Homeຂ່າວຕ່າງປະເທດພົບຜູ້ປ່ວຍເຊື້ອ HIV ທີ່ອາດຈະຫາຍຂາດ

ພົບຜູ້ປ່ວຍເຊື້ອ HIV ທີ່ອາດຈະຫາຍຂາດ

Published on

ຫລັງຈາກມີຂ່າວກ່ຽວກັບຊາຍຄົນອັງກິດຄົນໜຶ່ງທີ່ີຫາຍຂາດຈາດພະຍາດໂລກເອດ ຕັ້ງແຕ່ລາວເຂົ້າຮັບການຮັກສາ ແລະ ໄດ້ຮັບການລາຍງານຈາກນັກຄົ້ນຄວ້າທີ່ຮັກສາຜູ້ປ່ວຍໃນປະເທດເຢຍລະມັນດ້ວຍເຊັ່ນກັນ. ຈາກການລວບລວມທັງສອງກໍລະນີນີ້ອາດຈະເປັນຫລັກຖານທີ່ມີຄວາມເປັນໄປໄດ້ວ່າໂລກເອດອາດສາມາດຮັກສາໃຫ້ຫາຍຂາດໄດ້.

ເຊື້ອໄວຣັດທີ່ຕິດເຊື້ອໃນຈຸລັງຂອງລະບົບພູມຕ້ານທານຂອງຮ່າງກາຍແມ່ນສ້າງຂຶ້ນມາຈາກໄຂກະດູກ. ຊາຍຄົນໜຶ່ງເຊິ່ງເປັນທີ່ຮູ້ຈັກໃນຊື່ “ຜູ້ປ່ວຍເບີລີນ” ເປັນບຸກຄົນທຳອິດຂອງໂລກທີ່ຫາຍຂາດຈາກໂລກເອດ ຫລັງຈາກທີ່ເຂົ້າຮັບການຮັກສາໃນປີ 2007 ເປັນການຮັກສາມະເລັງເມັດເລືອດຂາວ ເຊິ່ງເປັນມະເລັງໃນລະບົບພູມຕ້ານທານຂອງຮ່າງກາຍ. ລາວໄດ້ຮັບການຮັກສາໂດຍການບຳບັດດ້ວຍລັງສີ ຫລືຢາ ເຊິ່ງເກືອບຈະເປັນການຂ້າຈຸລັງໃນລະບົບພູມຕ້ານທານຮ່າງກາຍຂອງລາວທັງໝົດ ແລ້ວປ່ຽນແທນດ້ວຍຈຸລັງໄຂກະດູກຈາກຜູ້ບໍລິຈາກ. ເຊິ່ງຈຸລັງທີ່ໄດ້ຮັບການບໍລິຈາກນັ້ນເປັນຈຸລັງທີ່ຕໍ່ຕ້ານໂລກເອດໂດຍທຳມະຊາດຢູ່ແລ້ວ, ແຕ່ນັບວ່າເປັນແຊນ (ພັນທຸກຳ) ຊະນິດໜຶ່ງທີ່ຫາຍາກທີ່ມີຊື່ເອີ້ນວ່າ CCR5.

ນັບຕັ້ງແຕ່ນັ້ນເປັນຕົ້ນມາ, ກໍຍັງບໍ່ພົບຜູ້ປ່ວຍກໍລະນີໃດທີ່ສາມາດກຳຈັດໂລກເອດອອກຈາກຮ່າງກາຍໄດ້ສຳເລັດໂດຍການນຳໃຊ້ວິທີການດັ່ງກ່າວອີກເລີຍ, ຈົນຮອດວັນຈັນທີ່ຜ່ານມາໄດ້ມີການປະກາດພົບກໍລະນີທີສອງ. ເຊິ່ງກໍລະນີດັ່ງກ່າວນີ້ເປັນທີ່ຮູ້ຈັກກັນດີໃນຊື່ທີ່ເອີ້ນວ່າ “ຜູ້ປ່ວຍລອນດອນ” ເຊິ່ງໄດ້ຮັບການຮັກສາໂດຍການປູກຖ່າຍໄຂກະດູກຈາກຜູ້ບໍລິຈາກທີ່ແຊນ (ພັນທຸກຳ) ມີຊື່ເອີ້ນວ່າ CCR5 ເພື່ອເປັນການຮັກສາພະຍາດມະເລັງຕ່ອມນໍ້າເຫລືອງເຊິ່ງເປັນມະເລັງທີ່ທຳລາຍລະບົບພູມຕ້ານທານໃນຮ່າງກາຍອີກຊະນິດໜຶ່ງ. ເຊິ່ງຫລັງຈາກນັ້ນຜູ້ປ່ວຍໄດ້ຮັບການແນະນຳໃຫ້ຢຸດໃຊ້ຢາຕ້ານໄວຣັດ ເຊິ່ງເປັນຕົວຢາທີ່ຢັບຢັ້ງໄວຣັດເປັນເວລາ 1ປີ. ຫລັງຈາກ 18ເດືອນຕໍ່ມາພົບວ່າກວດບໍ່ພົບເຊື້ອໄວຣັດໂລກເອດອີກເລີຍ.

