Homeສຸຂະພາບ ແລະ ສີ່ງແວດລ້ອມທົ່ວປະເທດມີຜູ້ຕິດເຊື້ອໄຂເລືອດອອກຫຼາຍກວ່າ 1400 ຄົນ ແຕ່ຍັງບໍ່ມີຜູ້ເສຍຊີວິດ

ທົ່ວປະເທດມີຜູ້ຕິດເຊື້ອໄຂເລືອດອອກຫຼາຍກວ່າ 1400 ຄົນ ແຕ່ຍັງບໍ່ມີຜູ້ເສຍຊີວິດ

Published on

 

ຕາມການລາຍງານຂອງໜ່ວຍງານເຝົ້າລະວັງພະຍາດ ກະຊວງສາທາລະນະສຸກ ໃນວັນທີ 1 ຕຸລານີ້ໃຫ້ຮູ້ວ່າ: ມາຮອດ

ປັດຈຸບັນທົ່ວປະເທດມີຜູ້ຕິດເຊື້ອໄຂ້ເລືອດອອກແລ້ວ 1491 ກໍລະນີ, ແຕ່ຍັງບໍ່ມີຜູ້ເສຍຊີວິດ ໂດຍຈຳນວນຜູ້ຕິດເຊື້ອ

ດັ່ງກ່າວ ເປັນຈຳນວນສະສົມນັບແຕ່ທ້າຍເດືອນທັນວາ 2013 ເປັນຕົ້ນມາ, ໃນນີ້ແຂວງທີ່ມີຜູ້ຕິດເຊື້ອຫຼາຍກວ່າໝູ່

ແມ່ນສາລະວັນ 298 ກໍລະນີ, ອັດຕະປື 291 ກໍລະນີ, ເຊກອງ 191 ກໍລະນີ, ວຽງຈັນ 179 ກໍລະນີ, ນະຄອນຫຼວງວຽງຈັນ

136 ກໍລະນີ, ຈຳປາສັກ 99 ກໍລະນີ, ອຸດົມໄຊ 93 ກໍລະນີ, ຄຳມ່ວນ 62 ກໍລະນີ, ບໍລິຄຳໄຊ 50 ກໍລະນີ, ຫຼວງພະບາງ 33

ກໍລະນີ, ໄຊຍະບູລີ 18 ກໍລະນີ, ສະຫວັນນະເຂດ 15 ກໍລະນີ, ສ່ວນແຂວງຫຼວງນ້ຳທາ, ໄຊສົມບຸນ, ຜົ້ງສາລີ ແລະ ແຂວງ

ບໍ່ແກ້ວ ກໍມີກໍລະນີຜູ້ຕິດເຊື້ອເຊັ່ນດຽວກັນ ແລະ ບາງແຂວງຍັງບໍ່ມີລາຍງານກໍລະນີຜູ້ຕິດເຊື້ອ, ແຕ່ເຖິງຢ່າງດເມື່ອ

ທຽບໃສ່ປີຜ່ານມາແລ້ວ ຖືວ່າຍັງບໍ່ມີການລະບາດໃຫຍ່ຂອງເຊື້ອໄຂ້ເລືອດອອດແຕ່ຢາງໃດ, ຊຶ່ງເປັນພຽງຈຳນວນຜູ້

ຕິດເຊື້ອສະສົມມາແຕ່ຕົ້ນປີເທົ່ານັ້ນ, ທັງນີ້ກໍຍ້ອນປະຊາຊົນເອົາໃຈໃສ່ປະຕິບັດຕາມຄຳແນະນຳຂອງສາທາຢ່າງເຂັ້ມ

ງວດ ໂດຍສະເພາະແມ່ນປະຕິບັດຕາມ ຫຼັກ 5 ປ ທີ່ກະຊວງສາທາລະນະສຸກວາງອອກຄື: 1. ປິດຝາພາຊະນະທີ່ມີນ້ຳໃນ

ເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ ໃສ່, 2. ປ່ຽນນ້ຳ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້,

ຖ້ານຮອງຈອກນ້ຳ, 3. ປ່ອຍປາຫາງນົກຍຸງ ເພື່ອກິນໜອນນ້ຳຍຸງລາຍ, 4. ປັບປຸງບໍ່ໃຫ້ມີນ້ຳຄ້າງຂັງກະໂປະ, ກະປອງ,

ຮາງລິນ, ຢາງຕີນລົດເກົ່າ, 5. ປະຕິບັດເປັນປະຈຳທຸກອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍ ຫຼື ສຸກສາລາໄກ້

ບ້ານ, ດັ່ງນັ້ນອີກ ເທື່ອໜຶ່ງສາທາຈຶ່ງແນະນຳໃຫ້ທຸກຄົນສືບຕໍ່ເຝົ້າລະວັງ ແລະ ປະຕິບັດຫຼັກ 5 ປ ເປັນປະຈຳຈົນກວ່າ

ທຸກແຂວງຈະບໍ່ມີຈຳນວນຜູ້ຕິດເຊື້ອໄຂເລືອດອອກ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...