Homeຂ່າວທ້ອງຖິ່ນເລີ່ມສຶກ​ສາ​ຄວາ​ມ​ເປັນ​ໄປ​ໄດ້ ​ການ​ນຳ​ໃຊ້​ລະ​ບົບ​ສາກ​ໝໍ້​ໄຟ​ ໃຫ້​ພາ​ຫະ​ນະ

ເລີ່ມສຶກ​ສາ​ຄວາ​ມ​ເປັນ​ໄປ​ໄດ້ ​ການ​ນຳ​ໃຊ້​ລະ​ບົບ​ສາກ​ໝໍ້​ໄຟ​ ໃຫ້​ພາ​ຫະ​ນະ

Published on

ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ ຮ່ວມ​ກັບ ບໍ​ລິ​ສັດ ອີ​ວີ (EV) ລາວ ຈຳ​ກັດ ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ໃນ​ການ​ເປີດ​ໂຄງ​ການ​ສາ​ທິດ​ ທົດ​ລອງ​ນຳ​ໃຊ້ ສະ​ຖາ​ນີ​ສາກ ແລະ ລົດ​ທີ່​ຂັບ​ເຄື່ອນ​ດ້ວຍ​ພະ​ລັງ​ງານ​ໄຟ​ຟ້າ​ໃນ ສ​ປ​ປ ລາວ ເພື່ອ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ ໃນ​ການ​ນຳ​ໃຊ້​ລະ​ບົບ​ສາກ​ໝໍ້​ໄຟ ສະ​ໜອງ​ໃຫ້​ພາ​ຫະ​ນະ​ທີ່​ແລ່ນ​ດ້ວຍ​​ໄຟ​ຟ້າ.

ພິທີເຊັນບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ໄດ້ຈັດຂື້ນ ໃນ​ວັນ​ທີ 2 ເມ​ສາ 2019 ທີ່​ນະ​ຄອນ​ຫລວງວຽງ​ຈັນ ໂດຍ​ທ່ານ ບຸນ​ອຸ້ມ ສີ​ວັນ​ເພັງ ຜູ້​ບໍ​ລິ​ຫານ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ ແລະ ທ່ານ ບຸນ​ເລີດ ຫລວງ​ປະ​ເສີດ ປະ​ທານ​ບໍ​ລິ​ສັດ​ອີ​ວີ​ລາວ ຈຳ​ກັດ, ໂດຍ​ການເເຂົ້າຮວ່ມຂອງທ່ານ ຄຳ​ມະ​ນີ ອິນ​ທິ​ລາດ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ພ້ອມ​ດ້ວຍ​ພາກ​ສ່ວນ​ກ່ຽວ​ຂ້ອງ.

