spot_img
Homeຂ່າວພາຍ​ໃນທະນາຄານໂລກ ໄດ້ເພີ່ມເງີນຈຳນວນ 50 ລ້ານໂດ​ລາ​ສະຫະ​ລັດ ເພື່ອຊ່ວຍ ພື້ນຖານໂຄງລ່າງ ທີ່ຖືກກະທົບຈາກໄພນ້ຳຖ້ວມ ໃນ ສປປ ລາວ

ທະນາຄານໂລກ ໄດ້ເພີ່ມເງີນຈຳນວນ 50 ລ້ານໂດ​ລາ​ສະຫະ​ລັດ ເພື່ອຊ່ວຍ ພື້ນຖານໂຄງລ່າງ ທີ່ຖືກກະທົບຈາກໄພນ້ຳຖ້ວມ ໃນ ສປປ ລາວ

Published on

ສະພາບໍລິຫານຂອງທະນາຄານໂລກ ໄດ້ອະນຸມັດເງິນຈຳນວນ 50 ລ້ານໂດ​ລາ​ສະຫະ​ລັດ ຈາກກອງທຶນພິເສດ ເພື່ອການຊ່ວຍເຫລືອເຫດການທີ່ເປັນວິກິດການເພີ່ມໃສ່ສອງໂຄງການ ທີ່ກຳລັງໃຫ້ການຊ່ວຍເຫລືອ ສປປ ລາວ ໃນການພັດທະນາພື້ນຖານໂຄງລ່າງ ໃຫ້ມີຄວາມຄົງທົນ ແລະ ສາມາດຮັບມື ກັບການປ່ຽນແປງຂອງສະພາບດິນຟ້າອາກາດ ໃນເຂດທີ່ຖືກກະທົບຈາກໄພນ້ຳຖ້ວມ.

ທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ທຸກ​ພາກ​ຂອງ​ປະ​ເທດ​ຂອງ​ພວກ​ຂ້າ​ພະ​ເຈົ້າ ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ ​ຈາກ​ໄພ​ນ້ຳ​ຖ້ວມ​ໃນ​ປີ​ກາຍນີ້, ເຊິ່ງ​ໄດ້ເຮັດໃຫ້ມີ​ການ​ສູນເສຍ​ຊີວິດ, ຊັບສິນ, ມີ​ຜົນ​ກະ​ທົບ​ຕໍ່​ການ​ດຳ​ລົງ​ຊີ​ວິດ ແລະ ສ້າງຄວາມ​ເສຍ​ຫາຍ​ຢ່າງ​ຫລວງ​ຫລາຍ ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ລັດ.

ນອກຈາກນີ້, ການ​ຟຶ້ນ​ຟູ​ຄວາມ​ເສຍ​ຫາຍ​ຈາກ​ໄພ​ພິ​ບັດ ແລະ ການກໍ່​ສ້າງ​ຄືນ​ໃໝ່​ແມ່ນຕ້ອງການທຶນຫລາຍກວ່າ 520 ລ້ານ​ ໂດ​ລາ​ສະຫະ​ລັດ. ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ເງິນ ​ເພີ່ມ​ຈາກ​ທະ​ນາ​ຄານ​ໂລກນີ້​ ຈະ​ຊ່ວຍ​ພວກ​ຂ້າ​ພະ​ເຈົ້າ​ ໃນການຟື້ນຟູບັນ​ດາເສັ້ນ​ທາງທີ່ຖືກເປ່ເພ ແລະ ການປັບປຸງຕາ​ຝັ່ງ​ຕາມລຳແມ່ນ້ຳ ເພື່ອປ້ອງກັນນ້ຳຖ້ວມໃຫ້​ມີ​ຄວາມ​ທົນ​ທານກວ່າ​ເກົ່າ.

