Homeຂ່າວທ້ອງຖິ່ນຜາສາດຫີນ ຫຼື ເຮືອນຫີນ ເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດແຫ່ງໜື່ງທີ່ຫນ້າສົນໃຈ ແລະ ໜ້າຄົ້ນຫາ. 

ຜາສາດຫີນ ຫຼື ເຮືອນຫີນ ເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດແຫ່ງໜື່ງທີ່ຫນ້າສົນໃຈ ແລະ ໜ້າຄົ້ນຫາ. 

Published on

ເຊື່ອວ່າຫລາຍຄົນຍັງບໍ່ເຄີຍໄດ້ໄປທ່ຽວຊົມ ແລະ ຮູ້ເລິກເຊີງກ່ຽວກັບສະຖານທີ່ ທີ່ງົດງາມແຫ່ງນີ້ ທີ່ບ້ານເຮືອນຫີນ ເມືອງໄຊພູທອງ ແຂວງສະຫວັນນະເຂດ, ຫ່າງຈາກເທດສະບານເມືອງ ສະຫວັນນະເຂດ 66 ກີໂລແມັດ.

ຜາສາດຫີນມີຄວາມເກົ່າແກ່ຫຼາຍຈົນບໍ່ມີໃຜບົ່ງບອກໄດ້ຢ່າງຊັດເຈນວ່າມັນຖືກສ້າງຂື້ນເມື່ອໃດ ແມ່ນໃຜເປັນຜູ້ສ້າງຂື້ນ ແລະ ຖືກສ້າງຂື້ນເພື່ອຫຍັງ. ຕາມການບອກເລົ່າປາກຕໍ່ປາກທີ່ສືບຕໍ່ກັນມາແຕ່ສະໄໝບູຮານ ແລະ ປື້ມນິທານ ທີ່ຕົກທອດມາແຕ່ປູ່ຍ່າຕາຍາຍໄດ້ໃຫ້ຮູ້ວ່າ ລຸງມະຫາກັນ ຢູ່ບ້ານເລົ່າໝາກຫູດ ທີ່ເປັນເຈົ້າກວານເຈົ້າລ່າມຂອງເຮືອນຫີນໄດ້ບັນທຶກໄວ້ວ່າ: ຜາສາດຫີນແຫ່ງນີ້ສ້າງຂື້ນໃນປີ ຄສ557 ຫາ 700 ໂດຍ ຂຸນອັງຄະຣາດ ແລະ ອົມທະຣາດ ສອງອ້າຍນ້ອງ ໃນສະໄໝອານາຈັກສີໂຄດຕະບູນຈະເລີນຮຸ່ງເຮືອງ ເພື່ອໃຊ້ເປັນສະຖານທີ່ເຄົາລົບບູຊາໃນສາດສະໜາພາມ.

ແຮງງານທີ່ກໍ່ສ້າງຜາສາດຫີນແມ່ນໄດ້ເກນເອົາຊົນເຜົ່າຕ່າງໆ ແລະ ຜາສາດຫີນໄດ້ຮັບການປະຕິສັງຂອນ ເປັນ 3 ໄລຍະຄື: ໄລຍະທຳອິດສະໄໝຂອມເຮືອງອຳນາດ, ໄລຍະທີ່2 ສະໄຫມເຈົ້າໄຊຍະເສດຖາທິລາດ ແຫ່ງອານາຈັກລາວລ້ານຊ້າງເຊີ່ງເປັນສະໄໝທີ່ສາສະໜາພຸດຈະເລີນຮຸ່ງເຮື່ອງ ແລະ ໄລຍະສຸດທ້າຍ ສະໄໝອານາຈັກລາວລ້ານຊ້າງເສຍເອກະລາດ.