ໃນ​ພິທີເຊັນບົດ​ບັນ​ທຶກ, ທ່ານ ຄຳ​ມະ​ນີ ອິນ​ທິ​ລາດ ໄດ້​ກ່າວ​ວ່າ: ລັດ​ຖະ​ບານ​ ຈະ​ເລີ່ມ​ຈັດ​ຕັ້ງ​ປະ​ຕິ​ບັດ ນຳ​ໃຊ້​ພາ​ຫະ​ນະ​ພະ​ລັງ​ງານ​ໄຟ​ຟ້າ​ ໃນ​ບັນ​ດາ​ເຂດ​ຕົວ​ເມືອງ​ໃຫຍ່ ເພື່ອ​ເປັນ​ການ​ສາ​ທິດ​ໂຄ​ສະ​ນາ​ປະ​ຊາ​ສຳ​ພັນ ໃຫ້​​ປະ​ຊາ​ຊົນ​ຢູ່​ໃນ​ຂົງ​ເຂດ​ອື່ນ​ໄດ້​ເຫັນ​ເຖິງ​ປະ​ສິດ​ທິ​ພາບ, ຄວາມ​ສາ​ມາດ ແລະ ການ​ປະ​ຢັດ​ໃນ​ການ​ນຳ​ໃຊ້​ພາ​ຫະ​ນະ​ພະ​ລັງ​ງານ​ໄຟ​ຟ້າ, ແຕ່​ໃນ​ຂົງ​ເຂດ​ການ​ບໍ​ລິ​ການນັ້ນ​ ຕ້ອງ​ມີ​ໂຄງ​ລ່າງ​ພື້ນ​ຖານທີ່​ຮັບ​ປະ​ກັນ​ຢ່າງ​ຄົບ​ຊຸດ​ ເຊັ່ນ​: ສະ​ຖາ​ນີ​ສາກ, ສູນ​ບໍ​ລິ​ການ​ອາ​ໄຫລ່ ແລະ ການ​ສ້ອມ​ແປງ​ຕ່າງໆ, ຫລັງ​ຈາກນັ້ນ ຈຶ່ງ​ຄ່ອຍຂະ​ຫຍາຍ​ການ​ບໍ​ລິ​ການ​ອອກ​ໄປ​ຍັງ​ເຂດ​ຕ່າງໆ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ເພື່ອ​ຫຼຸດ​ຜ່ອນ​ຄວາມ​ກັງ​ວົນ​ຂອງ​ຜູ້​ຊົມ​ໃຊ້​ພາ​ຫ​ະ​ນະທີ່​ຂັບ​ເຄື່ອນ​ດ້ວຍ​ພະ​ລັງ​ງານ​ໄຟ​ຟ້າ ໂດຍ​ສະ​ເພາະ​ໝໍ້​ໄຟ ແລະ ໄລ​ຍະ​ເວ​ລາ​ການ​ສາກ​ຍາວ, ການ​ເປັນ​ທີ່ຍອມ​ຮັບ​ຂອງ​ຜູ້​ຊົມ​ໃຊ້​ຍັງ​ມີ​ຈຳ​ນວນຈຳກັດ.

ໂຄງ​ການ​ສາ​ທິດ​ການ​ນຳ​ໃຊ້​ສະ​ຖາ​ນີ​ສາກ ແລະ ລົດ​ໄຟ​ຟ້າ ທີ່​ລັດ​ວິ​ຫະ​ກິດ​ໄຟ​ຟ້າ​ລາວ ແລະ ບໍ​ລິ​ສັດ​ອີ​ວີ​ລາວ ໄດ້​ຮ່ວມ​ກັນ​ຈັດ​ຕັ້ງ​ຂຶ້ນ​ໃນ​ຄັ້ງ​ນີ້, ​ແມ່ນ​ເລັ່ງ​ໃສ່​ການ​ນຳ​ໃຊ້​ທ່າ​ແຮງ​ດ້ານ​ພະ​ລັງ​ງານ​ໄຟ​ຟ້າ ​ຈາກ​ແຫຼ່ງ​ພະ​ລັງ​ງານ​ທົດ​ແທນ​ຂອງ​ປະ​ເທດ​ເຮົາ​ເປັນ​ຫຼັກ, ໂດຍ​ການ​ເລືອກ​ເອົາ​ພາ​ຫະ​ນ​ະ​ທີ່​ນຳ​ໃຊ້​ໄຟ​ຟ້າ ຫລື ລົດ​ໄຟ​ຟ້າແບບ​ປະ​ສົມ ລະ​ຫວ່າງ​ໄຟ​ຟ້າ, ພະ​ລັງ​ງານ​ໄຮ​ໂດ​ຣ​ເຈນ, ພະ​ລັງ​ງານ​ແກ໊ສ​ມີ​ເທນ ແລະ ໄຟ​ຟ້າ​ກັບ​ນ້ຳ​ມັນ​ເຊື້ອ​ໄຟ ເຊິ່ງ​ເປັນ​ພື້ນ​ຖານ​ໃນ​ການ​ພັດ​ທະ​ນາ​ລະ​ບົບ​ກ​ານ​ຂົນ​ສົ່ງ​ມົນ​ລະ​ພິດ​ຕ່ຳ, ມີ​ຄ່າ​ສິ້ນ​ເປືອງ​ຕ່ຳ ແລະ ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...