ຝົນ​ຕົກ​ໜັກ​ແບບ​ຜິດ​ປົກ​ກະ​ຕິ ໃນລະດູຝົນປີ 2018 ໄດ້ສ້າງຄວາມເສຍຫາຍ ແລະ ສົ່ງ​ຜົ​ນ​ກະ​ທົບ​ຕໍ່​ປະ​ຊາ​ຊົນ​ຫລາຍກວ່າ 616.000 ຄົນ ແລະ ມີ​ຜູ້​ເສຍ​ຊີ​ວິ​ດ 56 ຄົນ. ພາ​ຍຸ​ເຂດ​ຮ້ອນ​ໃນ​ເດືອນ​ກໍ​ລະ​ກົດ ທີ່​ມີ​ຊື່​ວ່າ ພາ​ຍຸ​ເຊິນ​ຕິນ ແລະ ພະ​ຍຸເບ​ບິນ​ກາ ໃນ​ເດືອນສິງ​ຫາ​ ໄດ້​ພາ​ໃຫ້​ເກີດ​ນ້ຳ​ຖ້ວມ ໃນຫລາຍພື້ນທີ່ໃນ​ທົ່ວ​ປະ​ເທດ.  ພາກ​ໃຕ້​ຂອງ ສ​ປ​ປ ລາວ ຍັງໄດ້​ຮັບ​ຜົນ​ກະ​ທົບ​ຕື່ມ​ອີກ​ ຍ້ອນສັນ​ເຂື່ອນ​ໄຟ​ຟ້າເຊ​ປຽນ-ເຊ​ນ້ຳ​ນ້ອຍເພ​ພັງໃນ​ເດືອນກໍ​ລະ​ກົດ.  ການ​ປະ​ເມີນ​ຜົນ​ຄວາມ​ຕ້ອງ​ການ​ຫລັງ​ໄພ​ພິ​ບັດ​ທີ່​ນຳ​ພາໂດຍ​ລັດ​ຖະ​ບານ​ ໄດ້​ປະ​ເມີນ​ມູນ​ຄ່າ​ຂອງຄວາມ​ເສຍ​ຫາຍ ຄວາມ​ສູນ​ເສຍທາງດ້ານເສດຖະກິດ, ຄວາມຕ້ອງການໃນການ​ຟື້ນ​ຟູ​ຄືນ​ໃໝ່ ແລະ ຜົນ​ກະ​ທົບລວມ ​ຕໍ່​ເສດ​ຖະ​ກິດ​ຂອງ ສ​ປ​ປ ລາວ ປະມານ 520.4 ລ້ານ​ໂດ​ລາ​ສະຫະ​ລັດ.

ທ່ານ ນິໂກລາ ພອນທາຣາ ຫົວໜ້າຫ້ອງ​ການທະນາຄານໂລກປະຈຳ ສປປ ລາວ ໄດ້ກ່າວວ່າ: ກອງ​ທຶນ​ຕອບ​ໂຕ້​ວິ​ກິດ​ການ​ຂອງ IDA ແມ່ນ​ກອງທຶນພິເສດອັນໜຶ່ງ ສ້າງຂຶ້ນມາເພືຶ່ອຊ່ວຍເຫລືອ ​ບັນ​ດາ​ປະ​ເທດ​ທີ່​ຖືກ​ເຄາະ​ຮ້າຍ​ ຈາກ​ໄພ​ພິ​ບັດ​ຢ່າງ​ຮ້າຍ​ແຮງ. ມູນຄ່າຄວາມ​ເສຍ​ຫາຍ ແລະ ຄວາມ​ສູນ​ເສຍ​ທາງດ້ານເສດຖະກິດ ເນື່ອງຈາກ​ໄພ​ນ້ຳ​ຖ້ວມ​ປີ​ກາຍນີ້ ແມ່ນ​ສູງຫລາຍ​ທີ່​ສຸດ​ ທຽບ​ໃສ່ມູນຄ່າ​ເສຍຫາຍໃນປີຜ່ານ​ມາ ລວມ​ທັງພາ​ຍຸ​ໄຮ​ມາ ແລະ ພາຍຸນົກ​ເຕັນ ໃນ​ປີ 2011, ແລະ ພາຍຸໄຊ​ໂຄ​ລນເກດ​ສະ​ນາ ໃນ​ປີ 2009. ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ເງິນ​ເພີ່ມ​ເຕີມນີ້ ​ຈະ​ສາມາດຊ່ວຍ​ຟື້ນຟູໃຫ້​ພື້ນ​ຖານ​ໂຄງ​ລ່າງ​ທີ່ຖືກເສຍຫາຍ ແລະ ໃຫ້ມີ​ຄວາມ​ທົນ​ທານ​ຫລາຍ​ຂຶ້ນ​ຕໍ່​ໄພ​ພິ​ບັດ​ໃນ​ອະ​ນາ​ຄົດ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...