ການພະນັນ ແມ່ນການຫຼິ້ນ ຫຼື ການຫາລາຍໄດ້ທີ່ບໍ່ຊອບທໍາທີ່ລົງທຶກັນດ້ວຍເງິນຄໍາ ຫຼື ວັດຸສິ່ງຂອງມີຄ່າຕ່າງໆ ເຊັ່ນດຽວກັບ “ການພະນັນພື້ນບ້ານ” ເຊິ່ງທາງກົດໝາຍບໍ່ຮັບຮູ້ ແລະ ຫວງຫ້າມ ແຕ່ມັນກໍຈັດຢູ່ໃນການພະນັນເຖື່ອນ. ປັດຈຸບັນ, ການພະນັນຈໍາພວກນີ້ປະກົດເຫັນແຜ່ຫຼາຍ ໂດຍສະເພາະງານບຸນບ້ານ, ງານຫາລາຍໄດ້, ງານຄອນເສີດ ຫຼື ອາດເວົ້າໄດ້ວ່າເກືອບເຫັນແຕ່ລະວັນເລີຍກໍ່ວ່າໄດ້.
ເມື່ອເວົ້າເຖິງການພະນັນໃນລະບອບເກົ່າ ການຫຼິ້ນພະນັນແມ່ນມີຢ່າງກວ້າງຂວາງ ແລະ ກໍເປັນທີ່ນິຍົມຊົມຊອບຂອງບັນດາພວກເຈົ້າໃຫຍ່ນາຍໂຕໃນອະດິດ ແລະ ກໍມັກເຫັນໃນໄລຍະມີງານບຸນ, ເຮືອນດີ, ເຮືອນກໍາ ແລະ ອື່ນໆ ພໍມາໄລຍະໃໝ່ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ຂະບວນການຫຼິ້ນພະນັນກໍໄດ້ຖືກຈໍາກັດ ແລະ ລົບລ້າງໄປ ຖືວ່າຫຼາຍປີແລ້ວບໍ່ມີປະກົດການຫຼິ້ນການພະນັນ. ແຕ່ປັດຈຸບັນ, ສິ່ງດັ່ງກ່າວໄດ້ກັບຄືນມາອີກຄັ້ງ ແລະ ພວມແພ່ລະບາດຢ່າງກວ້າງຂວາງຢູ່ໃນສັງຄົມບ້ານເຮົາ. ດັ່ງທີ່ທ່ານຮູ້ເຫັນນໍາກັນວ່າ: ຢູ່ຕາມກຸ່ມບ້ານເວລາວ່າງກໍຈະມີຄົນຈໍານວນໜຶ່ງທີ່ຕັ້ງວົງກັນຫຼິ້ນໄພ້, ຫຼິ້ນກຸ້ງໄກ່, ຫຼິ້ນໄຮໂລ, ເອົາໄກ່ມາຕີ, ເອົາປາກັດປາ, ຫຼິ້ນສະນຸກເກີ້ ແລະ ອື່ນໆ ຖ້າມີງານບຸນເພີ່ນພະນັນກັນເລື່ອງໃດບັນດາທ່ານກໍຄົງເຫັນ. ແຕ່ອັນພົ້ນເດັ່ນກວ່າໝູ່ ແລະ ເກືອບທຸກຍາມໃນປັດຈຸບັນແມ່ນການຫຼິ້ນໄພ້, ແທງເບີຫວຍ (ຫວຍເຖື່ອນ), ຫຼິ້ນກຸ້ງໄກ່, ສະນຸກເກີ້…. ຜູ້ຂຽນຈະຍົກເອົາບາງປະກົດການກ່ຽວກັບການພະນັນ ທີ່ຜູ້ໃຫຍ່ (ອາວຸໂສ) ຄວນທີ່ຈະເປັນແບບຢ່າງແກ່ຄອບຄົວ ແຕ່ພັດຍັງຫຼິ້ນ ແລະ ຫຼິ້ນຈົນໝົດມື້ໝົດວັນ, ບາງຄົນຈົນຂາຍດິນດອນຕອນຫຍ້າ ແລະ ຊັບສິນອື່ນໆ ເພື່ອເອົາມາຫຼິ້ນການພະນັນ.
