spot_img
Homeຂ່າວພາຍ​ໃນລັດ ສັ່ງ! ໃຫ້ຍົກເລີກ ຫຼື ປັບໃໝຜູ້ເຊົ່າ-ສໍາປະທານດິນລັດ ທີ່ບໍ່ເຄື່ອນໄຫວ 201 ໂຄງການ ແລະ ປະຕິບັດຕາມ 5 ຂໍ້ກໍານົດ

ລັດ ສັ່ງ! ໃຫ້ຍົກເລີກ ຫຼື ປັບໃໝຜູ້ເຊົ່າ-ສໍາປະທານດິນລັດ ທີ່ບໍ່ເຄື່ອນໄຫວ 201 ໂຄງການ ແລະ ປະຕິບັດຕາມ 5 ຂໍ້ກໍານົດ

Published on

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ກຸມພາ 2019 ລັດຖະບານ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາ 7 ເອກະສານສໍາຄັນ. ເວົ້າສະເພາະຜົນການກວດກາໂຄງການເຊົ່າ-ສໍາປະທານທີ່ດິນລັດ ໃນຂອບເຂດທົ່ວປະເທດ, ກອງປະຊຸມໄດ້ເຫັນດີດ້ານຫຼັກການ ແລະ ພິຈາລະນາຮັບເອົາບົດລາຍງານກ່ຽວກັບຜົນການກວດກາໂຄງການເຊົ່າ-ສໍາປະທານທີ່ດິນລັດ ໃນຂອບເຂດທົ່ວປະເທດ ແລະ ຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ). ສໍາລັບໂຄງການໃດທີ່ເຊົ່າ-ສໍາປະທານທີ່ດິນຈາກລັດຖະບານ ເຫັນດີປະຕິບັດ 5 ຂໍ້ ສະເໜີວິທີແກ້ໄຂ ຄື:

  1. ພິຈາລະນາຍົກເລີກສັນຍາ ຫຼື ປັບໃໝ ຕໍ່ຜູ້ເຊົ່າ-ສໍາປະທານ ຫຼື ເຊົ່າດິນ ທີ່ບໍ່ເຄື່ອນໄຫວເລີຍ ຈໍານວນ 201 ໂຄງການ ຊຶ່ງກວມເນື້ອທີ່ຈໍານວນ 81,879 ເຮັກຕາ;
  2. ໃຫ້ບັນດາກະຊວງອົງການ ແລະ ອົງການປົກຄອງທ້ອງຖິ່ນ ເອກະພາບກັບກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ລົງສໍາຫຼວດວັດແທກຕົວຈິງ ເພື່ອອອກແຜນທີ່ດິນລັດ ກ່ອນເຊັນສັນຍາສໍາປະທານ ເປັນເອກະສານໃຫ້ກະຊວງການເງິນ, ສາມາດເກັບຄ່າເຊົ່າ-ສໍາປະທານດິນໄດ້;
  3. ຂໍ້ມູນການເຊົ່າ ແລະ ສຳປະທານທີ່ດິນລັດ, ມີການປ່ຽນແປງເລື້ອຍໆ ແລະ ມີຄວາມສະຫຼັບສັບຊ້ອນ ຕ້ອງມີການປັບປຸງຖານຂໍ້ມູນຢ່າງເປັນລະບົບຕໍ່ເນື່ອງ ແລະ ຕ້ອງມີກົນໄກແລກປ່ຽນຂໍ້ມູນຂອງແຕ່ລະຂະແໜງການ;
  4. ການເຊົ່າ-ສໍາປະທານທີ່ດິນມີ 240 ໂຄງການທີ່ໄດ້ສ້າງຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະ ກວມເອົາສາມປະເພດປ່າໄມ້ ຈຶ່ງເຫັນວ່າການວາງແຜນໃນການພັດທະນາໂດຍລວມຕ້ອງເຮັດແບບປະສົມປະສານ ເພື່ອຫຼີກລ້ຽງບັນຫາການຂຸດຄົ້ນບໍ່ແຮ່ທີ່ຈະສົ່ງຜົນກະທົບຕໍ່ປ່າໄມ້;
  5. ການອະນຸມັດໂຄງການລົງທຶນ ທີ່ພົວພັນເຖິງບັນດາຂະແໜງການ ຄວນກຳນົດໄວ້ໃນການພັດທະນາເສດຖະກິດ-ສັງຄົມ ແລະ ຕ້ອງອີງຕາມແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ, ແຜນແມ່ບົດຈັດສັນທີ່ດິນຂັ້ນແຂວງ ພ້ອມທັງປະສານສົມທົບຢ່າງໃກ້ຊິດກັບຂະແໜງການທີ່ຮັບຜິດຊອບໂຄງການ, ຂະແໜງການເງິນ,​ ຂະແໜງແຜນການ ແລະ ການລົງທຶນ, ຂະແໜງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ. ແຕ່ຕ້ອງໄດ້ປະຕິບັດເປັນແຕ່ລະກໍລະນີ, ໂດຍມີຂໍ້ມູນທີ່ລະອຽດ ແລະ ຈະແຈ້ງ.

ສໍາລັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ກອງປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານເປັນຕົ້ນ: ບັນຫາກຳມະສິດທີ່ດິນ, ການອະນຸຍາດຊື້-ຂາຍສິດນໍາໃຊ້ທີ່ດິນ ທີ່ມີກຳນົດເວລາ, ທີ່ມາຂອງສິດນໍາໃຊ້ທີ່ດິນ ຕາມປະເພນີ ກໍ່ຄື ການກໍານົດຄໍາສັບໃນບາງໝວດບາງມາດຕາ ຕ້ອງມີຄວາມຊັດເຈນ, ຈະແຈ້ງ ແລະ ຮັດກຸມ, ເມື່ອປະກາດໃຊ້ແລ້ວ ໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ສາມາດນໍາໃຊ້ໄດ້ຍາວນານ. ທັງນີ້ ກໍ່ເພື່ອເຮັດໃຫ້ການຄຸ້ມຄອງທີ່ດິນເປັນລະບົບດີຂຶ້ນ, ຊຸກຍູ້ສົ່ງເສີມການຜະລິດ, ໃຫ້ຄວາມເປັນທໍາແກ່ຜູ້ທີ່ຖືສິດນໍາໃຊ້ທີ່ດິນ ແລະ ຜູ້ພັດທະນາ.

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: Lao National Radio

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...