Homeຂ່າວພາຍ​ໃນກົມຄຸ້ມຄອງມົນລະພິດ ແຈ້ງ! ນະຄອນຫຼວງກຳລັງພົບກັບອາກາດທີ່ເປັນພິດ

ກົມຄຸ້ມຄອງມົນລະພິດ ແຈ້ງ! ນະຄອນຫຼວງກຳລັງພົບກັບອາກາດທີ່ເປັນພິດ

Published on

ພາຍຫຼັງທີ່ເຫດການໝອກຄວັນໄດ້ປົກຄຸມເກືອບທົ່ວນະຄອນຫຼວງວຽງຈັນ ທີ່ແກ່ຍາວມາເປັນເວລາ2-3 ມື້, ປະຊາຊົນຕ່າງກໍຕື່ນຕົກໃຈຕໍ່ກັບບັນຫາດັ່ງກ່າວເປັນທີ່ສຸດ ອັນເນື່ອງມາຈາກເຮົາເຄີຍພົບເຫັນໃນຂ່າວສານປະເທດໄທ ຕໍ່ກັບບັນຫາຝຸ່ນ PM2.5 ເພາະມັນມີຜົນອັນຕະລາຍຕໍ່ສຸຂະພາບ, ນອກຈາກນີ້ຍັງມີກະແສສັງຄົມອອນລາຍຕ່າງກໍຄອງຄອຍຖ້າຄຳຕອບທີ່ຊັດເຈນຈາກພາກສ່ວນລັດ ແລະ ມື້ນີ້ເຮົາກໍໄດ້ຮູ້ຄຳຕອບແລ້ວ.

ວຽງຈັນທາມລາຍງານຈາກການສຳພາດ ຫົວໜ້າກົມຄຸ້ມຄອງມົນລະພິດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ທ່ານນາງ ສີສຸພັນ ຫຼວງລາດ ໄດ້ໃຫ້ຮູ້ວ່າ: ແມ່ນແທ້ນະຄອນຫຼວງວຽງຈັນ ກຳລັງພົບກັບບັນຫາມົນລະພາວະທີ່ເປັນພິດຕໍ່ສຸຂະພາບ ເຊີ່ງຢູ່ໃນເກນອັນຕະລາຍ ແຕ່ຍັງບໍ່ທັນຮ້າຍແຮງ, ທາງວິຊາການຂອງກົມຄວບຄຸມມົນລະພິດໄດ້ໃຫ້ຮູ້ເຖີງຄ່າວັດແທກປະລິມານແມ່ນຢູ່ທີ່ 172 ໄມຄຣອນກຼາມ ຕໍ່ ຄິວບິກແມັດ (Cubic Metre) ຕໍ່ 24 ຊົ່ວໂມງ ນີ້ແມ່ນສະແດງໃຫ້ເຫັນວ່າຍັງຢູ່ໃນເກນທີ່ອັນຕະລາຍຕໍ່ສຸຂະພາບ ແຕ່ຍັງບໍ່ທັນຮ້າຍແຮງ ແລະ ຄາດວ່າອີກ 2-3 ມື້ໃນຕໍ່ໜ້າອາກາດແມ່ນຈະປັບປ່ຽນດີຂື້ນກວ່າປະຈຸບັນ.

ທາງກົມຄວບຄຸມມົນລະພິດໄດ້ໃຫ້ຮູ້ຕື່ມກ່ຽວກັບສາເຫດຂອງໝອກຄວັນທີ່ເກີດຂື້ນວ່າ ແມ່ນອິດທິພົນມາມາຈາກໄຟໄໝ້ປ່າຢູ່ປະເທດເພື່ອບ້ານ ພ້ອມທັງໄຟໄໝ້ປ່າຢູ່ເມືອງສັງທອງ, ນະຄອນຫຼວງວຽງຈັນ ແຕ່ເຈົ້າໜ້າທີ່ສາມາດຄວບຄຸມສະຖານະການໄວ້ໄດ້ແລ້ວ.

ຝຸ່ນລະອອງ ຫຼື ໝອກຄວັນນີ້ ຖ້າສູດດົມເຂົ້າໄປຫຼາຍ ຈະເຮັດໃຫ້ເກີດອັນຕະລາຍຕໍ່ສຸຂະພາບໄດ້. ສະນັ້ນ, ໃຫ້ປະຊາຊົນເຝົ້າລະວັງເປັນພິເສດ ຫຼີກລ່ຽງການເຮັດກິດຈະກຳກາງແຈ້ງ ຫຼື ໃສ່ຜ້າປິດປາກ-ດັງ ເພື່ອຫຼຸດຜ່ອນການສູດດົມເອົາໝອກຄວັນດັ່ງກ່າວ, ພ້ອມທັງຫຼຸດຜ່ອນການຈຸດຂີ້ເຫຍື້ອ ເພື່ອສະພາບແວດລ້ອມທີ່ປອດໄພ.

 

 

 

 

 

 

 

 

 

ຮຽບຮຽງໂດຍ: ບຸນມີ ບຸນມີໄຊ

ແຫຼ່ງຂ່າວ: ວຽງຈັນທາມ, ກົມຄວບຄຸມມົນລະພິດ

ຮູບພາບ:weixin.qq

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...