ຕາມທໍາມະດາແລ້ວປະເພນີຂອງລາວ ໃນເມື່ອມີເຮືອນກໍາ ກໍຈະພາກັນໄປຢື້ຢາມຖາມຂ່າວ, ພົບປະໂອ້ລົມ, ຖອດຖອນບົດຮຽນກ່ຽວກັບຜະລິດ ແລະ ຢຸກຢາທີ່ນໍາໃຊ້ເຂົ້າໃນການນັ່ງກໍາ, ຖ້າແມ່ນເຮືອນດີຜູ້ເຖົ້າ-ຜູ້ແກ່ກໍຈະພາກັນໄປອົບອຸ່ນ, ພວກຜູ້ຊາຍ-ຜູ້ຍິງກໍຈະພາກັນຫຼິ້ນໝາກຄ້ອງຊ້າງ, ຫຼິ້ນໄມ້ສັ້ນ-ໄມ້ຍາວ ແລະ ຊຸມແຊວອື່ນໆ ໂດຍປາສະຈາກການຫຼິ້ນພະນັນດ້ວຍເງິນ. ແຕ່ໃນປັດຈຸບັນນີ້, ແຖວໃນເມືອງໂດຍສະເພາະແມ່ນ 7 ເມືອງພາຍໃນ ນະຄອນວຽງຈັນ ສ່ວນຫຼາຍແມ່ນຫຼິ້ນໄພ້ກິນເຫຼົ້າ. ຖ້າຫາກວ່າພາກສ່ວນທີ່ກ່ຽວຂ້ອງຫາກສາມາດຄວບຄຸມບັນຫາດັ່ງກ່າວນີ້ໄດ້ ກໍຈະເຮັດໃຫ້ສັງຄົມສະຫງົບດີຂຶ້ນ. ກໍລະນີບຸກຄົນໃດຫາກລະເມີດລັກລອບຫຼິ້ນການພະນັນເອົາເງິນ ກໍຈະຖືກນໍາມາລົງໂທດ ຫຼື ໂອ້ລົມຕັກເຕືອນ. ແຕ່ກໍຍັງມີອໍານາດການປົກຄອງບາງບ້ານ ຫຼື ເຈົ້າໜ້າທີ່ບາງທ້ອງຖິ່ນຍັງຖືເບົາ ແລະ ບໍ່ເອົາໃຈໃສ່ກັບບັນຫານີ້ປານໃດ ຈຶ່ງເຮັດໃຫ້ການຫຼິ້ນພະນັນເກີດຂຶ້ນ ໂດຍຈາກການຫຼິ້ນທໍາມະດາກ້າວໄປຫາການຫຼິ້ນເອົາເງິນ ໂດຍຖືເອົາເຮືອນດີ ແລະ ເຮືອນກໍາເປັນສາກບັງໜ້າ, ຊໍ້າບໍ່ໜໍາບາງບ້ານຍັງຕັ້ງກຸ່ມກັນຫຼິ້ນຢູ່ຕາມເຮືອນ, ຫ້ອງເຊົ່າ, ຮ້ານອາຫານ ແລະ ຕາແຄມປ່າ ເພື່ອຫຼີກສາຍຕາຂອງເຈົ້າໜ້າທີ່.
ຕໍ່ກັບບັນຫາທີ່ຍົກມາຂ້າງເທິງນີ້, ພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ມີການແກ້ໄຂໃຫ້ ຕ້ອງເປັນເຈົ້າການນໍາພາອ້າຍ-ນ້ອງພະນັກງານລົງຕິດຕາມສະມາຊິກລູກບ້ານຂອງຕົນຢ່າງໃກ້ຊິດ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ. ຖ້າຫາກວ່າມີການຫຼິ້ນການພະນັນຢູ່ໜ່ວຍໃດ-ຄຸ້ມໃດ ກໍຕ້ອງເອີ້ນມາສຶກສາອົບຮົມ.
ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ
ແຫຼ່ງຂໍ້ມູນຈາກ: lsecuritynews.com