດຖະກິດພັດທະນາແລ້ວ, ຄວາມເປັນໄປໄດ້ຂອງການຂະຫຍາຍຕົວຊ້າລົງ ໄວກ່ວາ ທີ່ຄາດກະໄວ້ ຂອງເສດຖະກິດຈີນ ແລະ ບັນຫາຄວາມເຄັ່ງຕຶງທາງການຄ້າທີ່ຍັງແກ້ບໍ່ຕົກ”. ທ່ານ ຍັງ ກ່າວຕື່ມອີກວ່າ: “ຈະຕ້ອງໄດ້ຄຸ້ມຄອງແຮງກົດດັນທີ່ຕໍ່ເນື່ອງເຫຼົ່ານີ້ຢ່າງຕັ້ງໜ້າ.”
ເພື່ອຮັບມືກັບຄວາມສ່ຽງຕໍ່ເນື່ອງເຫຼົ່ານີ້ ບົດລາຍງານດັ່ງກ່າວ ໄດ້ສະເຫນີລາຍລະອຽດກ່ຽວກັບມາດຕະການຕອບໂຕ້ໃນໄລຍະສັ້ນ ແລະ ໄລຍະກາງ. ໃນໄລຍະສັ້ນ, ບົດລາຍງານໄດ້ຮຽກຮ້ອງໃຫ້ສ້າງຄວາມເຂັ້ມແຂງດ້ານມາດຕະການຮອງຮັບ ລວມທັງ ການເພີ່ມຄັງແຮສໍາຮອງເງິນຕາຕ່າງປະເທດ ທີ່ຖືກດຶງໄປນໍາໃຊ້ຄຸ້ມຄອງການສັ່ນໄກວຂອງອັດຕາແລກປ່ຽນໃນປີ 2018. ພ້ອມນັ້ນ, ຍັງອາດຕ້ອງໄດ້ດັດປັບນະໂຍບາຍເງິນຕາ ໃຫ້ມີລັກສະນະເປັນກາງຫຼາຍຂຶ້ນ ຍ້ອນວ່າຄວາມສ່ຽງຂອງການໄຫຼອອກຂອງທຶນໄດ້ຫຼຸດລົງ. ບົດລາຍງານ ຍັງໄດ້ເນັ້ນໜັກຄວາມສໍາຄັນຂອງການສືບຕໍ່ປະຕິຮູບທາງດ້ານໂຄງສ້າງໃນໄລຍະກາງ – ເພື່ອເພີ່ມຜະລິດຕະພາບ, ຍູ້ດັນຄວາມສາມາດໃນການແຂ່ງຂັນທາງການຄ້າ, ສ້າງໂອກາດທີ່ດີກ່ວາເກົ່າໃຫ້ພາກເອກະຊົນ ແລະ ສ້າງຄວາມເຂັ້ມແຂງໃຫ້ທຶນມະນຸດຂອງບັນດາປະເທດຕ່າງໆໃນພາກພື້ນ.
ຂຽນໂດຍ: ສະຫະລັດ ວອນທິວົງໄຊ