Homeຂ່າວພາຍ​ໃນຊໍາລະຄ່າທາງຊ້າເສຍຄ່າປັບໃໝ 60% ແລະ ທ່ານໃດຊື້ລົດທ້າຍປີນີ້ ຈະຖືກຍົກເວັ້ນຄ່າທໍານຽມທາງ

ຊໍາລະຄ່າທາງຊ້າເສຍຄ່າປັບໃໝ 60% ແລະ ທ່ານໃດຊື້ລົດທ້າຍປີນີ້ ຈະຖືກຍົກເວັ້ນຄ່າທໍານຽມທາງ

Published on

ກະຊວງການເງິນ ແຈ້ງ! ໃຫ້ຜູ້ຊົມໃຊ້ຍານພາຫະນະເສຍຄ່າທາງປະຈໍາປີ 2019 ພ້ອມທັງໃຫ້ສິດທິພິເສດຜູ້ອອກລົດໃໝ່ໃນທ້າຍປີນີ້ຈະໄດ້ຮັບນະໂຍບາຍຍົກເວັ້ນໃຫ້ໄປເສຍໃນປີຖັດໄປ ແຕ່ຖ້າຫາກຍັງບໍ່ເສຍຄ່າທໍານຽມທາງຂອງປີຜ່ານມາ, ນອກຈາກຈະໄດ້ເສຍຄ່າທໍານຽມທາງຕາມອັດຕາທີ່ໄດ້ກໍານົດໄວ້ໃນລັດຖະບັນຍັດວ່າດ້ວຍຄ່າທໍານຽມທາງຄືນແລ້ວ ຍັງຈະໄດ້ຖືກປະຕິບັດມາດຕະການປັບໃໝສຸງສຸດ 60% ຂອງມູນຄ່າທີ່ຕ້ອງເສຍຄ່າທໍານຽມທາງ/ປີ ທັງນີ້, ເພື່ອເຮັດໃຫ້ການເກັບຄ່າທໍານຽມທາງປະຈໍາປີ 2019 ໄດ້ຮັບການຈັດຕັ້ງປະຕິບັດຢ່າງຄົບຖ້ວນ ແລະ ທັນຕາມກໍານົດເວລາ ທັງມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.

ອີງຕາມແຈ້ງການລະບຸວ່າ ກະຊວງການເງິນ ແຈ້ງການເລກທີ 0526/ກງ, ລົງວັນທີ 15 ກຸມພາ 2019 ເຖິງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ເປັນເຈົ້າຂອງ ຫຼື ນໍາໃຊ້ຍານພາຫະນະທຸກປະເພດ ໃນຂອບເຂດທົ່ວປະເທດ ຊາບດັ່ງນີ້: ໄລຍະປົກກະຕິການເສຍຄ່າທໍານຽມທາງໃນໄລຍະເວລາແຕ່ເດືອນ ມັງກອນ ເຖິງເດືອນ ມີນາ ຂອງທຸກໆປີເປັນໄລຍະທີ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ເປັນເຈົ້າຂອງ ຫຼື ນໍາໃຊ້ຍານພາຫະນະມີພັນທະເສຍທໍານຽມທາງປະຈໍາປີ ຖ້າບໍ່ເສຍຄ່າທໍານຽມທາງຕາມເວລາທີ່ກໍານົດດັ່ງກ່າວ ຈະປັບໃໝຕາມແຕ່ລະກໍລະນີທີ່ໄດ້ກໍານົດໄວ້ໃນຂໍ້ IV, ຂໍ້ 2 ຂອງຄໍາແນະນໍາສະບັບເລກທີ 3455/ກງ, ລົງວັນທີ 10 ຕຸລາ 2017.

ໃນກໍລະນີບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ເປັນເຈົ້າຂອງ ຫຼື ນໍາໃຊ້ຍານພາຫະນະ ຫາກຍັງບໍ່ເສຍຄ່າທໍານຽມທາງຂອງປີຜ່ານມາ. ນອກຈາກ, ໄດ້ເສຍຄ່າທໍານຽມທາງຕາມອັດຕາທີ່ໄດ້ກໍານົດໄວ້ໃນລັດຖະບັນຍັດວ່າດ້ວຍຄ່າທໍານຽມທາງຄືນແລ້ວ ຍັງຈະໄດ້ຖືກປະຕິບັດມາດຕະການປັບໃໝ່ດັ່ງນີ້:

  • ຈະຖືກປັບໃໝ 60% ຂອງມູນຄ່າທີ່ຕ້ອງເສຍຄ່າທໍານຽມທາງ/ປີ (ກໍລະນີນີ້ຍັງບໍ່ໄດ້ເສຍຄ່າທໍານຽມທາງປີ 2017 ຄືນຫຼັງ)
  • ປັບໃໝ 40% ຂອງມູນຄ່າທີ່ຈະຕ້ອງເສຍຄ່າທໍານຽມທາງປະຈໍາປີ 2018 (ກໍລະນີນີ້ຍັງບໍ່ໄດ້ເສຍຄ່າທໍານຽມທາງປີ 2018)

ນັບແຕ່ປີ 2019 ເປັນຕົ້ນໄປ, ສໍາລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ໄດ້ຊື້ຍານພາຫະນະ (ພາຫະນະອອກຮ້ານ) ໃນເດືອນ ຕຸລາ-ທັນວາ ຂອງປີນີ້ເປັນຕົ້ນໄປແມ່ນໃຫ້ເລີ່ມເສຍຄ່າທາງໃນປີຖັດໄປ. ດັ່ງນັ້ນ, ມອບໃຫ້ເຈົ້າໜ້າທີ່ຕໍາຫຼວດຈະລາຈອນເຮັດໜ້າທີ່ກວດກາ, ຊູກຍູ້ການເສຍຄ່າທໍານຽມທາງ ແລະ ການໃຊ້ມາດຕະການຕໍ່ຜູ້ລະເມີດການເສຍຄ່າທໍານຽມທາງໃນຂອບເຂດທົ່ວປະເທດ; ມອບໃຫ້ສ່ວຍສາອາກອນປະຈໍາເມືອງ, ແຂວງ-ນະຄອນຫຼວງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຜີຍແຜ່ການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ໂປ່ງໃສ ແລະ ຮັບປະກັນການເກັບລາຍຮັບຈາກຄ່າທໍານຽມດັ່ງກ່າວເຂົ້າງົບປະມານແຫ່ງລັດໃຫ້ຄົບຖ້ວນ.

ສໍາລັບການຊໍາລະເງິນຄ່າທໍານຽມທາງ ແມ່ນໃຫ້ຊໍາລະຜ່ານລະບົບທະນາຄານດ້ວຍ 5 ທະນາຄານຄື: ຊໍາລະຜ່ານເຄົາເຕີຂອງທະນາຄານ, ທາງອອນລາຍ (Mobile Application BCEL One, BCEL I-Bank), ຕູ້ເອທີເອັມ (ATM), ສະຖານທີ່ຈຸດໃຫ້ບໍລິການທີ່ໄດ້ຮັບອະນຸຍາດ (BCOME) ແລະ ທະນາຄານຕົວແທນ.

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ກະຊວງການເງິນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...