spot_img
Homeຂ່າວພາຍ​ໃນມົນລະພິດນະຄອນຫຼວງວຽງຈັນ? ຝຸ່ນ PM 2.5 ຄືຫຍັງ? ແລະ ວິທີປ້ອງກັນຕົວຈາກມົນລະພິດທາງອາກາດ

ມົນລະພິດນະຄອນຫຼວງວຽງຈັນ? ຝຸ່ນ PM 2.5 ຄືຫຍັງ? ແລະ ວິທີປ້ອງກັນຕົວຈາກມົນລະພິດທາງອາກາດ

Published on

ປະກົດການຝຸ່ນໝອກຄວັນປົກຄຸມທົ່ວນະຄອນຫຼວງວຽງຈັນ ໄດ້ສ້າງຄວາມແຕກຕື່ນໃຫ້ກັບຄົນໃນສັງຄົມ ເຊິ່ງຄວາມຜິດປົກກະຕິນີ້ບໍ່ເຄີຍເກີດຂຶ້ນກັບປະເທດລາວມາກ່ອນ ແນ່ນອນວ່າຄົນໃນສັງຄົມຕ່າງພາກັນສັນນິຖານຫາສາເຫດຂອງປະກົດການຝຸ່ນໝອກຄວັນນີ້ໄປຕ່າງໆນາໆ ທັງວ່າເປັນເພາະມີເຫດການໄຟໄໝ້ປ່າສະຫງວນ ພູພະນັງ ທີ່ເມືອງສັງທອງ ຄວັນຈາກໄຟໄໝ້ປ່າໄດ້ພັດເຂົ້າມາປົກຄຸມ,​ ຄວັນຈາກການຈູດຂີ້ເຫຍື້ອ, ຄວັນໂຮງງານ ແລະ ຄວັນລົດເປັນເຫດ ຫຼື ແມ່ນແຕ່ຂີ້ຝຸ່ນທີ່ມາຈາກການກໍ່ສ້າງທາງຕ່າງໆທີ່ຍັງບໍ່ແລ້ວ ຫຼື ເຫດຜົນອື່ນໆອີກ.

ການສະສົມມົນລະພິດທາງອາກາດໃນປະລິມານຫຼາຍນັ້ນ ຈະເຮັດໃຫ້ຄຸນນະພາບອາກາດຢູ່່ໃນລະດັບມີຜົນກະທົບຕໍ່ສຸຂະພາບ ຄົນທີ່ສູດດົມອາກາດເປັນພິດເຂົ້າໄປ ຈະຮູ້ສຶກຫາຍໃຈບໍ່ສະດວກ ຝຸ່ນລະອອງໃນນະຄອນຫຼວງຕອນນີ້ເຮັດໃຫ້ຊາວນະຄອນຫຼວງຫາຍໃຈລຳບາກ ມີອາການແສບດັງ ແລະ ແສບຄໍ ເວລາຫາຍໃຈເຂົ້າໄປ.

ຈາກເຟສບຸກ ລຸງໂອ້ດ Uncle Os ໄດ້ມີການໃຊ້ເຄື່ອງວັດແທກລະດັບຄ່າຝຸ່ນໃນນະຄອນຫຼວງຂອງເຊົ້າວັນທີ 14 ມີນາ 2019 ຈຸດວັດແທກທີ່ ບ້ານ ໂພນຕ້ອງສະຫວາດ, ຄ່າວັດແທກ PM 2.5 ໄດ້ 246µg ເຊິ່ງຢູ່ໃນລະດັບອັນຕະລາຍ. ຫຼາຍຄົນອາດບໍ່ເຂົ້າໃຈກ່ຽວກັບຄ່າວັດແທກອັນຕະລາຍຈາກມົນລະພິດທາງອາກາດວ່າຕ້ອງຢູ່ໃນລະດັບໃດເຖິງຮຽກວ່າເຖິງຂີດອັນຕະລາຍ ລອງເບິ່ງຈາກລຸ່ມນີ້:

– ສະຖານະ ສີຟ້າ (0<25µg/m3) ອາກາດດີຫລາຍ
– ສະຖານະ ສິຂຽວ(25<50µg/m3) ອາດກາດດີ
– ສະຖານະ ສີເຫລືອງ (50<100µg/m3) ປານກາງ
– ສະຖານະ ສີສົ້ມ (100<200µg/m3) ມີຜົນກະທົບຕໍ່ສຸຂະພາບ ຕ້ອງລະວັງ
– ສະຖານະ ສີແດງ (>200µg/m3) ອັນຕະລາຍ

PM 2.5 ຄືມົນລະຜິດທາງອາກາດທີ່ມີຂະໜາດນ້ອຍບໍ່ເກີນ 2,5 ໄມຄອນ ຫຼື ນ້ອຍກວ່າ 1 ໃນ 25 ສ່ວນຂອງເສັ້ນຜ່າສູນກາງຂອງເສັ້ນຜົມມະນຸດ ນັ້ນຄືນ້ອຍຈົນສາມາດຜ່ານເຂົ້າດັງ ແລະ ເຂົ້າສູ່ຮ່າງກາຍຄົນໄດ້ ແລະ ມີຂະໜາດນ້ອຍພຽງເຄິ່ງໜຶ່ງຂອງເມັດເລືອດແດງ (5ໄມຄອນ) ດັ່ງນັ້ນຝຸ່ນພິດ ຫຼື ຝຸ່ນPM 2.5ນີ້ ຈຶ່ງສາມາດເຂົ້າສູ່ເສັ້ນເລືອດຝອຍ ແລະ ກະຈາຍໄປຕາມອະໄວຍະວະຕ່າງໆຂອງຮ່າງກາຍໄດ້, ສຳລັບວິທີປ້ອງກັນຕົວເອງຈາກຝຸ່ນພິດ ຫຼື ຝຸ່ນລະອອງ PM 2.5 ມີ 5 ຂໍ້ຄວນປະຕິບັດຄື:

  1. ໃສ່ຝ່າປິດປາກປ້ອງກັນຝຸ່ນ.
  2. ຫຼີກລ່ຽງການເຮັດກິດຈະກຳກາງແຈ້ງ
  3. ກຽມຢາໃຫ້ພ້ອມເຊັ່ນ: ຢາແກ້ແພ້ ເປັນຕົ້ນ.
  4. ຄົນກຸ່ມສ່ຽງທີ່ປ່ວຍງ່າຍເຊັ່ນ: ຜູ້ສູງອາຍຸ, ເດັກນ້ອຍ, ແມ່ຍິງຖືພາ, ຄົນມີໂຣກປະຈຳຕົວ ດັ່ງນີ້: ໂຣກກ່ຽວກັບທາງເດີນຫາຍໃຈ, ໂຣກເຍື້ອຕາອັກເສບ, ໂຣກຫົວໃຈ ແລະ ໂຣກຫຼອດເລືອດ ຫາກທ່ານໃດເຂົ້າຂ່າຍໃນກຸ່ມສ່ຽງນີ້ຫ້າມໄປຢູ່ໃນບໍລິເວນທີ່ມີຝຸ່ນພິດ.
  5. ຫາກມີອາການກ່ຽວກັບລະບົບທາງເດີນຫາຍໃຈ ຄວນໄປພົບແພດດ່ວນ.

 

 

 

 

 

 

 

 

 

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: thairath ແລະ ເຟສບຸກ  ລຸງໂອ້ດ Uncle Os

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...