Homeຂ່າວຕ່າງປະເທດຜູ້ຄົນອິນເດຍເສຍຊີວິດ 105ຄົນ ຈາກການດື່ມເຫຼົ້າເຖື່ອນ

ຜູ້ຄົນອິນເດຍເສຍຊີວິດ 105ຄົນ ຈາກການດື່ມເຫຼົ້າເຖື່ອນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດອິນເດຍ ເມື່ອວັນທີ 11 ກຸມພາ 2019 ທີ່ຜ່ານມາວ່າ ຊາວອິນເດຍເສຍຊີວິດຢ່າງໜ້ອຍ 105 ຄົນ ແລະ ປ່ວຍເຂົ້າຮັກສາຕົວທີ່ໂຮງໝໍອີກຫຼາຍສິບຄົນ ເນື່ອງຈາກການດື່ມເຫຼົ້າເຖື່ອນໃນ 2 ລັດທາງພາກເໜືອຄື: ລັດອຸດຕະລາຂັນ ແລະ ລັດອຸດຕະລາປະເທດ ຜູ້ທີ່ດື່ມເຫຼົ່າເຖື່ອນຈະມີອາການປວດທ້ອງ ແລະ ຫາຍໃຈລຳບາກ, ເຊິ່ງເຈົ້າໜ້າທີ່ຕຳຫຼວດໃນເມືອງ ຫຼິດວາ ລັດອຸດຕະລາຂັນ ໄດ້ຈັບຜູ້ຕ້ອງສົງໃສທີ່ຂາຍເຫຼົ້າເຖື່ອນໄປດຳເນີນຄະດີໄດ້ 4 ຄົນ.

ສື່ໜັງສືພິມອິນເດຍ ລາຍງານວ່າ ມີຈຳນວນຜູ້ເສຍຊີວິດໃນເມືອງ ຫຼິດວາ 36 ຄົນ, ປ່ວຍເຂົ້າຮັກສາຕົວທີ່ໂຮງໝໍ 18 ຄົນ ສ່ວນຜູ້ເສຍຊີວິດໃນລັດອຸດຕະລາປະເທດ ມີ 69 ຄົນ.

ການເສຍຊີວິດຈາກການດື່ມເຫຼົ້າເຖື່ອນ ເກີດຂຶ້ນເປັນປະຈຳໃນອິນເດຍ ໂດຍສະເພາະຢູ່ເຂດຊົນນະບົດ ເຊິ່ງປະຊາຊົນນັກດື່ມຈຳນວນຫຼາຍແມ່ນບໍ່ມີເງິນພຽງພໍທີ່ຈະຊື້ເຫຼົ້າຖືກກົດໝາຍ.

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...