ແລະກໍລະນີທີສາມທີ່ອາດຈະຢູ່ໃນລັກສະນະແບບດຽວກັນ ໄດ້ຮັບການປະກາດໃນມືີ້ນີ້ ທີ່ກອງປະຊຸມທາງວິຊາການກ່ຽວກັບ ການຕິດເຊື້ອໄວຣັດ ຊະນິດພິເສດທີ່ເມືອງ ຊີແອັດເທິ້ລ ສະຫະລັດອາເມລິກາ. ຕາມການລາຍງານຂອງທ່ານນາງ ແອນມາຣີ ເວນຊິງ ຈາກມະຫາວິທະຍາໄລສູນກາງດ້ານການເເພດ ຢູເທຣັກ ໃນປະເທດເນເທີແລນ ກ່າວວ່າ: ຈາກການຕັດເອົາຊິ້ນເນື້ອຈາກລຳໃສ້ ແລະຕ່ອມນໍ້າເຫລືອງຂອງຜູ້ປ່ວຍທີ່ມີຊື່ເອີ້ນວ່າ “ຜູ້ປ່ວຍດັດເຊລດອັບ” ໄປວິເຄາະສະແດງໃຫ້ເຫັນວ່າບໍ່ມີການຕິດເຊື້ອຂອງ HIV ອີກເລີຍຫລັງຈາກການຢຸດເຊົາຮັບຢາຕ້ານໄວຣັດເປັນເວລາ ສາມເດືອນຕິດຕໍ່ກັນແລ້ວ. ມີພຽງແຊນເກົ່າໆຫລົງເຫລືອທີ່ຈະບໍ່ສາມາດຈະຂະຫຍາຍຕົວໄດ້ອີກ. ເຊິ່ງກໍລະນີດັ່ງກ່າວນີ້ແມ່ນມີຄວາມຄ້າຍຄືກັນກັບກໍລະນີຂອງຜູ້ປ່ວຍເບີລີນ ແລະ ລອນດອນ ທ່ານນາງ ແອນເມຣີກ່າວ.

ປັດຈຸບັນ, ນັກຄົ້ນຄວ້າກຳລັງຕິດຕາມຜູ້ທີ່ຕິດເຊື້ອ HIV ອີກຈຳນວນສອງສາມຄົນ ທີ່ໄດ້ຮັບການຮັກສາໂດຍການປູກຖ່າຍໄຂກະດູກ ຈາກຜູ້ບໍລິຈາກ ແຊນ (ພັນທຸກຳ) ມີຊື່ເອີ້ນວ່າ CCR5 ພາຍໃຕ້ການຮ່ວມມືໃນໂຄງການທີ່ເອີ້ນວ່າ IciStem ຈາກການລາຍງານຂອງສາມກໍລະນີດັ່ງກ່າວນັ້ນ ແມ່ນມີສອງກໍລະນີທີ່ຍັງບໍ່ທັນໄດ້ຢຸດການຮັບຢາຢັບຢັ້ງໄວຣັດເທື່ອ, ທ່ານ ຊາເວຍ ປີກາໂຊ ຈາກສະຖາບັນຄົ້ນຄວ້າກ່ຽວກັບໂລກເອດ IrsiCaixa ໃນເມືອງບາເຊໂລນາ ກ່າວ.

ການປູກຖ່າຍໄຂກະດູກ ແມ່ນບໍ່ສາມາດນຳໃຊ້ໄດ້ກັບຄົນເປັນເອດທີ່ບໍ່ເປັນມະເລັງ, ເພາະວ່າການຮັກສາດ້ວຍວິທີການດັ່ງກ່າວແມ່ນມີຄວາມສ່ຽງສູງ ແລະ ຈະນຳໃຊ້ເປັນວິທີທາງສຸດທ້າຍຂອງການຮັກສາເທົ່ານັ້ນ. ແຕ່ວ່າ ຈາກຂໍ້ເທັດຈິງໃນການຄົ້ນພົບດັ່ງກ່າວອາດຈະນຳໄປສູ່ການວາງແນວທາງໃນການຮັກສາໃນອະນາຄົດໄດ້. ໂດຍສະເພາະອີກຫົນທາງໜຶ່ງທີ່ຈະເປັນໄປໄດ້ກໍຄືການນຳໃຊ້ວີທີການແກ້ໄຂແຊນ(ພັນທຸກຳ) ເພື່ອສ້າງແຊນທີ່ມີຊື່ວ່າ CCR5 ພາຍໃນຈຸລັງລະບົບພູມຕ້ານທານຂອງຜູ້ປ່ວຍເອງ.

ຮຽບຮຽງຂ່າວ: ແຟນຊິສ ສະຫວັນຄຳ
ແຫຼ່ງຂໍ້ມູນ: newscientist.com

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...