Homeຂ່າວພາຍ​ໃນລັດຖະບານ​ ​ຕ້ອງການ​ງົບປະມານ ຫຼາຍ​ກວ່າ 4.000 ຕື້​ກີບ ​ຟື້ນ​ຟູ ຫຼັງ​​ໄພພິບັດ​ຢູ່ ສປປ ລາວ     

ລັດຖະບານ​ ​ຕ້ອງການ​ງົບປະມານ ຫຼາຍ​ກວ່າ 4.000 ຕື້​ກີບ ​ຟື້ນ​ຟູ ຫຼັງ​​ໄພພິບັດ​ຢູ່ ສປປ ລາວ     

Published on

ລັດຖະບານ​ ​ຕ້ອງການ​ງົບປະມານ ​ຫຼາຍ​ກວ່າ 4.000 ຕື້​ກີບ ຫຼື ປະມານ 520 ລ້ານ​ໂດ​ລາ​ສະຫະລັດ ໃນ​ການ​ຟື້ນ​ຟູຫຼັງ​ເກີດ​ໄພພິບັດ ໄລຍະ​ເດືອນ​ກັນຍາ​ ຫາ ​ເດືອນ​ຕຸລາ 2018 ຜ່ານ​ມາ​.

ບັນດາອົງການ​ຈັດ​ຕັ້ງຂ​ອງລັດຖະບານ​ລາວ ​ແລະ ຄູ່​ຮ່ວມພັດທະນາ ຈັດ​ກອງ​ປະຊຸມ​ປຶກສາ​ຫາລື ​ການ​ຟື້ນ​ຟູ​ຫຼັງ​ໄພພິບັດຂອງ ສປປ ລາວ ໃນ​ວັນ​ທີ 8 ​ເມສາ 2019 ຢູ່ທີ່ ​ນະຄອນຫລວງ​ວຽງ​ຈັນ.

​ໂດຍ​ສືບ​ເນື່ອງ​ມາ​ຈາກ​ສິ່ງ​ທີ່​ໄດ້​ຄົ້ນ​ພົບ​ ຈາກ​ການ​ປະ​ເມີນ​ຄວາມ​ຕ້ອງການ​ຫຼັງ​ເກີດ​ໄພພິບັດ ​ໄລຍະ​ເດືອນ​ກັນຍາ​ ຫາ ​ເດືອນ​ຕຸລາ 2018 ຜ່ານ​ມາ, ​ເຊິ່ງການ​ປຶກສາ​ຫາ​ລືຄັ້ງ​ນີ້ ກໍ​ເພື່ອ​ຟື້ນ​ຟູ ​ແລະ ປັບປຸງ​ການ​ເຂົ້າ​ເຖິງ​ການ​ບໍລິການ​ສັງຄົມ​ຂັ້ນ​ພື້ນຖານ ​ແລະ ການ​ມີ​ວຽກ​ເຮັດ​ງານ​ທຳ, ການ​ຍົກ​ລະດັບ​ຄວາມ​ສາມາດ​ໃນ​ການ​ຮັບ​ມື​ກັບ​ໄພ​ນ້ຳ​ຖ້ວມ ​ແລະ ​ໄພພິບັດ​ທາງ​ທຳ​ມະ​ຊາດ​ອື່ນໆ. ​