ກ້ອນຫີນທີ່ນຳເອົາມາສ້າງຜາສາດຫີນນັ້ນ ໄດ້ໃຊ້ສີ່ວເຈາະ ເອົາມາຈາກຫຼາຍບ່ອນ ແຕ່ສ່ວນຫຼາຍແມ່ນນຳມາແຕ່ເບື້ອງຕາເວັນຕົກ ຫ່າງຈາກຜາສາດຫີນ 1 ກິໂລເແມັດ ເອີ້ນວ່າວັງເຮືອ ຍ້ອນວ່າມີຮ່ອງຮອຍບ່ອນທີ່ສີ່ວເອົາຫີນຫຼາຍຈົນເປັນຮູບຄ້າຍຄືເຮືອ ແລະ ປະຈຸບັນນີ້ກໍ່ຍັງມີກ້ອນຫີນສີ່ວອອກມາປະໄວ້ຫຼາຍກ້ອນຢາຍຢູ່ຕາມສະຖານທີ່ດັ່ງກ່າວ. ທຸກໆສ່ວນຂອງຜາສາດຫີນມີຂະໜາດແຕກຕ່າງກັນ ດ້ານທິດຕາເວັນອອກຂອງຜາສາດຫີນມີລານກວ້າງ 21ແມັດ, ຍາວ 24 ແມັດ, ດ້ານທິດຕາເວັນຕົກ ມີລານກວ້າງ13,20 ແມັດ ແລະ ກວ້າງ 17,50 ແມັດ, ທິດເຫນືອ ແລະ ທິດໃຕ້ຍາວ 85 ແມັດ. ສ່ວນບໍລີເວນທີ່ເປັນເຮືອນຍາວ 16,50 ແມັດ.

ປະຈຸບັນເຮືອນຫີນດັ່ງກ່າວບາງຈຸດແມ່ນມີການແຕກຫັກ ແລະ ໂງ່ນຫີນຫຼາຍກ້ອນກະແຈກກະຈາຍຢູຕາມຂອບເຂດດັ່ງກ່າວແຕ່ກໍ່ຍັງເປັນຮູບຮ່າງເຮືອນທີ່ສວຍງາມ. ພາຍໃນຜາສາດຫີນມີຮູບປັ້ນຂອງພະພຸດທະຮູບຂະຫນາດໃຫຍ່ ແລະ ນ້ອຍບາງຈຳນວນທີ່ນັກທ່ອງທ່ຽວ ແລະ ທຸກຄົນສາມາດເຂົ້າໄປ ກາບໄຫ້ວ ບູຊາ ແລະ ຂໍພອນ.

ອ້ອມຂ້າງຂອງຜາສາດຫີນ ມີຕົ້ມໄມ້ໃຫຍ່ຫຼາກຫຼາຍຊະນິດທີ່ສາມາດເປັນຮົ່ມເຢັນໃຫ້ແກ່ຄົນໄດ້ພັກເຊົາ. ຜາສາດຫີນແຫ່ງນີ້ແມ່ນໄດ້ມີການບູລະນະຈາກທາງເມືອງເຊີ່ງເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດຂອງແຂວງສະຫວັນນະເຂດອີກແຫ່ງໜື່ງທີ່ຫຼາຍໆຄົນຢາກໄປທ່ຽວຊົມຄວາມງາມ ແລະ ສຶກສາຄວາມເປັນມາ. ໃນປະຈຸບັນຜາສາດຫີນແຫ່ງນີ້ຍັງເປັນສະຖານທີ່ສຳລັບໄວ້ເຄົາລົບບູຊາຂອງຄົນໃນທ້ອງຖີ່ນ ເຊີ່ງໃນແຕ່ລະປີອົງການປົກຄອງເມືອງຮ່ວມກັບປະຊາຊົນບັນດາເຜົ່າພາຍໃນເມືອງ ໄດ້ຈັດງານບຸນນະມັດສະການ ຜາສາດຫີນ ຕາມຮີດຄອງປະເພນີໃນເດືອນ 4 ເພັງຂອງທຸກໆປີ.

 

 

 

 

 

 

 

 

ຂຽນໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...