​ໃນ​ບົດ​ລາຍ​ງານ ປະ​ເມີນ​ຄວາມ​ຕ້ອງການ​ຫຼັງ​ເກີດ​ໄພ​ພິບັດ​ດັ່ງກ່າວ, ​ໄດ້​ປະ​ເມີ​ນຄວາມ​ເສຍ​ຫາຍ ​ແລະ ການ​ສູນ​ເສຍທັງ​ໝົດ ປະມານ 3.167 ຕີ້​ກີບ ຫລື ປະມານ 372 ລ້ານ​ໂດ​ລາ​ສະຫະລັດ, ​ເຊິ່ງ​ເທົ່າ​ກັບ 2,1% ຂອງລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ທີ່​ຄາດ​ຄະ​ເນ​ໃນ​ປີ 2018 ​ແລະ ຄວາມ​ຕ້ອງການ​ດ້ານ​ງົບປະມານ​ໃນ​ການ​ຟື້ນ​ຟູ 4.423 ຕື້​ກີບ ຫລື ປະມານ 520 ລ້ານ​ໂດ​ລາ​ສະຫະລັດ. ນອກ​ນີ້, ການ​ປະ​ເມີນ​ດັ່ງກ່າວ​ຍັງ​ໄດ້​ກຳນົດ​ຂະ​ແໜງ​ການ​ທີ່​ເປັນ​ບູລິ​ມະ​ສິດ ​ເຊິ່ງປະ​ກອບ​ມີ ການ​ຄົມມະນາຄົມ​ຂົນ​ສົ່ງ, ກະສິ ກຳ ​ແລະ ທາງ​ນ້ຳ​ໄຫຼ​ຜ່ານ ລວມທັງ​ຄວາມ​ຕ້ອງການ​ທີ່​ສຳຄັນ ​ຂອງ​ແຕ່ລະ​ຂະ​ແໜງ​ການ.

ທ່ານ ຄຳ​ແພງ ​ໄຊ​ສົມ​ແພງ ລັດຖະມົນຕີ​ ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ໄດ້​ກ່າວ​ວ່າ: ຕໍ່​ກັບ​ວຽກ​ງານ​ການ​ຟື້ນ​ຟູ​ຫຼັງ​ໄພພິບັດ​ດັ່ງກ່າວ, ​ໃນ​ຕໍ່ໜ້າ​ນີ້ ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ກໍ​ຄື ຄະນະ​ກຳມະການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພພິບັດ​ແຫ່ງ​ຊາດ ຈະສືບ​ຕໍ່​ສົມທົບ​ກັບ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເພື່ອ​ດຳ​ເນີນ​ການວາງ​ແຜນ​ກິດ​ຈະ​ກຳ​ໂຄງການ​ຟື້ນ​ຟູ​ຫຼັງ​ໄພພິບັດ​ຢ່າງ​ລະອຽດ, ການ​ດຳ​ເນີນ​ງານ​ສຳລັບ​ການ​ຟື້ນ​ຟູ​ຫຼັງ​ເກີດ​ໄພພິບັດ ​ແມ່ນ​ຈະ​ໄດ້​ຖື​ລະບຸ​​ໃນ​ແຜນ​ຟື້ນ​ຟູ​ຂອງ​ກະຊວງ ​ແລະ ມີ​ຄວາມ​ສອດຄ່ອງ​ກັບ​ກົນ​ໄກ​ການວາງ​ແຜນ​ລະດັບ​ຊາດ ​ເຊິ່ງລວມທັງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ. ​ໃນ​ນັ້ນ ຫຼັກການ​ທີ່​ເປັນ​ຍຸດ​ທະ​ສາດ​ສຳລັບ​ການວາງ​ແຜນ​ລວມມີ: ການ​ຟື້ນ​ຟູ​ການ​ດຳລົງ​ຊີວິດຂອງ​ປະຊາຊົນ​ໂດຍ​ໄວ ​ແລະ ການ​ຟື້ນ​ຟູ​ເສດຖະກິດໃນ​ທ້ອງ​ຖິ່ນ ​ໂດຍ​ສຸມ​ໃສ່​ກຸ່ມ​ຄົນ​ທີ່​ມີ​ຄວາມ​ສ່ຽງ​ທີ່​ສຸດ ​ແລະ ດ້ອຍ​ໂອກາດ​ທີ່​ສຸດ; ກາ​ນຮັກສາ​ໝາກຜົນ​ຂອງ​ການ​ພັດທະນາ; ການ​ຟື້ນ​ຟູ​ຕ້ອງ​ມີ​ການ​ປະສານ​ງານ​ທີ່​ສອດຄ່ອງ​ກັນ ​ແລະ ການ​ສ້າງ​ຄືນ​ໃຫ້​ດີກ​ວ່າ​ເກົ່າ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...